ເຣື້ອງທີ່ເກັບບັນທຶກໄວ້
2008-10-24
ການມອບເງີນ ທົດແທນ ໃຫ້ແກ່ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກການຂຍາຍ ເຂື່ອນ ເທີນຫີນບູນ ຖືກເລື່ອນເວລາ ເປັນເພາະ ບັນຫາຫລາຍປະການ.
2008-10-21
ການໂຍກຍ້າຍ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ຜລິດໄຟຟ້າ ຫົງສາລິກໄນທ໌ ໄປຢູ່ບ້ານພັທນາແຫ່ງໃຫມ່ ຈະມີຂື້ນ ໃນທ້າຍປີນີ້ ດ້ວຍງົປມານ ຊ່ອຍເຫລືອ ຄ່າຊົດເຊີຍ ເຖີງ 16 ລ້ານໂດລາ.
2008-10-10
ແຂວງບໍຣິຄໍາໄຊ ຕຽມແຜນການ ໂຍກຍ້າຍ ປະຊາຊົນ 11 ໝູ່ບ້ານ ອອກຈາກ ບໍຣິເວນ ໂຄງການ ຂຍາຍ ການສ້າງເຂື່ອນ ຜລິດກະແສໄຟຟ້າ ເທີນ-ຫີນບູນ ໂດຍເລີ້ມ ສໍາຣວດ ພື້ນທີ່ ໃນເຂດເມືອງຄໍາເກີດ ບ່ອນທີ່ ຈະຕັ້ງບ້ານໃໝ່ ໃຫ້ປະຊາຊົນ ທີ່ຖືກໂຍກຍ້າຍ.
2008-10-06
ອົງການ ແມ່ນ້ຳສາກົນ ອອກບົດຣາຍງານ ຂັດຄ້ານ ການສ້າງເຂື່ອນໄຟຟ້າ ຢູ່ລາວອີກ; ບົດນີ້ ຂຽນວ່າ ເຂື່ອນທຳລາຍ ບ້ານເຮືອນ ປາ ແລະ ຣາຍໄດ້ ຂອງປະຊາຊົນ.
2008-07-15
ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ຫລື EGat ຣະບຸວ່າ ໄທ ອາດຈະຊື້ ໄຟຟ້າ ຈາກລາວ ໃນຣາຄາສູງ ໃນອະນາຄົດ ເປັນເພາະວ່າ ວັສດຸ ການກໍ່ສ້າງ ຂື້ນຣາຄາ ໃນການສ້າງເຂື່ອນໄຟຟ້າ ໃນລາວ.
2008-06-21
ໂຄງການ ກໍ່ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ໃນເຂດ ບ້ານກຸ່ມ ເມືອງຂົງຈຽມ ແຂວງອຸບົນ ຂອງໄທ ບໍ່ຄຸ້ມຄ່າ ທາງດ້ານເສຖກິດ ແລະ ສີ່ງແວດລ້ອມ.
2008-06-05
ນັກວິຊາການ ໄທ ຮຽກຮ້ອງ ໃຫ້ມີ ການສຶກສາ ຢ່າງ ຮອບດ້ານ ທັງ ຝັ່ງໄທ ແລະ ຝັ່ງ ສ.ປ.ປ.ລາວ ເຖິງ ຜົນກະທົບ ຂອງ ໂຄງການ ສ້າງເຂື່ອນ ບ້ານ ກຸ່ມ ເມືອງ ໂຂງຈຽມ ແຂວງ ອູບົນ.
2008-06-05
ເວທີ ພາກ ເອກກະຊົນ ກໍາພູຊາ Cambodian NGO Forum ຮຽກຮ້ອງ ໃຫ້ ບັນດາ ຜູ້ພັດທະນາ ໂຄງການ ເຂື່ອນ ແມ່ນໍ້າ ເຊກອງ ພິຈາຣະນາ ເບີ່ງ ຜົນກະທົບ ທາງ ດ້ານສະພາບ ແວດລ້ອມ.
2008-05-29
ນັກວິຊາກາຣ ແລະ ອົງກາຣ NGOs ທວງ ໃຫ້ ຣັຖບາລໄທຽ ຣະງັບ ຂໍ້ຕົກລົງ ກັບ ທາງກາຣ ສປປລາວ ກ່ຽວກັບ ໂຄງກາຣ ສ້າງເຂື່ອນ ໃນ ແມ່ນ້ຳຂອງ ຈົນກວ່າ ຈະມີ ກາຣພິຈາຣະນາ ກັນໃໝ່
2008-05-28
ໂຄງການ ກໍ່ສ້າງ ອ່າງເກັບນ້ຳ ໃນ ແມ່ນ້ຳຫີນ ທີ່ ແຂວງ ອຸດົມໄຊ ຄືບໜ້າ ປະມານ 80% ແລະ ຈະສຳເຣັດ ໃນ ທ້າຍປີ 2008 ນີ້. ທ່ານ ຫຸ່ມແພງ ສຸດທິວົງ, ຫົວໜ້າ ພແນກ ການລົງທຶນ ທີ່ ແຂວງ ອຸດົມໄຊ ກ່າວວ່າ ໂຄງການ ສ້າງ ອ້າງເກັບນ້ຳ ເພື່ອໃຊ້ ໃນ ການກະສີກຳ ໃນ ຣະດູແລ້ງ ໃນ ແມ່ນ້ຳຫີນ ຂອງ ແຂວງອຸດົມໄຊ ກໍ່ ຄືບໜ້າ ໃກ້ ຈະສຳເຣັດ ແລ້ວ, ຄາດວ່າ ໃນ ຣະດູແລ້ງ ປີໜ້າ ຊາວກະສິກອນ ກໍ່ຈະມີ ນ້ຳໃຊ້ ໃນ ການປູກຝັງ, ດັ່ງ ທ່ານ ກ່າວ ໃນ ຕອນນຶ່ງ ວ່າ:
2008-05-16
ນ້ຳທາ ເປັນ ສາຍນ້ຳໃຫຍ່ ຢູ່ເຂດ ສອກຫລີກ, ແຂວງບໍ່ແກ້ວ. ພື້ນທີ່ ອອ້ມແອ້ມ ກໍ່ບໍ່ມີ ປ່າໄມ້ໃຫຍ່ ຫລາຍພໍປານໃດ ແລະ ບ້ານເຮືອນ ໄຮ່ນາ ຂອງ ປະຊາຊົນ ກໍ່ຢູ່ ຫ່າງກັນ ເປັນກຸ່ມ ບ້ານນ້ອຍໆ, ເໝາະສົມ ກັບການສ້າງ ເຂື່ອນໄຟຟ້າ.
2008-05-16
ສ່ວນ ການໂຍກຍ້າຍ ປະຊາຊົນ ໃຫ້ ເມາະສົມ ແລະ ທັນການ ນັ້ນ, ທາງການ ມີ ແຜນການ ລະອຽດ ໝົດແລ້ວ. ມີ ການຮັບຮອງ ຈາກ ອົງການ ວິທຍາສາຕ ແລະ ສິ່ງແວດລ້ອມ, ບໍ່ມີ ບັນຫາ ຫຍັງດອກ.
2008-05-08
ພາກຣັຖ ຮັບຮອງວ່າ ການຈັດສັນ ທີ່ດິນ ເພື່ອໂຍກຍ້າຍ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົນສທ້ອນ ຈາກ ການສ້າງເຂື່ອນ ໃນແຂວງບໍຣິຄຳໄຊ ເຂົ້າໄປຢູ່ນັ້ນ ຈະປະຕິບັດ ດູແລ ຢ່າງດີ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ກ່ຽວຂ້ອງ ຂອງແຂວງ.
2008-04-30
ເຂື່ອນໄຟຟ້າ 3 ແຫ່ງ ໃນລາວ ທີ່ມີ ກຳນົດສົ່ງ ກະແສ ໄຟຟ້າ ໃຫ້ໄທ ໃນປີ 2013-2014 ນັ້ນ ອາດຈະມີ ການເລື່ອນ ເວລາ ໄປ 2 ປີ.
2008-04-30
ການກໍ່ສ້າງ ເຂື່ອນນ້ຳເທີນ 2 ຈະແລ້ວຮອດ 90% ເມື່ອເຖິງ ເດືອນ ກໍຮະກະດາ ແລະ ພ້ອມທີ່ ຈະທົດລອງໃຊ້ ປາຍປີ 2008 ນີ້