ໂຄງການສົ່ງເສີມອາຊີພ ເຂດເຂື່ອນນໍ້າເທີນສອງ

ປະຊາຊົນ ຜູ້ໄດ້ຮັບ ຜົລກະທົບ ຈາກເຂື່ອນນໍ້າເທີນ 2 ບໍ່ໄດ້ຮັບປະໂຫຍດ ຈາກໂຄງການ ສົ່ງເສີມອາຊີບ ພໍເທົ່າໃດ ຍ້ອນພັຍແຫ້ງແລ້ງ
ມະນີຈັນ
2010.03.30

ປະຊາຊົນ ທີ່ຖືກຜົລກະທົບ ຈາກໂຄງການ ເຂື່ອນນໍ້າເທີນສອງ ບໍ່ໄດ້ຮັບປະໂຫຍດ ຈາກໂຄງການ ສົ່ງເສີມອາຊີບ ທົດແທນ ຊຶ່ງທາງໂຄງການ ໄດ້ຈັດຕັ້ງ ກອງທຶນກູ້ຢືມ ແລະຈັດຫາພັນປາ ໃຫ້ມາລ້ຽງ ເພື່ອທົດແທນການ ສູນເສັຽ ທີ່ທໍາມາຫາກິນ ຂອງເຂົາເຈົ້າ. ການເກີດສະພາບແຫ້ງແລ້ງ ເຮັດໃຫ້ພວກເຂົາເຈົ້າ ບໍ່ໄດ້ຮັບປະໂຫຍດ ຈາກໂຄງການນັ້ນ ພໍເທົ່າໃດ. ປະຊາຊົນ ເມືອງນາກາຍ ຜູ້ນຶ່ງເວົ້າວ່າ:

"ນໍ້າແຫ້ງແລະປາມັນຫລາຍ ມັນນໍ້າຂຸ່ນແຮງ ແລະກວາດປາຂຶ້ນມາ ຂາຍນໍາໂລລະ 10 ພັນກີບ ປາບໍ່ທັນໄດ້ໃຫຍ່ ຄຸ້ມຄ່າແຕ່ຊື້ ລູກປາ ແລະທົດແທນໂຕ ເພິ່ນມາອັນນີ້ ບໍ່ທັນໄດ້ມີ ບໍ່ທັນໄດ້ ຄັນບໍ່ລ້ຽງຕໍ່ໄປອີກ".

ໂຄງການລ້ຽງປາ ເປັນໂຄງການສົ່ງເສີມ ອາຊີບທົດແທນ ຂອງເຂື່ອນນໍ້າເທີນ 2. ປະຊາຊົນ ຜູ້ເຂົ້າຮ່ວມ ໂຄງການ ຈະໄດ້ຮັບເງິນກູ້ຢືມ ຈາກໂຄງການ ປະມານ 2 ລ້ານກີບ ເພື່ອລົງທຶນ ລ້ຽງປາ ທົດແທນອາຊີບ ປູກຝັງ.

ສໍາລັບຄອບຄົວ ຂອງນາງ ເມື່ອໄດ້ກູ້ຢືມເງິນ ນັ້ນແລ້ວ ກໍຕ້ອງມີເງິນ ຂອງຕົນເອງຕື່ມອີກ ປະມານ 3 ລ້ານກີບ ເພື່ອເປັນຄ່າຂຸດ ໜອງປາ ແລະຊື້ປາມາປ່ອຍ.  ແຕ່ຫລັງຈາກເກີດ ສະພາບແຫ້ງແລ້ງ ໃນເຂດ ເມືອງນາກາຍ ແຕ່ຊ່ວງທ້າຍປີ 2009 ມາຮອດດຽວນີ້ ນໍ້າໃນໜອງປາ ເຫືອດແຫ້ງລົງ ຕ້ອງໄດ້ເອົາປາ ອອກຂາຍ ເຖິງແມ່ນວ່າປານັ້ນ ບໍ່ໃຫຍ່ພໍເທື່ອ ອັນເຮັດໃຫ້ເຂົາເຈົ້າ ບໍ່ໄດ້ກໍາໄຣ ທັງຫລຸບທຶນນໍາອີກ  ຊຶ່ງເຂົາເຈົ້າ ກໍບໍ່ຮູ້ວ່າ ຈະຊອກຫາເງິນ ມາແຕ່ໃສ ເພື່ອໃຊ້ຄືນເງິນ ທີ່ໄດ້ກູ້ຢືມ ຈາກໂຄງການມາ.

ມາຮອດປັດຈຸບັນນີ້ ກໍຍັງບໍ່ມີ ໜ່ວຍງານໃດ ເຂົ້າມາຊ່ວຍເຫລືອ ເທື່ອ ຊຶ່ງເຂົາເຈົ້າ ຕ້ອງດີ້ນຮົນ ຫາທາງແກ້ໄຂ ດ້ວຍຕົນເອງ ຕໍ່ໄປ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.