ປະຊາຊົນ ບືງທາຕຫລວງ ຢືນຢັນ ບໍ່ຢາກຍ້າຍ

ປະຊາຊົນ ທີ່ອາສັຍຢູ່ ບໍຣິເວນ ບືງທາຕຫລວງ ຢືນຢັນບໍ່ຢາກຍ້າຍ ອອກຈາກ ເຂຕພື້ນທີ່ ເຖີງແມ່ນທາງກາຣລາວ ໃຫ້ຈີນເຂົ້າມາ ພັທນາກໍຕາມ
ຫວາດ ສີມູນ
2009.03.10

ໂຄງກາຣພັທນາ ທີ່ບໍຣິເວນ ບືງທາຕຫລວງ ໃຫ້ເປັນເມືອງໃໝ່ ຫລືເປັນ China Town ນັ້ນ ທາງກາຣ ກ່ຽວຂ້ອງຂອງລາວ ກໍວ່າຈະມີ ກາຣດຳເນີນ ຕໍ່ໄປຢ່າງບໍ່   ຢຸດຢັ້ງພາຍໃນປີ 2009 ນີ້ແລະວ່າ ຈະມີກາຣເວນ ຄືນແລະໂຍກຍ້າຍ ປະຊາຊົນໃຫ້ ໄປຢູ່ບ່ອນໃໝ່ ແລະໃນຂະນະ ດຽວກັນ ກໍຍັງມີ ປະຊາຊົນ ສ່ວນໜື່ງທີ່ເຄີຽ ຢູ່ອາສັຍ ໃນເຂຕດັ່ງກ່າວ ເປັນເວລາ ດົນນານມາ ແລ້ວນັ້ນ ກໍແສດງຄວາມ ບໍ່ພໍໃຈແລະ ຢືນຢັນ ບໍ່ຕ້ອງກາຣ ທີ່ຈະຍ້າຍອອກ ໄປແລະວ່າ ຖ້າຈຳເປັນ ແຕ່ແທ້ນັ້ນ ກໍຂໍໃຫ້ທາງ ກາຣລາວ ພິຈາຣະນາ ຢ່າງຖີ່ຖ້ວນ ເພື່ອຄວາມເປັນທັມ ຢ່າງຄັກແນ່ ດັ່ງຍານາງ ແສງແກ້ວ ຄຳປັນຍາ ໄດ້ໃຫ້ຄຳເຫັນ ໃນຕອນໜື່ງວ່າ:

ຍັງ..ຍັງບໍ່ໄດ້ເຮັດ..ເພາະປະຊາຊົນ ຍັງບໍ່ທັນຢາກ (ຍ້າຍ) ປານໃດ ບໍ່ຢາກອອກຈາກ ບ່ອນນັ້ນ ເພາະເປັນແຫລ່ງ ທຳມາຫາກິນ ຂອງເຂົາ ຄັນວ່າ ຣັຖບາລມີ ຄຳສັ່ງ ອອກມາ ປະຊາຊົນກໍ ອອກທັນທີ ເຂົາຈັດສັນທີ່ ໃຫ້ຢູ່ໃໝ່ແລະ ກໍໃຫ້ຄ່າ ຊົດເຊີຽໃຫ້.

ຍານາງ ແສງຄຳ ໄດ້ກ່າວຢ້ຳວ່າ ບໍ່ມີຜູ້ໃດທີ່ ຢາກຈະຍ້າຍ ອອກຈາກບ່ອນເກົ່າ ທີ່ເຄີຽອາສັຍ ຢູ່ມາເປັນ ເວລາດົນນານ ແລ້ວນັ້ນ ແຕ່ກໍບໍ່ມີ ທາງເລືອກເພາະ ທາງ ຣັຖບາລ ຕ້ອງກາຣໃຫ້ຈີນ ເຂົ້າມາ ອາສັຍຢູ່ ຈື່ງຈະໃຫ້ຄ່າ ຊົດເຊີຽແກ່ຜູ້ ທີ່ເປັນເຈົ້າຂອງ ເນື້ອທີ່ດີນມາ ກ່ອນແລ້ວນັ້ນ ແຕ່ກໍຕ້ອງມີ ຫລັກຖານຢັ້ງຢືນ ອັນຄົບຖ້ວນເຊັ່ນ ໃບອະນຸຍາຕ ໃບຕຣາດິນ ແລະຫລັກຖານ ສຳຄັນອື່ນໆ ເພື່ອທາງກາຣ ກ່ຽວຂ້ອງຈະໄດ້ ຮັບພິຈາຣະນາ ໃຫ້ຄ່າຊົດເຊີຽ ຕາມອັຕຣາ ສ່ວນທີ່ເໝາະສົມ.

ເຖີງຢ່າງໃດ ກໍຕາມ ທາງກາຣກ່ຽວຂ້ອງ ຂອງລາວ ກໍເຄີຽໃຫ້ກາຣ ຢືນຢັນວ່າ: ເຂຕບໍຣິເວນ ບືງທາຕຫລວງ ດັ່ງກ່າວນີ້ ເວລາ ສ້າງສຳເຣັຈ ແລ້ວນັ້ນຈະກາຍ ເປັນສູນ ກາງ ເສຖກິຈແລະ ກາຣຄ້າແຫ່ງໃໝ່ ຂອງນະຄອນ ຫລວງວຽງຈັນ ແລະກໍມີ ຄົນລາວ ບາງທີ່ບໍ່ຄ່ອຍ ຈະເຫັນພ້ອມ ກໍໃຫ້ທັສນະ ແບບທີ່ວ່າ

ຄົງກາຍໄປເປັນ ເມືອງຈີນຢ່າງ ແນ່ນອນ ໂດຽສະເພາະ ທີ່ວ່າ ທາງກາຣລາວ ຈະອະນຸຍາຕ ໃຫ້ຊາວຈີນ ບໍ່ຕໍ່າກວ່າ 3,000 ຄົນເຂົ້າມາ ອາສັຍຢູ່ເພື່ອ ທຳມາຄ້າຂາຍ ໃນເມືອງເອກ ຂອງປະເທສລາວ ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.