ຫລັກສູດ ມັທຍົມ ຈະເພີ້ມ ນຶ່ງປີ
2009.04.09
ເດັກນັກຮຽນຂັ້ນປະຖົມອີກຫລາຍປີກວ່າຈະເຖິງຂັ້ນມັທຍົມ
ເມື່ອບໍ່ດົນຜ່ານມາ ກະຊວງ ສຶກສາທິການ ຂອງລາວໄດ້ປະກາດ ຈະເພິ້ມປີຮຽນ ຂັ້ນມັທຍົມ ຈາກ 6 ປີຂື້ນເປັນ 7 ປີໃນສົກ ການສຶກສາປີ 2010-2011. ແຕ່ພໍ່ແມ່ ຂອງນັກຮຽນຫຼາຍໆ ຄົນຄິດວິຕົກ ກັງວົນຢ້ານຈະ ມີການໃຊ້ຈ່າຍ ສຳຣັບການຮຽນ ຂອງລູກຫລານ ຫລາຍຂື້ນ ຖ້າຫາກພວກເຂົາ ໄດ້ຮຽນຂັ້ນ ມັທຍົມຕື່ມອີກ ນຶ່ງປີ;
ທ່ານ ລີຟົງ ຫົວໜ້າກົມການ ສຶກສາພາກ ເອກກະຊົນຂອງ ກະຊວງສຶກສາ ຂອງລາວ ອະທິບາຍວ່າ ຖ້ານັກຮຽນໄປ ໂຮງຮຽນຂອງຣັຖ ຜູ້ເປັນພໍ່ແມ່ ຄົງຈະບໍ່ໄດ້ໃຊ້ຈ່າຍ ຕື່ມຫຍັງຫລາຍ ເພາະວ່າພໍ່ແມ່ ຕ້ອງຈ່າຍຄ່າຮຽນ ຕື່ມພຽງແຕ່ 1 ໝື່ນກີບເທົ່ານັ້ນ ສຳຣັບມໍ 7 ແຕ່ຖ້າສົ່ງລູກ ໄປໂຮງຮຽນ ເອກກະຊົນພໍ່ແມ່ ອາດຈະໄດ້ ຈ່າຍເພິ້ມຂື້ນ ຫລາຍແທ້ເພາະ ໂຮງຮຽນເອກກະຊົນ ຈະມີສຖານທີ່ ກວ້າງຂວາງແລະ ຄຸນນະພາບການຮຽນ ການສອນກໍດີກວ່າ. ທ່ານ ລີຟົງ ອະທິບາຍຕື່ມວ່າ ເຖິງຢ່າງໃດກໍດີຖ້າ ຄິດໄລ່ລວມແລ້ວ ຣະບົບການຮຽນ ແບບໃໝ່ຈະຊ່ວຍ ປະຫຍັດຣາຍຈ່າຍ ຫລາຍເພາະທາງການ ຈະຕັດປີຮຽນ ຕຽມມະຫາວິທຍາໄລ ອອກໄປຕື່ມໃສ່ ປີຮຽນຂັ້ນ ມັທຍົມ ແລະຄ່າຮຽນຢູ່ ຂັ້ນມັທຍົມກໍຈະ ຖືກກວ່າຄ່າຮຽນ ຢູ່ຂັ້ນ ມະຫາວິທະຍາໄລ.
ຫລັງຈາກຍຶດອຳນາດ ໃໝ່ໆຄະນະຜູ້ ນຳສປປລາວ ໄດ້ປະຕິຮູບ ຣະບົບການສຶກສາ ຢ່າງໃຫຍ່ຍໍ້ປີ ຮຽນນັບແຕ່ຂັ້ນ ປະຖົມເຖິງຂັ້ນ ມັທຍົມຕອນປາຍ ຈາກ 13 ປີລົງ ເປັນ 11 ປີ. ຈຸດປະສົງກໍ ເພື່ອຟ້າວສ້າງ ຄົນລາວໃຫ້ມີ ຄວາມຮູ້ຄວາມສາມາດ ເພື່ອເຮັດການ ປະຕິວັດ ກ້າວຂື້ນ ສັງຄົມນິຍົມ.









