ແຜນນໍາໃຊ້ທີ່ດິນ ສະບັບປັບປຸງໃໝ່
2010.04.27
ເສຖກິດຕລາດ ໃນເຂດຊົນນະບົດ ຂອງລາວ ມີການຂຍາຍຕົວ ຫລາຍຂຶ້ນ ຂະນະ ທີ່ການລົງທຶນ ຂອງຕ່າງປະເທດ ແລະໃນປະເທດ ເຕີບໂຕ ໂດຍສະເພາະ ການໃຫ້ ສັມປະທານທີ່ດິນ ແກ່ນັກລົງທຶນ ຕ່າງປະເທດ. ທີ່ຜ່ານມາ ຍ້ອນບໍ່ມີກົດໝາຍ ວ່າດ້ວຍການ ກໍານົດທີ່ດິນ ເພື່ອການກະເສດ ສະເພາະ ເຮັດໃຫ້ນັກລົງທຶນ ບາງກຸ່ມ ບໍ່ມີຄວາມໝັ້ນໃຈ ໃນການລົງທຶນ ຢູ່ລາວ.
ໃນປັຈຈຸບັນນີ້ ໄດ້ມີຄູ່ມື ແຜນນໍາໃຊ້ທີ່ດິນ ສະບັບປັບປຸງໃໝ່ ຂອງກະຊວງ ກະສິກັມປ່າໄມ້ ເພື່ອໃຫ້ນັກ ລົງທຶນ ມີຄວາມໝັ້ນໃຈ ລົງທຶນຢູ່ລາວ ຫລາຍຂຶ້ນ. ຕາມຄໍາເວົ້າຂອງ ທ່ານຄໍາພັນ ເໝືອນສິດທິດາ ຮອງຫົວໜ້າຫ້ອງການ ກະຊວງກະສິກັມ ປ່າໄມ້ ໃນນະຄອນ ຫລວງວຽງຈັນ:
"ດຽວນີ້ໜີ້ຖືວ່າ ສປປລາວ ຈະເຮັດອັນໃດ ກໍຕ້ອງຖືເອົາ ກົດໝາຍ ເປັນຫລັກເພື່ອວ່າ ໃຫ້ມີຄວາມເຊື່ອຖື ຫລາຍຂຶ້ນ ໂດຍສະເພາະ ແມ່ນເພື່ອເປັນການ ຮອງຮັບໃຫ້ແກ່ ພາກສ່ວນ ຈະມາລົງທຶນ ໜ່ວຍງານກະສິກັມ ປ່າໄມ້ຢູ່ລາວ ໃຫ້ມີຄວາມ ໝັ້ນໃຈຫລາຍຂຶ້ນ".
ທ່ານ ຄໍາພັນ ກ່າວຕໍ່ໄປວ່າ ຄູ່ມືສະບັບນີ້ ເນັ້ນເຖິງການຮ່ວມມື ຣະຫວ່າງ ກະຊວງກະສິກັມ ປ່າໄມ້ ແລະອົງການຄຸ້ມຄອງ ທີ່ດິນແຫ່ງຊາດ ໃນການຈັດຕັ້ງ ປະຕິບັດ ເນັ້ນເຖິງການຄຸ້ມຄອງ ການນໍາໃຊ້ ແຕ່ລະເຂດ ນໍາໃຊ້ທີ່ດິນ ການຂຶ້ນທະບຽນ ຕອນດິນ ທີ່ຮັບປະກັນ ໃຫ້ຊາວບ້ານ ມີສິດນໍາໃຊ້ ທີ່ດິນຖາວອນ ການນໍາໃຊ້ເຄື່ອງ ມືອຸປກອນ ແລະ ການຂຍາຍເຄືອຂ່າຍ ກຸ່ມບ້ານແລະບ້ານ ເພື່ອໃຫ້ການນໍາໃຊ້ ຊັພຍາກອນ ທັມມະຊາດ ມີຄວາມຍືນຍົງ ໃນອະນາຄົດ. ຄູ່ມື ແຜນນໍາໃຊ້ ທີ່ດິນ ສະບັບປັບປຸງ ໃໝ່ນີ້ ເປັນກົດໝາຍທີ່ ເນັ້ນໃສ່ສະເພາະ ດ້ານກະສິກັມ ແລະປ່າໄມ້ ເພື່ອໃຫ້ປະຊາຊົນ ມີພື້ນທີ່ທີ່ເໝາະສົມ ໃນການປູກພືດ ກະສິກັມ ແລະການລ້ຽງສັດ ຕ່າງໆ:
"ຕົວນີ້ ເປັນແຜນທີ່ໄດ້ ກໍານົດທີ່ດິນ ເພື່ອກະເສຕ ແລະ ປ່າໄມ້ໂດຍສະເພາະ ເພາະວ່າຫລັງຈາກ ອົງການຄຸ້ມຄອງ ທີ່ດິນແຫ່ງຊາດ ທີ່ໄດ້ກໍານົດໃຫ້ ເຂດພື້ນທີ່ຕົວນີ້ ຈະເໝາະສົມແກ່ ການເພາະປູກ ການລ້ຽງສັດ ການປະມົງຫລື ການປູກໄມ້".
ຄູ່ມື ແຜນນໍາໃຊ້ທີ່ດິນ ສະບັບປັບປຸງໃໝ່ ເລີ່ມປະກາດໃຊ້ ເມື່ອອາທິດ ທີ່ຜ່ານມາ ໂດຍມີການ ຣະບຸຢ່າງລະອຽດ ໃນການນໍາໃຊ້ ທີ່ດິນ ເພື່ອການກະສິກັມ ຫຼາຍກວ່າ ຄູ່ມືສະບັບເກົ່າ ແລະມີຄວາມເໝາະສົມ ກັບສະພາບເງື່ອນໄຂ ໃນລາວ ປັຈຈຸບັນນີ້.









