ໂຄງການເຂື່ອນໄຟຟ້າ ແຂວງໄຊຍະບຸຣີ ຖືກຂັດຄ້ານ

ໂຄງການສ້າງ ເຂື່ອນໄຟຟ້າ ກັ້ນນໍ້າຂອງ ທີ່ແຂວງ ໄຊຍະບຸຣີ ປະເຊີນກັບ ການຂັດຄ້ານ ຈາກຊຸມຊົນ. ອິງຕາມການ ລາຍງານຈາກ ຫນັງສືພີມ THE Nation ຂອງໄທ ສະບັບວັນທີ 27 ມີຖຸນາ.
ສິດນີ
2010.06.28

ມີລາຍງານວ່າ ກຸ່ມປະຊາກອນ ທ້ອງຖີ່ນ ບໍ່ພໍໃຈ ຕໍ່ໂຄງການສ້າງ ເຂື່ອນໄຟຟ້າທີ່ ແຂວງໄຊຍະບຸຣີ ຊຶ່ງເປັນເຂື່ອນກັ້ນ ນ້ຳຂອງຂນາດໃຫຍ່ ແຫ່ງທຳອິດ ໃນເຂດລຸ່ມ ແມ່ນ້ຳຂອງ ທີ່ຈະມີການ ໂຍກຍ້າຍ ປະຊາຊົນກວ່າ 40 ຫມູ່ບ້ານຍ້ອນ ຜົລກະທົບຈາກ ໂຄງການດັ່ງກ່າວ.

ຍານາງ ພຽນພອນ ດີທີ ຈາກກຸ່ມອະນຸລັກ ເຄືອຂ່າຍແມ່ນ້ຳ ເວົ້າວ່າ ໂຄງການເຂື່ອນໄຟຟ້າ ໄຊຍະບຸຣີ ຈະສົ່ງຜົລກະທົບ ຕໍ່ປະຊາຊົນ ກວ່າ 40 ຫມູ່ບ້ານ ຕາມລຳ ແມ່ນ້ຳຂອງ ຈາກແຂວງ ຫລວງພຣະບາງ ມາຮອດແຂວງ ໄຊຍະບຸຣີ. ເຂື່ອນດັ່ງກ່າວຍັງ ຈະສົ່ງຜົລກະທົບ ຕໍ່ການຢູ່ລອດ ຂອງປ່າບຶກແລະ ສັດນ້ຳ ປະເພດຕ່າງໆ ຕາມລຳແມ່ນ້ຳຂອງ ນຳອີກ ເພາະການສ້າງສາ ຈະທຳລາຍເກາະດອນ ເລັກໆນອ້ຍໆ ທີ່ີເປັນບ່ອນເພາະໄຂ່ ແລະວາງໄຂ່ຂອງ ປາບຶກ.

ປະຊາຊົນ ຜູ້ທີ່ຖືກໂຍກຍ້າຍ ສ່ວນໃຫຍ່ເປັນຄົນ ທ້ອງຖີ່ນດັ້ງເດີມ ທີ່ອາສັຍຢູ່ບ້ານ ແຫ່ງນີ້ມາໄດ້ກວ່າ 150 ປີ ແລະກໍ່ອາສັຍ ການທຳມາຫາກີນ ຈາກການປະມົງ ໃນແມ່ນ້ຳຂອງ ເປັນຫລັກ. ຊາວບ້ານ ຜູ້ທີ່ມີອາຍຸ 50 ປີ ທ່ານນຶ່ງເວົ້າວ່າ ລາວຈະບໍ່ຍ້າຍ ໄປສະຖານທີ່ ແຫ່ງໃຫມ່ ຈົນກວ່າ ການສ້າງບ້ານເຮືອນໃຫມ່ ຈະສຳເຣັດ ແລະຊາວບ້ານອີກ ຄົນນຶ່ງອາຍຸ 47 ປີ ເວົ້າວ່າລາວບໍ່ ຢາກຍ້າຍເພາະມີ ຄວາມຕິດພັນ ກັບບ່ອນຢູ່ອາສັຍ ໃນປັດຈຸບັນ ທີ່ເປັນບ້ານເກີດ ຂອງຕົນແລະຂອງ ບັນພະບຸຣຸດ. ກຸ່ມດັ່ງກ່າວມີ ຄວາມເປັນຫວ່ງ ຕໍ່ອະນາຄົດ ຂອງພວກຂະເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.