ຊາວທາຕຫລວງວິຕົກ ກາຣໄປຢູ່ບ່ອນອື່ນ

ປະຊາຊົນ ໃນຫລາຍໝູ່ບ້ານ ທີ່ເຄີຽອາສັຍ ຢູ່ຕາມ ບໍຣິເວນ ເຂຕບ້ານ ທາຕຫລວງເໜືອ ກາງ ແລະໃຕ້ ມີຄວາມ ວິຕົກກັງວົນ ແລະເປັນຫ່ວງ ທີ່ຕ້ອງໄດ້ ໂຍກຍ້າຍ ໄປຢູ່ບ່ອນໃໝ່ ແລ້ວປ່ອຍໃຫ້ຈີນ ເຂົ້າມາຢູ່ ຕາມແຜນ ຂອງຣັຖບາລ ທີ່ໃຫ້ສັມປະທານ ໄປນັ້ນ.
ຫວາດ ສີມູນ
2010.02.09

ປະຊາຊົນ ມີຄວາມ ວິຕົກກັງວົນ ແຕ່ບໍ່ສາມາດ ເຮັດຫຍັງໄດ້ ນອກຈາກໄດ້ແຕ່ ພາກັນ ຈົ່ມທຸກຂ໌ຈົ່ມຍາກ ເທົ່ານັ້ນ. ສ່ວນສະຖານທີ່ໃໝ່ ໃນເຂຕ ຫລັກທີ່21 ທີ່ເປັນບ່ອນ ຊຶ່ງທາງກາຣ ຈັດໃຫ້ນັ້ນ ກໍເປັນເຂຕທີ່ ຫ່າງໄກຈາກ ຕົວເມືອງ ທີ່ຍັງບໍ່ທັນ ມີຄວາມເຈຣີນເທື່ອ ຈຶ່ງພາກັນ ເປັນຫ່ວງ ບໍ່ຮູ້ວ່າຈະໃຊ້ ອາຊີພ ຄ້າຂາຍໄດ້ຢ່າງໃດ:

“ກໍຍັງບໍ່ຮູ້ເທື່ອ ຍັງຄິດບໍ່ອອກ ວ່າຊິໄປເຮັດ ອີຫຍັງ ເພາະວ່າ ຈະມີທຳເລ ບ່ອນຄ້າຂາຍເຮົາບໍ ເຮົາຢູ່ນີ້ ກໍໄດ້ຄ້າຂາຍ ລ້ຽງລູກກໍພໍໄດ້ ກິນໄດ້ໃຊ້ຈ່າຍ ແຕ່ໄປພຸ້ນ ກໍບໍ່ຮູ້ວ່າ ຈະໄປທຳ ອາຊີພຫຍັງ ຈະໄປເຮັດ ອີຫຍັງ?”.

ຊາວລາວ ທ່ານນີ້ ກ່າວເພີ່ມວ່າ ເຣື່ອງກາຣໂຍກຍ້າຍ ບ້ານເທື່ອນີ້ ຈະໄດ້ປະສົບ ກັບຄວາມ ທຸກຂ໌ຍາກລຳບາກ ຄັ້ງໃຫຍ່ໃນຊີວີຕ ບໍ່ແມ່ນແຕ່ໄດ້ ພັດພາກຈາກ ທີ່ຢູ່ອາສັຍ ມາແຕ່ເກີດແລ້ວ ເທົ່ານັ້ນ ແຕ່ກໍຍັງ ບໍ່ໝັ້ນໃຈວ່າ ໃນເມື່ອຍ້າຍແລ້ວ ຈະປະກອບ ອາຊີພອື່ນໆ ໄດ້ແບບໃດ?

ເຖິງຢ່າງໃດກໍຕາມ ໃນປັຈຈຸບັນ ກໍມີຕົວແທນ ຂອງຣັຖບາລ ລົງມາສັມພາສ ແລະ ເກັບກຳຂໍ້ມູລ ເບື້ອງຕົ້ນໄປແລ້ວ ແຕ່ກໍຍັງ ບໍ່ທັນມີກາຣ ເຈຣະຈາ ຕົກລົງກັນ ໃຫ້ໂຍກຍ້າຍ ໃນເມື່ອໃດກັນ ແທ້ ແຕ່ຄາດວ່າ ຄົງຈະບໍ່ກາຍ ທ້າຍເດືອນມີນາ ທີ່ຈະມາເຖິງນີ້ ຢ່າງແນ່ນອນ.

ແຕ່ສະເພາະ ສະຖານທີ່ ຈັດສັນ ໃຫ້ປະຊາຊົນ ທີ່ໄດ້ຮັບ ຜົລກະທົບກວ່າ 350ຄອບຄົວ ໄປອາສັຍຢູ່ນັ້ນ ແມ່ນຢູ່ໃນ ເຂຕຫລັກທີ່21 ຊຶ່ງຢູ່ເຂຕນອກ ນະຄອນຫລວງ ວຽງຈັນ ໂດຍແຕ່ລະຄອບຄົວ ຈະມີທີ່ດິນໃໝ່ ໃຫ້ທີ່ກວ້າງ ປະມານ 800ແມ໊ຕ ພ້ອມກັບເງິນ ຄ່າຊົດເຊີຽ ຈຳນວນໜຶ່ງ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.