ບັນຫາດ້ານປາບປາມ ຢາເສພຕິດ ໃນລາວ

ໃນປັຈຈຸບັນນີ້ ທາງກາຣ ກ່ຽວຂ້ອງ ສປປລາວ ຍັງບໍ່ສາມາດ ແກ້ໄຂບັນຫາ ຢາເສພຕິດໃຫ້ໝົດສິ້ນໄປ ໄດ້ເທື່ອ ຍ້ອນແຜນກາຣ ນໍາໃຊ້ ໃນກາຣປາບປາມ ບໍ່ໄດ້ຜົລດີ ເທົ່າທີ່ຄວນ ແລະ ຍັງຂາດແຄນ ທາງດ້ານ ງົບປະມານ ຕລອດມາ.
ຫວາດ ສີມູນ
2010.02.10

ດັ່ງທີ່ ທ່ານເລັກ ບຸນວັຕ ຜູ້ຕາງໜ້າ ອົງກາຣ ສະຫະປະຊາຊາຕ ເພື່ອຕ້ານ ຢາເສພຕິດ ແລະ ອາຊຍາກັມ ໄດ້ກ່າວວ່າ:

“ສຳຄັນທີ່ສຸດ ກາຣແກ້ໄຂ ບັນຫາ ຢາເສພຕິດ ຢູ່ລາວ ຕ້ອງໄດ້ສຳເຣັຈ ແຜນແມ່ບົທນີ້ ຄິດວ່າແກ້ໄຂ ບັນຫາ ສ່ວນຫລາຍ ຢາເສພຕິດ ຢູ່ລາວ ມັນຍາກສຳຫລັບ ວ່າດຽວນີ້ ຢູ່ໃນແຜນ ແມ່ບົທນີ້ ມັນບາງອັນ ມັນກໍບໍ່ທັນ ໄດ້ເຣີ່ມ ມັນເປັນບັນຫາ ແບບນັ້ນ”.

ພ້ອມດຽວກັນນີ້ ທ່ານກໍວ່າ ສຳຫລັບແຜນ ແມ່ບົທທີ່ໃຊ ໃນກາຣປາບປາມ ຢາເສພຕິດນີ້ ທາງຣັຖບາລ ໄດ້ຮັບຮອງ ແຕ່ປີ2009–2020 ຊຶ່ງບາງແຜນ ກໍໄດ້ເຣີ່ມ ປະຕິບັຕ ໄປແລ້ວ ແລະກໍຍັງ ມີຫລາຍໆ ແຜນທີ່ບໍ່ ສາມາດ ປະຕິບັຕໄດ້ ທັ້ງໆທີ່ ທາງຣັຖບາລ ໄດ້ຈັດເຂົ້າຢູ່ ໃນແຜນພັທນາ ເສຖກິຈ-ສັງຄົມ ແລ້ວນັ້ນ ແຕ່ກໍຍັງ ຂາດດ້ານ ງົບປະມານ:

“ດຽວນີ້ ເຮົາກຳລັງ ຈະຂໍກາຣ ຊ່ວຍເຫລືອຈາກ ຫລາຍໆຝ່າຍ ເພື່ອໃຫ້ກາຣ ສນັບສນູນ ໃນກາຣ ປະຕິບັຕ ກາຣຈັດຕັ້ງ ແຜນແມ່ບົທ ໃນກາຣ ຈັດຕັ້ງແຜນ ແມ່ບົທ ອາຈຈະນອນ ຢູ່ໃນ ປະມານ8 ກວ່າໂຄງກາຣ ໃນແຜນກາຣ ແມ່ບົທດັ່ງກ່າວ ບາງອັນອາຈຈະໄມ່ (ບໍ່) ມີງົບ ໃນກາຣຈັດຕັ້ງ ປະຕິບັຕ”.

ເຈົ້າໜ້າທີ່ ທ່ານນີ້ ໄດ້ເນັ້ນວ່າ ທາງກາຣກ່ຽວຂ້ອງ ຈະໄດ້ຈັດ ກອງປະຊຸມ ຂຶ້ນພາຍໃນ ກາງເດືອນ ກຸມພານີ້ ເພື່ອພິຈາຣະນາ ຫາເງິນທຶນມາ ສນັບສນູນ ຕາມແຜນແມ່ບົທ ເພື່ອຄວບຄຸມ ຢາເສພຕິດ ທີ່ສວັນນະເຂຕ ຊຶ່ງຄາດວ່າ ຈະມີເຈົ້າໜ້າທີ່ ຕົວແທນ ຈາກຫລາຍປະເທສ ເຂົ້າຮ່ວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.