ອາສຍາກັມ ຂ້າມຊາດ ໃນພາກພື້ນ ລຸ່ມແມ່ນ້ຳຂອງ
2009.09.15
ການຂຍາຍໂຕ ຂອງເສຖກິດການຄ້າ ໃນພູມີພາກ ລຸ່ມແມ່ນ້ຳຂອງ ໄດ້ເຮັດໃຫ້ ບັນດາອົງການ ອາສຍາກັມຂ້າມຊາດ ເລີ້ມແຜ່ຂຍາຍເຂົ້າມາ ໃນຂົງເຂດ ຫລາຍຂື້ນ, ຊຶ່ງອົງການ ສະຫະປະຊາຊາດ ຕໍ່ຕ້ານຢາເສບຕິດ ແລະອາສຍາກັມ UNODC ເຫັນວ່າການຂຍາຍ ໂຕຂອງກຸ່ມດັ່ງກ່າວ ຈະສົ່ງຜົນສະທ້ອນ ຕໍ່ສັງຄົມແລະ ເສຖກິດ ພາຍໃນຂົງເຂດ ຢ່າງຮ້າຍແຮງ, ຫາກຣັຖບານໃນ ກຸ່ມປະເທດດັ່ງກ່າວ ບໍ່ເອົາມາຕການກວດກາ ແລະ ປ້ອງກັນ ຢ່າງຈິງຈັງ. ດັ່ງທ່ານ Gary Lewis ຜູ້ຕາງໜ້າ UNODC ປະຈໍາພູມີພາກ ເອເຊັຍຕາເວັນອອກ ແລະປາຊີຝິກ ເວົ້າວ່າ:
"ຂົງເຂດລຸ່ມແມ່ນ້ຳຂອງ ມີການສ້າງສາ ພັທນາພື້ນຖານ ໂຄງຮ່າງຫລາຍຂື້ນ. ການຂາດການຄຸ້ມຄອງ ຕລາດການເງິນ ຢ່າງເຄັ່ງຄັດ ເຮັດໃຫ້ຈຳນວນ ເງິນຫລັ່ງໄຫລ ເຂົ້າມາລົງທຶນ ເພີ້ມຂື້ນ, ໃນຂນະດຽວກັນ ສິ່ງທີ່ຜ່ານ ເຂດຊາຍແດນ ນັ້ນແມ່ນຄົນ, ສ່ວນຫລາຍແມ່ນ ການເຄື່ອນໄຫວ ທີ່ຜິດກົດໝາຍ ການຄ້າເຖື່ອນ ໂດຍມີ ອຳນາດມືດ ຊັກໃຍຢູ່ເບື້ອງຫລັງ, ເກີດມີການຄ້າມະນຸສ, ການຝອກເງິນ, ການຄ້າສິນຄ້າ ຕ້ອງຫ້າມຈາກປ່າ, ການຄ້າຢາເສບຕິດ ແລະ ສານເຄມີທີ່ໃຊ້ ຜລິດຢາເສບຕິດ."
ທ່ານເວົ້າຕໍ່ວ່າ ການເຂົ້າມາຂອງ ກຸ່ມອາສຍາກັມ ຂ້າມຊາດ ຈະເປັນການ ເຄື່ອນຍ້າຍເຄືອຄ່າຍ ຂອງຕົນ ຈາກປະເທດນຶ່ງ ໄປຫາປະເທດນຶ່ງ, ໂດຍຈະແຝງໂຕ ເຂົ້າມາລົງທຶນ ໃນທຸຣະກິດ ທີ່ຖືກຕ້ອງຕາມ ກົດໝາຍ ແລະບໍ່ຫົວຊາວ່າ ຜົນຂອງການເຮັດ ທຸຣະກິດ ຈະສົ່ງຜົນຮ້າຍ ຕໍ່ປະຊາຊົນ ແລະສັງຄົມ ໃນປະເທດນັ້ນໆ ຫລືບໍ່. ດັ່ງທ່ານ Gary Lewis ໄດ້ຍົກໂຕຢ່າງ ໃຫ້ຟັງວ່າ:
"ອົງການອາສຍາກັມ ຈາກຈີນ ເຫັນແຕ່ຄວາມ ຢາກຮັ່ງຢາກມີ ເຂົາຕ້ອງການຢາກ ໃຫ້ຣະບຽບກົດໝາຍ ມີຊ່ອງຫວ່າງ ເພື່ອເຂົາຈະສາມາດ ຫາເງິນໄດ້."
ເຖິງຢ່າງໃດກໍຕາມ ທ່ານເວົ້າ ໃນຕອນທ້າຍວ່າ ແມ່ນວ່າປະເທດ ລຸ່ມແມ່ນ້ຳຂອງ ຈະໄດ້ຮ່ວມລົງນາມ ໃນອະນຸສັນຍາ ສະຫະປະຊາຊາດ ເພື່ອຕໍ່ຕ້ານ ອາສຍາກັມ ຂ້າມຊາດ ແຕ່ການພັທນາ ຣະບົບກົດໝາຍ ຂອງແຕ່ລະປະເທດ ຍັງບໍ່ມີຄວາມ ກ້າວໜ້າ ຈຶ່ງສແດງໃຫ້ ເຫັນວ່າ ປະເທດເຫລົ່ານີ້ ຍັງບໍ່ເຫັນ ຄວາມສຳຄັນ ຂອງບັນຫາ ອາສຍາກັມຂ້າມຊາດ ນີ້ເທື່ອ.









