ໂຄງການພະລັງງານ ແຂວງຜົ້ງສາລີ
2010.04.28
ໂຄງການພັທນາ ໄຟຟ້ານ້ຳຕົກ ແລະ ແສງຕາເວັນ ປະສົມກັນ ໃນເຂດເມືອງໃໝ່ ແຂວງຜົ້ງສາລີ ຈະເລີ່ມນຳໃຊ້ ໃນວັນທີ 28 ເມສາ 2010 ນີ້ ພາຍຫລັງທີ່ໄດ້
ທົດລອງໃຊ້ມາ ເປັນເວລາ 1 ເດືອນ. ກ່ຽວກັບເລື໊ອງນີ້ ເຈົ້າໜ້າທີ່ ຫ້ອງການພະລັງງານ ແລະບໍ່ແຮ່ ແຂວງຜົ້ງສາລີ ທ່ານນຶ່ງ ເວົ້າວ່າ:
"ຕັນເປັນແບບ ຝາຍນ້ຳລົ້ນ ແລ້ວໆກໍເອົາເຂົ້າທໍ່ ແລະກໍມີສ່ວນ ກັກໄວ້ ແລ້ວກໍຈະລົງ ໃສ່ຈັກ ແລ້ວກໍຈະມີ ເດີນແຜງແຊງ ປະມານ 0.2 ເຮັກຕາ ໃຊ້ໄຟ ຮວມທັງໝົດ ປະມານ 150 ກິໂລວັດ ແສງຕາເວັນ ກໍມີ 40 ກິໂລວັດ".
ໂຄງການທີ່ວ່ານັ້ນ ໄດ້ຮັບຄວາມຮ່ວມ ມືຈາກ ຣັດວິສາຫະກິດ ໄຟຟ້າລາວ ແລະ ອົງການ NEDO ຈາກປະເທດຍີ່ປຸ່ນ ໂດຍໃຊ້ພື້ນທີ່ ການກໍ່ສ້າງ ປະມານ 5 ເຮັກຕາ..
ຈຸດປະສົງຂອງ ໂຄງການນີ້ ຄື: ຜລິດໄຟຟ້າ ໃຫ້ພຽງພໍໃຊ້ ສຳລັບຊຸມຊົນ ໃນເຂດ 10 ໝູ່ບ້ານ ຂອງເມືອງໃໝ່ ທີ່ມີປະຊາຊົນ ອາໃສຢູ່ ປະມານ 700 ຄົນ.
ແຕ່ພ້ອມກັນນັ້ນ ທ່ານກໍວ່າ ຣາຄາ ກະແສໄຟຟ້າ ທີ່ຈະຕ້ອງໄດ້ ຈ່າຍໃຫ້ ໂຄງການນັ້ນແມ່ນ ສູງກວ່າ ຫລືແພງກວ່າ ຣາຄາໄຟຟ້າ ຈາກໂຄງການເຂື່ອນ ໄຟຟ້າທົ່ວໄປ ເນື່ອງຈາກວ່າ ໂຄງການທີ່ວ່າ ນີ້ ມີຄ່າໃຊ້ຈ່າຍ ໃຫ້ແກ່ ພະນັກງານ ແລະການດຳເນີນ ການຕ່າງໆ.
ທ່ານວ່າ ຫລັງຈາກເປີດໃຊ້ ໄປເປັນເວລາ 2 ປີແລ້ວ ທາງໂຄງການ ກໍຈະມີການ ປະເມີນຜົນ ຖ້າໄດ້ຮັບຜົນດີ ກໍອາດຈະຂຍາຍ ໄປສ້າງຢູ່ ແຂວງ ອື່ນໆຕື່ມອີກ.









