ການລັກລອບ ຄ້າຢາເສບຕິດ ຂ້າມຊາດ ໃນແຂວງ ຫົວພັນ
2009.03.04
ພາຍຫລັງ ວິທຍຸ ເອເຊັຍເສຣີ ອອກຂ່າວ ກ່ຽວກັບ ເຈົ້າໜ້າທີ່ ແຂວງຫົວພັນ ຈັບພວກຄ້າຢາເສບຕິດ ໄດ້ 8 ຄົນ ພ້ອມກັບ ຂອງກາງນັ້ນ, ທາງເຈົ້າໜ້າທີ່ ຕໍາຣວດ ແຂວງຫົວພັນ ຢືນຢັນ ກັບວິທຍຸ ເອເຊັຍເສຣີ ໃນວັນພຸດນີ້ ວ່າ ເຈົ້າໜ້າທີ່ ໄດ້ຈັບ ພວກຄ້າຢາເສບຕິດ ໄດ້ 7 ຄົນ ແລະ ອີກຄົນນຶ່ງນັ້ນ ຫລົບໜີ ໄປໄດ້.
ພວກລັກລອບ ຄ້າຢາເສບຕິດ ທັງໝົດ ເປັນຊົນເຜົ່າລາວສູງ ຈາກຫລາຍແຂວງທາງພາກເໜືອ ຂອງລາວ. ຊຶ່ງກ່ຽວກັບ ເຣື້ອງນີ້ ທາງການກ່ຽວຂ້ອງ ໄດ້ພະຍາຍາມ ສືບສວນ ເພື່ອຂຍາຍຜົນ ໄປຫາຜູ້ທີ່ກ່ຽວຂ້ອງ ຄົນອື່ນໆ, ດັ່ງເຈົ້າໜ້າທີ່ ຕໍາຣວດ ຊຸດປາບປາມ ຢາເສບຕິດ ປະຈໍາແຂວງ ເປີດເຜີຍ ວ່າ:
“ພາຍຫລັງ ສໍາເຣັດໂຕນີ້ ທາງວິຊາການ ກໍໄດ້ພວມຂຍາຍຜົນ ປັດຈຸບັນ ຕາມການເກັບກໍາ ກໍຍັງ ຈໍານວນນຶ່ງ. ພວກລັກລອບ ຂົນສົ່ງ ນີ້ແຫລະ ເຄືອຂ່າຍ ຂ້າມຊາດ ຄືກັນ ພວກມັນໄດ້ນໍາໃຊ້ ຄົນລາວ ທີ່ມັນເຄີຍສູ່ແຂວງນັ້ນ ແຂວງນີ້ໄດ້ ມີຄົນລາວເຮົາ ນີ້ແຫລະ.”
ທ່ານ ກ່າວຕື່ມວ່າ ເປັນໄປໄດ້ ທີ່ຍັງມີກຸ່ມຊາວລາວ ທີ່ຮັບຈ້າງ ຂົນສົ່ງ ຈາກເພື່ອນບ້ານ ເພື່ອລໍາລຽງ ຢາເສບຕິດ ຜ່ານລາວ ໄປຍັງຈຸດຕ່າງໆ ຕາມເຂດຊາຍແດນ. ແຕ່ໃນເວລານີ້ ເຖິງແມ່ນວ່າ ທາງການ ຈະພໍຮູ້ຮອງຮອຍ ແຕ່ຍັງບໍ່ຢາກເປີດເຜີຍ ຊື່ກຸ່ມຄົນທີ່ເຫລືອ ເພາະຢ້ານວ່າ ຈະເສັຍຮູບຄະດີ ໃນການສືບຫາ ແລະ ຕາມຈັບ ຜູ້ທີ່ຫລົບໜີໄປ.
ເຖິງແມ່ນວ່າ ແຂວງຫົວພັນ ຖືເປັນທາງຜ່ານ ຂອງຂບວນການ ຄ້າຢາເສບຕິດ ກໍຕາມ, ແຕ່ບັນຫາ ດັ່ງກ່າວ ກໍສົ່ງຜົນກະທົບ ຕໍ່ແຂວງ ບໍ່ໜ້ອຍ, ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າວ່າ:
“ໂຕນີ້ ກໍຍັງມີຢູ່ ປາສຈາກ ບໍ່ໄດ້ ພວກນີ້ ພາຍຫລັງທີ່ນໍາເຂົ້າແລ້ວ, ກໍໄດ້ມາຈໍາໜ່າຍຍ່ອຍ ຢູ່ໃນແຂວງຫົວພັນ, ໂດຍສະເພາະ ຊາວໜຸ່ມ ທີ່ຂາດວຽກເຮັດງານທໍາ. ໂຕນີ້ ຖ້າພວກເຮົາ ບໍ່ສະກັດກັ້ນ ກໍຖືວ່າ ກະທົບໄປຫລາຍອັນ ຫັ໋ນແຫລະ.”
ປັດຈຸບັນນີ້, ຍັງມີປະຊາຊົນ ໃນແຂວງຫົວພັນອີກຫລາຍພັນຄົນ ທີ່ຈໍາເປັນຕ້ອງນໍາໄປປິ່ນປົວ ຈາກການຕິດຢາເສບຕິດ, ໂດຍສະເພາະ ຝິ່ນ ແລະ ຢາບ້າ. ນອກຈາກນີ້ ບັນຫາອາສຍາກັມ ແລະ ສັງຄົມຕ່າງໆ ທັງຂີ້ລັກງັດແງະ, ຜິດຖຽງກັນ ຖືເປັນຜົນໂດຍກົງ ຈາກບັນຫາ ຢາເສບຕິດ ທີ່ເກີດຂຶ້ນ, ຊຶ່ງຈໍາເປັນຕ້ອງ ຫາທາງແກ້ໄຂ ຕໍ່ໄປ.









