ເຂື່ອນໄຟຟ້າປາກແບງ ອາຈກະທົບຕໍ່ຊາວບ້ານ

ປະຊາຊົນ ໃນແຂວງ ອຸດົມໄຊ ອາຈໄດ້ຮັບ ຜົລກະທົບ ຈາກການສ້າງ ເຂື່ອນໄຟຟ້າ ປາກແບງ.
ມະນີຈັນ
2010.05.24

ປະຊາຊົນ ທີ່ອາສັຍ ຢູ່ຕາມແຄມ ລໍານໍ້າແບງ ແລະ ແຄມແມ່ນໍ້າຂອງ ໃນແຂວງ ອຸດົມໄຊ ອາຈໄດ້ຮັບ ຜົລກະທົບ ຖ້າທາງການລາວ ອະນຸມັດ ໃຫ້ຕ່າງປະເທດ ສ້າງເຂື່ອນນໍ້າແບງ. ໃນຜົລກະທົບ ນັ້ນໃນເບື້ອງຕົ້ນ ພົບວ່າອາຈຈະ ມີປະຊາຊົນ ປະມານ 1 ພັນຄອບຄົວ ໄດ້ຮັບຜົລກະທົບ ຈາກນໍ້າຖ້ວມ ແລະຈະຕ້ອງໄດ້ ໂຍກຍ້າຍອອກໄປ  ແລະຈະມີເນື້ອທີ່ ຫາກິນ ເປັນສວນເປັນນາ ຂອງປະຊາຊົນ ໄດ້ຮັບຄວາມເສັຽຫາຍ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຫ້ອງການພລັງງານ ແລະບໍ່ແຮ່:

"ຕົວນີ້ ບັນຫາຜົລກະທົບ ທັງເຂດເໜືອ ເຂດໃຕ້ ສ່ວນໃຫຍ່ຫັ້ນກໍ ພື້ນທີ່ຕໍ່າ ບາງກໍຣະນີ ກໍປາສຈາກບໍ່ໄດ້ ສົມມຸດວ່າ ເປັນຮົ້ວສວນປູກ ໝາກໄມ້ ລົ້ມລຸກຂອງ ປະຊາຊົນ ບາງເທື່ອ ກໍຈະຖ້ວມຢູ່".

ໃນຊ່ວງຕົ້ນເດືອນ ມິນາ ປີ 2010 ທາງການລາວ ໂດຍກະຊວງແຜນການ ແລະການລົງທຶນ ໄດ້ເຊັນສັນຍາ ທໍາການສໍາຣວດ ອອກແບບໃນເບື້ອງ ຕົ້ນສໍາເຣັດແລ້ວ  ແລະທາງບໍຣິສັດ ຜູ້ຮັບເໝົາຂອງຈີນ ກໍາລັງລົງພື້ນທີ່ ເພື່ອສໍາຣວດອອກແບບ ຢ່າງລະອຽດ.

ໜັງສືພິມ ປະຊາຊົນ ຂອງທາງການລາວ ຣາຍງານວ່າ ເຂື່ອນປາກນໍ້າແບງ ທາງພາກເໜືອ ຂອງປະເທດລາວ ຄາດວ່າຈະມີ ກໍາລັງປັ່ນໄຟ 34 ແມັກກາວັດ ແລະຈະ ໃຊ້ເງິນທຶນ 70 ລ້ານໂດລາ.

ຝ່າຍຈີນເວົ້າວ່າ ການສໍາຣວດໃນ ເບື້ອງຕົ້ນພົບວ່າ ເຂື່ອນໄຟຟ້າປາກແບງ ຊຶ່ງຈະສ້າງກັ້ນ ລໍານໍ້າແບງ ສາຂາແມ່ນໍ້າຂອງ ໃນເຂດແຂວງ ອຸດົມໄຊ ມີຄວາມເປັນໄປ ໄດ້ສູງ ໂດຍບໍ່ມີຜົລ ກະທົບໃດໆ ຕໍ່ສະພາບແວດລ້ອມ ເພາະເປັນໂຄງການ ພລັງງານສີຂຽວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Aug 06, 2012 09:38 PM

ເຫັນດີນຳໂຄງການ