ຍ້ອນຢາເສບຕິດ ອາຊຍາກັມ ຢູ່ລາວ ເພິ້ມຂື້ນ

ການກໍ່ອາຊຍາກັມ ຢູ່ລາວເພິ້ມຂື້ນ ສ່ວນຫລາຍຍ້ອນ ຢາເສບຕິດ ອີກສ່ວນນຶ່ງຍ້ອນ ການຕັດ ສິນຂອງສານ ບໍ່ສັກສິດ.
ອາວະຣີ
2009.03.06

ເຈົ້າໜ້າທີ່ ຫ້ອງການ ຕ້ານແລະຄວບຄຸມ ຢາເສບຕິດ ນະຄອນ ຫລວງວຽງຈັນ ເປີດເຜີຍວ່າ ເມື່ອປີ 2008 ທີ່ຜ່ານມາ ຈຳນວນຄະດີ ອາຍາ ໃນທົ່ວປະເທດລາວ ເພິ້ມຂື້ນເປັນ 4,690 ຄະດີ ເພິ້ມຂື້ນເຖິງ 63 ສ່ວນຮ້ອຍເມື່ອທຽບ ໃສ່ປີ 2007 ເຂດນະຄອນຫລວງ ວຽງຈັນ ມີຄະດີຫລາຍ ກວ່າເມືອງ ແລະ ແຂວງອື່ນໆຄືມີ   ເຖິງ 54 ສ່ວນຮ້ອຍ ຂອງຈຳນວນ ຄະດີ ທັງໝົດໃນທົ່ວ ປະເທດ. ເຈົ້າໜ້າທີ່ ທ່ານນຶ່ງ ກ່າວວ່າ:

ອາຊຍາກັມ ຫລືຄະດີ ເກີດຂື້ນ ສ່ວນຫລາຍມີ ສ່ວນພົວພັນກັບ ຢາເສບຕິດເຊັ່ນ ຄະດີຄ້າແລະ ເສບຢາເສບຕິດ ຄະດີປຸ້ນຈີ້ ລັກລອບງັດແງະ ກໍແມ່ນ ພວກທີ່ ຕິດຢາ ເສບຕິດ ເປັນຜູ້ກະທຳ ອີກສາເຫດນຶ່ງ ທີ່ພາໃຫ້ ມີຄະດີຫລາຍ ຢູ່ລາວ ກໍແມ່ນ ການຕັດ ສິນຂອງສານບໍ່ ສັກສິດ ສານຕັດສິນແລ້ວ ເຈົ້າໜ້າທີ່ບໍ່ ປະຕິບັດຕາມ ຄຳຕັດ ສິນຂອງສານ ຫລືບໍ່ປະຕິບັດ ຕາມກົດໝາຍ ຕົວຢ່າງ ສານຕັດສິນ ປະຫານຊີວິດ ພວກຄ້າຢາ ເສບຕິດ ແຕ່ປາກົດວ່າ ການປະຫານ ຊີວິດນັ້ນ ບໍ່ປະກົດມີ ຂື້ນຈັກເທື່ອ.

ເຈົ້າໜ້າທີ່ປ້ອງ ກັນຄວາມສງົບ ທ່ານນຶ່ງ ຢູ່ນະຄອນຫລວງ ວຽງຈັນ ເວົ້າວ່າ ສາເຫດນຶ່ງ ອີກທີ່ພາໃຫ້ ມີຄະດີເພິ້ມຂື້ນ ກໍແມ່ນ ປັດຈຸບັນ ກຸ່ມຄົນຮ້າຍ ເປັນຕົ້ນ ພວກຄ້າ ຢາເສບຕິດ ໄດ້ຮວມຫົວກັນ ເຄື່ອນໄຫວແບບມີການ ຈັດຕັ້ງຢ່າງດີ ມີຫົວໜ້າແລະ ມີຜູ້ປະສານ ງານຣະຫວ່າງ ເມືອງຕໍ່ເມືອງ ແຂວງຕໍ່ແຂວງ ແລະຣະຫວ່າງລາວ ກັບປະເທດ ເພື່ອນບ້ານ ພວກອາຊຍາກອນ ເຫລົ່ານີ້ ມີທັງເງິນ ທັງອາວຸດ ມີເສັ້ນສາຍ ແລະສາມາດ ຊື້ຈ້າງ ຈອບອອຍ ເຈົ້າໜ້າທີ່ ໄດ້ຢ່າງ ສະດວກສະບາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.