3 ແຂວງ ຂອງລາວ ເປັນເຂດ ເຝົ້າຣະວັງ ຢາເສບຕິດ

ອົງການ ຕ້ານຢາເສບຕິດ ແລະອາສຍາກັມ ສະຫະປະຊາຊາດ UNODC ໃຫ້ 3 ແຂວງ ທາງພາກເໜືອ ຂອງລາວ ເປັນເຂດເຝົ້າ ຣະວັງເລື້ອງການ ແຜ່ລາມ ຂອງຢາເສບຕິດ.
ມະນີຈັນ
2009.05.27
F-OPIUM ສວນປູກຝິ່ນທີ່ມີຢູ່ຕາມຮ່ອມແລະເນີນພູ
Photo: RFA

ແຂວງຫລວງນໍ້າທາ ຜົ້ງສາລີ ແລະ ຫົວພັນ ເປັນ3ແຂວງ ໃນພາກເໜືອ ຂອງລາວ ຢູ່ໃນກຸ່ມບັນດາ ແຂວງທີ່ມີການ ຜລິດແລະການ ແຜ່ລາມຂອງ ຢາເສບຕິດ ໂດຍສະເພາະເລື້ອງ ການປູກຝີ່ນ.

ໃນນັ້ນພົບວ່າ ທັງ3ແຂວງ ມີການປູກຝີ່ນ ໃນເນື້ອທີ່ ທີ່ເພີ່ມຂຶ້ນ ຈາກປີ 2008 3ຫາ5 ເປີເຊັນ ຊຶ່ງທາງອົງການ UNODC ບອກວ່າຕ້ອງໄດ້ ເອົາໃຈໃສ່ ທັງ3ແຂວງ ນັ້ນຢ່າງໄກ້ຊິດ. ເຈົ້າໜ້າທີ່ ຂັ້ນສູງຈາກ ອົງການ UNODC ປະຈໍາລາວ ກ່າວໃຫ້ຂໍ້ມູນ ເພີ່ມວ່າ:

ສ່ວນຫລາຍ ເປັນເຂດຊາຍແດນ ຄືຊາຍແດນ ນໍາປະເທດພະມ້າ ນໍາປະເທດວຽດນາມ ແຂວງຫົວພັນ ຜົ້ງສາລີນໍາ ຫລວງນໍ້າທາ.

ເວົ້າສະເພາະ ຢາເສບຕິດ methamphetamine ທີ່ເຂົ້າມາຍັງ ແຂວງຫົວພັນ ສ່ວນໃຫຍ່ ມີການນໍາເຂົ້າ ຜ່ານຊາຍແດນ ພະມ້າ ແລະຊາຍແດນໄທ ຜ່ານທາງ ແຂວງບໍ່ແກ້ວ ສາມຫລ່ຽມຄໍາ ເຖິງແຂວງຫົວພັນ ຕໍ່ໄປຍັງແຂວງ ຕ່າງໆໃນເຂດ ພາກເໜືອຂອງລາວ ໂດຍບໍ່ມີ ທ່າທີວ່າ ຈະຫລຸດລົງງ່າຍ ຂະນະທີ່ ຈໍານວນຜູ້ເສບ ກໍບໍ່ຫລຸດລົງ ເຊັ່ນກັນ.

ຢາເສບຕິດຢູ່ ລາວ ໂດຍສະເພາະ ຝີ່ນແລະກັນຊາ ມີການຂຍາຍຕົວ ຢ່າງຕໍ່ເນື່ອງ ເວລານີ້ ຕາມຄວາມຕ້ອງການ ຂອງຜູ້ຊື້ ແລະຜູ້ຂາຍ. ສ່ວນເຮໂຣອີນ ແລະຢາບ້າ ເພີ້ມຂຶ້ນ ສ່ວນນຶ່ງກໍຍ້ອນ ສະພາບເສຖກິດ ຕົກຕໍ່າ ແລະຄວາມຕ້ອງການ ຂອງຕລາດມີ ຫລາຍຂຶ້ນ. ທ່ານ ກ່າວກ່ຽວກັບ ເລື້ອງນີ້ວ່າ:

ເພິ່ນເປັນຍ້ອນວ່າ ຣາຄາຝີ່ນ ມັນຂຶ້ນ ເຮັດໃຫ້ ຜູ້ປູກຝີ່ນ ກັບຄືນປູກຝີ່ນ ບາງຄົນບາງເຂດ ສ່ວນຫລາຍກໍເປັນ ເຂດສອກຫລີກ ທີ່ສຸດ.

ບັນຫາທີ່ຍັງ ມີຢູ່ຕໍ່ໄປ ໃນພື້ນທີ່ ສໍາລັບລາວ ກໍຄື ປະຊາຊົນ ຍັງລັກລອບ ປູກຝີ່ນ ແລະທີ່ສໍາຄັນ ກໍຄືມີນາຍໜ້າ ໄປກໍາກັບ ໃນພື້ນທີ່ປູກ ມີການຮັບຊື້ ໂດຍໃຫ້ຣາຄາ ສູງ ຍ້ອນຝີ່ນ ເປັນວັດຖຸດິບ ສໍາຄັນ ໃນການຜລິດ ເຮໂຣອີນ ແລະ ເປັນສ່ວນປະສົມ ສໍາຄັນຂອງ ຢາເສບຕິດ ປະເພດອຶ່ນ ບັນຫາທີ 3 ປະຊາຊົນ ສ່ວນນຶ່ງ ເລີກສູບ ຝີ່ນບໍ່ໄດ້ ອັນເຮັດໃຫ້ ຕ້ອງປູກຝີ່ນເພື່ອ ສນອງຄວາມ ຕ້ອງການຂອງຕົນ.




ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.