ເອົາດິນເປັນທຶນ ຂອງທາງການລາວ ໄດ້ສ້າງບັນຫາ

ນະໂຍບາຍ ຫັນເອົາດິນເປັນທຶນ ຂອງທາງການລາວ ສົ່ງຜົນກະທົບ ຕໍ່ປະຊາຊົນ ທີ່ເປັນເຈົ້າຂອງທີ່ດິນ ຢູ່ໃນເຂດຂອງໂຄງການ ຣັຖບານ ຍ້ອນໄດ້ຮັບຄ່າ ຊົດເຊີຍທີ່ຕ່ຳ.
ຈຳປາທອງ
2010.01.20

ນະໂຍບາຍ ຫັນເອົາດິນເປັນທຶນ ຂອງທາງການລາວ ທີ່ຫວັງຈະເຮັດໃຫ້ຣັຖ ຫລຸດຜ່ອນການໃຊ້ ງົບປະມານ ເຂົ້າໃນການພັທນາ ໂຄງຮ່າງພື້ນຖານນັ້ນ ສົ່ງຜົນກະທົບ ຕໍ່ປະຊາຊົນ ທີ່ເປັນເຈົ້າຂອງທີ່ດິນ ຫລືດຳຣົງຊີວິດ ຢູ່ໃນເຂດຂອງ ໂຄງການຣັຖບານ ຍ້ອນວ່າພວກເຂົາເຈົ້າ ຈຳຕ້ອງໄດ້ໂຍກຍ້າຍ ໄປຢູ່ແຫ່ງອື່ນ ຫລື ໄດ້ຮັບຄ່າຊົດເຊີຍ ແບບບໍ່ເໝາະສົມ ອັນເຮັດໃຫ້ເກີດມີ ການວິພາກວິຈານ ຈາກສັງຄົມ ຕໍ່ທາງການ.

ກ່ຽວກັບບັນຫາດັ່ງກ່າວ ກະຊວງການເງິນ ຂອງລາວຍອມຮັບວ່າ ການປະຕິບັດ ນະໂຍບາຍ ຫັນເອົາດິນເປັນທຶນ ຂອງຣັຖບານລາວ ໃນປັດຈຸບັນ ຍັງຂາດການ ຮັບປະກັນ ທາງດ້ານກົດໝາຍ ດັ່ງນັ້ນຈຶ່ງເຮັດໃຫ້ ການປະຕິບັດວຽກງານ ໃນທ້ອງຖິ່ນຕ່າງໆ ບໍ່ເປັນເອກກະພາບກັນ ເຮັດໃຫ້ເກີດຜົນກະທົບ ອັນບໍ່ດີຕໍ່ປະຊາຊົນ ແລະເຮັດໃຫ້ສັງຄົມ ມີຂໍ້ຂັດແຍ່ງເພີ່ມຂຶ້ນ.

ນະໂຍບາຍຫັນ ເອົາດິນເປັນທຶນ ຢູ່ສປປລາວ ມີຂຶ້ນຢູ່ໃນ ກອງປະຊຸມໃຫຍ່ ຄັ້ງທີ 7 ປີ 2001 ຂອງພັກປະຊາຊົນ ປະຕິວັດລາວ ທີ່ວ່າໃນຂະນະ ທີ່ປະເທດຊາດ ຂາດທຶນຮອນຢ່າງ ມະຫາສານ ເພື່ອນຳໃຊ້ເຂົ້າໃນການ ພັທນາເສຖກິດ-ສັງຄົມ ການຫັນຊັພຍາກອນ ທັມມະຊາດ ທີ່ລວມທັງທີ່ດິນເປັນທຶນ ຈຶ່ງເປັນທາງເລືອກນຶ່ງ ທີ່ຈະເຮັດໃຫ້ ປະເທດຊາດ ໄດ້ຮັບການພັທນາໄວຂຶ້ນ.

ຕົວຢ່າງອັນນຶ່ງ ທີ່ເຮັດໃຫ້ເກີດ ມີຂໍ້ຂັດແຍ່ງ ໃນການ ປະຕິບັດນະໂຍບາຍ ທີ່ວ່ານັ້ນຄື ໂຄງການກໍ່ສ້າງເສັ້ນທາງ ຊຸບເປີ ຮາຍເວ 450 ປີ ໃນນະຄອນຫລວງວຽງຈັນ ຊຶ່ງມີມູນຄ່າ ປະມານ 64 ລ້ານໂດລາ ສະຫະຣັດ. ຣັຖບານລາວ ໄດ້ຈ່າຍຄ່າຊົດເຊີຍ ໃຫ້ເຈົ້າຂອງທີ່ດິນ ຊຶ່ງນອນຢູ່ໃນເຂດ ໂຄງການກໍ່ສ້າງນັ້ນ ໃນອັດຕຣາ 20,000 ກີບຕໍ່ 1 ເຮັກຕາ ແຕ່ນຳໄປຂາຍຕໍ່ ໃນຣາຄາ ປະມານ 34 ໂດລາ ຫລືປະມານ 280,000 ກີບ ຕໍ່ 1 ເຮັກຕາ ຄືລື່ນຄ່າຊົດເຊີຍເຖິງ 14 ເທົ່າ ອັນເຮັດໃຫ້ປະຊາຊົນ ມີຄວາມບໍ່ພໍໃຈ ຍ້ອນວ່າທາງການລາວ ບົ່ງໃຫ້ຄ່າຊົດເຊີຍ ທີ່ດິນຂອງພວກຕົນ ຕ່ຳເກີນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.