ແຂວງບໍຣິຄຳໄຊ ສຳຣວດພື້ນທີ່ ສ້າງເຂື່ອນ ໄຟຟ້ານ້ຳມັງ 1

ໂຄງການກໍ່ສ້າງເຂື່ອນ ໄຟຟ້ານ້ຳມັງ 1 ທີ່ ແຂວງບໍຣິຄຳໄຊ ຍັງມີການສຳຣວດ ພື້ນທີ່ ໃນບ່ອນທີ່ຈະ ບໍ່ສົ່ງຜົລກະທົບ ຕໍ່ສີ່ງແວດລ້ອມ ຫລາຍປານໃດ ຢູ່ໃນເວລານີ້.
ສິດນີ
2009.11.02

ເຈົ້າຫນ້າທີ່ ຈາກຫ້ອງການ ພະລັງງານແລະບໍແຮ່ ແຂວງບໍຣິຄຳໄຊ ເປີດເຜີຍວ່າ ຄວາມຄືບຫນ້າຂອງ ໂຄງການ ສ້າງເຂື່ອນນ້ຳມັງນື່ງ ທີ່ແຂວງບໍຣິຄຳໄຊ ທີ່ເມືອງ ທ່າພຣະບາດ ໃນເວລານີ້ ທາງການກຳລັງ ສຳຣວດພື້ນທີ່ ທີ່ຈະບໍ່ສົ່ງຜົລກະທົບ ຕໍ່ສີ່ງແວດລ້ອມ ຫລາຍປານໃດ. ດັ່ງທ່ານກ່າວໃນ ຕອນນື່ງວ່າ:

"ກຳລັງສຳຣວດແບບ ເອົາຂໍ້ມູນເບື້ອງຕົ້ນວ່າ ມັນຖືກເຂດໃດແດ່ ມີບ້ານປະຊາຊົນບໍ ແມ່ນຫຍັງສ້າງສາ ຊີ່ລວບລວມ ແລ້ວ ກໍ່ຕຽມເຊັນສັນຍາ ກັບຣັຖບານວ່າ ຊີ່ເລີ້ມຕົ້ນເຮັດຫຍັງກ່ອນ ຫັນຫນ່າ."

ທ່ານກ່າວຕໍ່ໄປວ່າ ພື້ນທີ່ ທີ່ທາງໂຄງການ ວາງແຜນວ່າຈະ ສ້າງເຂື່ອນນັ້ນ ສ່ວນໃຫຍ່ ຈະຖືກປ່າສງວນ ແລະ ເປັນພື້ນທີ່ຂອງ ປະຊາຊົນບາງສ່ວນ ທາງໂຄງການກໍ່ໄດ້ ລາຍງານລາຍລະອຽດ ໃຫ້ແກ່ປະຊາຊົນ ຮູ້ເຖີງຜົລປະໂຫຍດ ທີ່ປະຊາຊົນ ຈະໄດ້ຮັບຈາກ ໂຄງການສ້າງເຂື່ອນນີ້. ສຳລັບການສຳຣວດ ກ່ຽວກັບ ເສຖກິດແລະສັງຄົມ ນັ້ນ ທາງໂຄງການກໍ ກຳລັງສຳຣວດ ຢູ່ເຊັ່ນກັນ ແຕ່ຍັງບໍທັນໄດ້ ລາຍງານ ໃຫ້ປະຊາຊົນຮູ້ເທື່ອ ທ່ານກ່າວກ່ຽວກັບ ຜົລປະໂຫຍດໃນ ການສ້າງເຂື່ອນນ້ຳມັງວ່າ:

"ມີໆໆ ກໍ່ບໍ່ແນ່ຊີ່ເອົາ ນ້ຳໃຕ້ເຂື່ອນ  ນໍ້າມັງມາໃຊ້ໃຫ້ ມັນເກີດປະໂຫຍດ ແຕ່ກໍ່ບໍ່ແນ່ ມັນກໍ່ມີຫລາຍໂຄງການ ເປັນເຂື່ອນນຳງຽບ ນ້ຳຫຍັງ ເພີ່ນກໍ່ຕຽມ ກໍ່ບໍ່ແນ່ໃຫ້ມັນ ອະນຸມັດຕົວນັ້ນ ໄປແລ້ວ ເພີ່ນກໍ່ສືກສາ ລະອຽດຄືນ ເພາະອັນນີ້ມັນເປັນ ໂຄງການຣະຍະຍາວ ຈະຕົດສີນເລີຍ ມັນບໍ່ໄດ້."

ໂຄງການເຂື່ອນໄຟຟ້າ ນ້ຳມັງນື່ງ ເປັນການລົງທືນຮ່ວມ ຣະຫວ່າງ ບໍຣິສັດຈີນກັບລາວ ພາຍໃຕ້ຊື່ບໍຣິສັດ FarEast industries ເພື່ອສ້າງເຂື່ອນໄຟຟ້າ ຂະຫນາດ 60 ເມກາວັດໃນລາວ ໂດຍມີເປົ້າຫມາຍວ່າ ໂຄງການດັ່ງກ່າວ ຈະເລີ້ມລົງມື ໃນການກໍ່ສ້າງໃນຕົ້ນປີ 2010.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.