ຊາວບ້ານ ຮັບຜົນກະທົບ ຈາກການ ສ້າງເຂື່ອນ

ປະຊາຊົນ ບ້ານສົມບູນ ຈໍານວນ 10 ຄອບຄົວ ທີ່ໄດ້ຮັບ ຜົນກະທົບຈາກ ໂຄງການສ້າງເຂື່ອນ ເທີນ-ຫີນບູນ ພາກຂະຫຍາຍ
ສົມເນ
2009.03.17

ປະຊາຊົນ ບ້ານສົມບູນ ຈໍານວນ 10 ຄອບຄົວທີ່ໄດ້ ຮັບຜົນກະທົບ ຈາກໂຄງການ ສ້າງເຂື່ອນ ເທີນ-ຫີນບູນ ພາກຂະຫຍາຍ ໄດ້ຍ້າຍເຂົ້າໄປ ຢູ່ໃນເຂດ ບ້ານໜອງສົງ ຊື່ງເປັນບ້ານທີ່ ບໍຣິສັດ ເທີນ-ຫີນບູນ ສ້າງໄວ້ສໍາລັບ ຊາວບ້ານທີ່ຕ້ອງ ໂຍກຍ້າຍອອກຈາກ ບໍຣິເວນ ເຂື່ອນນັ້ນ, ດັ່ງທີ່ເຈົ້າໜ້າ ທີ່ສະພາບແວດລ້ອມ ຂອງລາວໄດ້ກ່າວ:

ເຣື້ອງໂຍກຍ້າຍ ມື້ນີ້ເປັນມື້ ທໍາອິດເວລາ 6:30 ຕອນເຊົ້າຂອງ ວັນນີ້ ຂະບວນໂຍກຍ້າຍ ໄດ້ໂຍກຍ້າຍເປັນ ປົກຕິຕາມແຜນ ທີ່ໄດ້ ຄາດໝາຍໄວ້ ຍ້າຍປະມານ 10 ຄອບຄົວ.

ບ້ານເຮືອນທີ່ ທາງການລາວ ສ້າງຂື້ນເພື່ອໄວ້ ສໍາລັບໃຫ້ ຊາວບ້ານຍ້າຍ ເຂົ້າມາຢູ່ນີ້ ຍັງບໍ່ທັນ ສົມບູນແບບໝົດ ທຸກຢ່າງເທື່ອ ໂດຍສະເພາະ ຍັງບໍ່ທັນມີ ໄຟຟ້າ:

ໄຟຟ້າຍັງ ໄຟຟ້າຍັງ ຈະໃຊ້ອີກ ເດືອນນື່ງຂ້າງໜ້າ ສໍາເຣັດ ດຽວນີ້ກໍາລັງ ໄປພົບກັບ ທາງເຈົ້າແຂວງ ກ່ຽວກັບ ນະໂຍບາຍ ຕ່າງໆຕື່ມເພື່ອ ບໍ່ໃຫ້ປະຊາຊົນ ເດືອດຮ້ອນ.

ຊາວບ້ານຈໍານວນ 10 ຄອບຄົວ ທີ່ຍ້າຍເຂົ້າໄປ ຢູ່ໃນບ້ານ ສ້າງໃໝ່ນີ້ ເປັນຊຸດທໍາອິດ. ເຈົ້າໜ້າທີ່ລາວ ວ່າເຖິງແມ່ນວ່າ ບໍ່ທັນຕິດຕັ້ງ ໄຟຟ້າແລ້ວ ກໍຕາມ ແຕ່ພາຍໃນ ເດືອນ ມິນາ ນີ້ກະວ່າຈະ ຍ້າຍຊາວບ້ານ ສອງຊຸດ ເຂົ້າມາຢູ່. ຊາວບ້ານທີ່ໄດ້ ຮັບຜົນກະທົບ ຈາກໂຄງການສ້າງ ເຂື່ອນ ເທີນ-ຫີນບູນ ພາກຂະຫຍາຍ ນີ້ມີທັງໝົດ 11 ໝູ່ບ້ານ ອັນປະກອບດ້ວຍ 120 ຫລັງຄາເຮືອນ ແລະມີປະຊາຊົນ ປະມານ 600 ຄົນກ່ວາໆ ຊື່ງສວ່ນໃຫ່ຽເປັນ ຊາວໄຮ່ຊາວນາ ທີ່ທຸກຍາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.