ເຂື່ອນນໍ້າອູ ແຂວງຜົ້ງສາລີ

ໂຄງກາຣ ກໍ່ສ້າງ ເຂື່ອນນ້ຳອູ ແຂວງຜົ້ງສາລີ ຍັງບໍ່ທັນມີ ກຳໜົດ ກາຣກໍ່ສ້າ ງທີ່ແນ່ນອນເທື່ອ.
ຫວາດ ສີມູນ
2010.02.09

ໃນປັຈຈຸບັນນີ້ ໂຄງກາຣ ກໍ່ສ້າງ ເຂື່ອນໄຟຟ້າ ນ້ຳອູ ແຂວງຜົ້ງສາລີ ຍັງບໍ່ທັນມີ ກຳໜົດ ທີ່ແທ້ຈິງ ວ່າຈະມີກາຣ ເຣີ່ມຕົ້ນລົງມື ໃນເມື່ອໃດ ກັນແທ້ ທັ້ງໆທີ່ກາຣ ສຶກສາສຳຣວຈ ຂັ້ນຕົ້ນ ກໍສຳເຣັຈ ໄປແລ້ວ ໃນຫລາຍປີ ຜ່ານມາ ດັ່ງເຈົ້າໜ້າທີ່ ຈາກແຜນກ ພລັງງານ ແລະບໍ່ແຮ່ ປະຈຳແຂວງ ຜົ້ງສາລີ ໄດ້ກ່າວວ່າ:

“ກຳລັງສຶກສາ ຢູ່ດຽວນີ້ ຢູ່ນ້ຳອູເດ໋ ຂອງຈີນກຳລັງ ສຳຣວຈຢູ່ແລ້ວ ຍັງຢູ່ໃນຂັ້ນ ຂຽນບົດວິພາກ ສຶກສາກ່ຽວກັບ ຄວາມເປັນໄປໄດ້ ເບື້ອງຕົ້ນກ່ອນ ກຳລັງຢູ່ໃນ ຂັ້ນວິຈັຍດິນ ວິຈັຍຫຍັງ”.

ພ້ອມດຽວກັນນີ້ ທ່ານກໍວ່າ ໂຄງກາຣ ເຂື່ອນນ້ຳອູ ປະກອບດ້ວຍ ເຂື່ອນ7ແຫ່ງ ໂດຽມີແຜນ ທີ່ຈະສົ່ງກະແສ ໄຟຟ້າຈາກ 6ເຂື່ອນ ສົ່ງຂາຍ ໃຫ້ແກ່ໄທຽ ແລະອີກເຂື່ອນໜຶ່ງ ແມ່ນສຳຫລັບ ໃຊ້ຢູ່ພາຍ ໃນປະເທສ ຊຶ່ງກໍແມ່ນ ບໍຣິສັທ Chinohydro ຂອງຈີນ ເປັນຜູ້ໄດ້ ຮັບສັມປະທານ.

ຢ່າງໃດກໍຕາມ ກາຣເຊັນສັນຍາ ວ່າດ້ວຍ ຄວາມເຂົ້າໃຈຫລື MOU ໄດ້ຈັດຂຶ້ນ ແຕ່ມື້ວັນທີ່15 ຕຸລາ 2007 ຜ່ານມາ ຣະຫວ່າງ ທາງກາຣລາວ ແລະກາຣໄຟຟ້າ ຝ່າຍຜລິຕ ແຫ່ງປະເທສໄທຽ ຫລື Egat ໂດຽມີກຳໜົດ ສົ່ງກະແສໄຟຟ້າ ຈຳນວນ1,053 ເມກະວັຕ ໃຫ້ແກ່ໄທຽ ພາຍໃນປີ2015, ແຕ່ກໍຍັງບໍ່ທັນ ມີຄວາມຄືບໜ້າ ເທື່ອແຕ່ຢ່າງໃດ.

ເຈົ້າໜ້າທີ່ລາວ ຍັງໄດ້ໃຫ້ກາຣ ອະທິບາຍ ເພີ່ມວ່າ ສາເຫຕທີ່ມີ ກາຣຫລ້າຊ້າ ກໍຍ້ອນວິກິຕ ຣາຄານ້ຳມັນ ແລະກາຣເງິນໂລກ ຕົກຕໍ່າ ທີ່ເຮັດໃຫ້ ບໍຣິສັທ ບໍ່ສາມາດ ຫາເງິນທຶນໄດ້ເທື່ອ ເພາະບໍຣິສັທ Chinohydro ທີ່ເປັນຜູ້ ຖືຫຸ້ນໃນ ໂຄງກາຣດັ່ງກ່າວ 75% ຕ້ອງໄດ້ຊອກຫາ ບໍຣິສັທ ອື່ນເຂົ້າມາ ລົງທຶນຮ່ວມ. ສະນັ້ນທາງ ບໍຣິສັທຈຶ່ງໄດ້ ເຈຣະຈາກັບ ບໍຣິສັທ ຜລິຕໄຟຟ້າ(EGCO) ຂອງໄທຽ ເຂົ້າມາມີຫຸ້ນສ່ວນ ຕື່ມອີກ 20-25% ໃນປີ 2008 ແຕ່ກໍບໍ່ມີ ຄວາມຄືບໜ້າ ເຊັ່ນກັນຈົນເທົ່າ ປັຈຈຸບັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.