ການໂຍກຍ້າຍປະຊາກອນ ຫລັງໄດ້ຮັບຄ່າຊົດເຊີຍ

ທາງກາຣລາວ ຈະເຣີ່ມໂຍກຍ້າຍ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກກາຣສ້າງ ເຂື່ອນນໍ້າເທີນ ຫິນບຸນ ຣະຍະທີ່ 2 ຫລັງຈາກຈ່າຍຄ່າ ຊົດເຊີຽ ໃຫ້ແລ້ວເສັຽກ່ອນ.
ຫວາດ ສີມູນ
2010.03.31

ກາຣໂຍກຍ້າຍ ປະຊາຊົນອອກຈາກ ເຂຕທີ່ໄດ້ຮັບ ຜົລກະທົບ ຈາກກາຣສ້າງເຂື່ອນ ໄຟຟ້ານ້ຳເທີນຫີນບູນ ພາຄຂຍາຍ ໃນຣະຍະທີ່ 2 ນີ້ ຈະເຣີ່ມຂຶ້ນ ພາຍຫລັງທີ່ຈ່າຍ ຄ່າຊົດເຊີຽ ໃຫ້ປະຊາຊົນ ຢ່າງຄົບຖ້ວນ ໃນທຸກໝູ່ບ້ານ ທີ່ຄາດວ່າຈະ ໃຫ້ແລ້ວສຳເຣັຈ ພາຍໃນເດືອນ ເມສາ ນີ້ ດັ່ງເຈົ້າໜ້າທີ່ ກອງເລຂາ ໃນໜ່ວຍງານ ຄຸ້ມຄອງກາຣ ໂຍກຍ້າຍ ແຂວງບໍຣິຄຳໄຊ ໄດ້ກ່າວວ່າ:

“ກຳລັງຊົດເຊີຽ ຊັພສິນທັງໝົດ ຊົດເຊີຽບາງຈຳນວນ ແລ້ວ ຍັງຈຳນວນຫລວງຫລາຍ ມູລຄ່າທີ່ມັນ ຊົດເຊີຽ 5-6 ຕື້ ພຽງແຕ່ບ້ານດຽວ ຄາດຄະເນວ່າຈະ ສຳເຣັຈພາຍ ໃນເດືອນ ເມສາ”.

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ກ່າວເພີ່ມວ່າ ປະຊາຊົນ ທີ່ຈະຖືກໂຍກຍ້າຍ ໄປຢູ່ເຂຕຈັດສັນໃໝ່ ໃນເມືອງຄຳເກີດ ທີ່ມີທັງໝົດ 5 ໝູ່ບ້ານຄື: ບ້ານຊອດ ບ້ານປອນ ບ້ານບຸ່ງ ບ້ານຈະແລດ ແລະບ້ານກະອ໋ານ. ສ່ວນກາຣໃຫ້ເງິນ ຄ່າຊົດເຊີຽນັ້ນ ຈະໃຫ້ແຕ່ສະເພາະ ພວກທີ່ຍ້າຍໄປ ດ້ວຍຕົນເອງ ຫລືພວກທີ່ບໍ່ຢູ່ໃນ ພາຍໃຕ້ ຄວາມຮັບຜິດຊອບ ຂອງໂຄງກາຣສ້າງເຂື່ອນ ໂດຽຈະໃຫ້ຍ້າຍ ແລ້ວພາຍໃນທ້າຍ ເດືອນ ມີຖຸນາ 2010 ນີ້ ແລະຫລັງຈາກນັ້ນ ຈຶ່ງຈະມີກາຣ ສຳຣວຈ ແລະວາງແຜນກາຣ ໂຍກຍ້າຍ ໝວດໃໝ່ຕໍ່ໆໄປ:

“ບໍ່ມີໂອກາສ ຈະໄດ້ພັກ ກໍຕ້ອງເຮັດກະກຽມດ້ານ ເອກສາຣບ້ານຕໍ່ໆໄປ”.

ພ້ອມດຽວກັນນີ້ ທ່ານກໍວ່າ ມີກາຣຈ່າຍຄ່າຊົດເຊີຽ ແກ່ປະຊາຊົນ ເປັນທີ່ຮຽບຮ້ອຍ ໄປແລ້ວບໍ່ ຕໍ່າກວ່າ 35 ຄອບຄົວ ແລະພາຄສ່ວນທີ່ ເຫລືອນັ້ນ ຈະໃຫ້ມີກາຣ ສຳຣວຈ ແລະກວດເອກສາຣ ໃຫ້ແລ້ວໃນໄວໆນີ້ ເພື່ອໃຫ້ກາຣໂຍກຍ້າຍ ແລ້ວສຳເຣັຈພາຍໃນ ທ້າຍເດືອນ ເມສາ ນີ້ເປັນຢ່າງຊ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.