ວັຍລຸ້ນ ກັມມະກອນ ຄືເປົ້າໝາຍ ຂອງພວກຄ້າຢາ
2009.07.08
ປັດຈຸບັນ ບັນຫາ ຢາເສບຕິດ ໃນລາວ ຍັງເປັນບັນຫາ ທີ່ຫນ້າເປັນຫ່ວງ ແລະກໍ່ມີການ ຂຍາຍຂອບເຂດ ຢ່າງກ້ວາງຂວາງ ສ່ວນໃຫຍ່ຈະແມ່ນ ໃນກຸ່ມ ເຍົາວະຊົນ ວັຍລຸ້ນ ແລະ ກຸ່ມກັມມະກອນ ຜູ້ທີ່ອອກແຮງງານ ຫລາຍກວ່າ ກຸ່ມດັ່ງກ່າວ ເປັນເປົ້າຫມາຍຂອງ ກຸ່ມຄ້າ ຢາເສບຕິດ ໃນລາວ. ດັ່ງພຣະອາຈານ ດຣ. ສາລີ ກັນຕະສີໂລ ຮອງປະທານ ອົງການ ພຸທສາສນາ ສັມພັນລາວ ໄດ້ກ່າວໃນ ວັນຕ້ານ ຢາເສບຕິດໂລກ ທີ່ຫໍປະຊຸມ ວັດທັມມະ ແຫ່ງຊາດ ທີ່ນະຄອນຫລວງ ວຽງຈັນວ່າ:
"ປັດຈຸບັນນີ້ ຂະບວນການ ຢາເສບຕິດ ໄດ້ມີ ການຂຍາຍຕົວ ແລະແຜ່ລາມມາ ສູ່ສັງຄົມລາວ ຢ່າງວ່ອງໄວ ໂດຍສະເພາະ ວັຍຫນຸ່ມວັຍສາວ ເຍົາວະຊົນ ກັມມະກອນ ກຸ່ມບຸກຄົນ ດັ່ງກ່າວນີ້ ໄດ້ຖືກຊັກຈູງ ເຂົ້າໄປກ່ຽວຂ້ອງ ແລະ ກໍ່ເປັນເປົ້າຫມາຍ ຂອງຜູ້ຄ້າຢາ."
ທ່ານກ່າວເພີ້ມອີກວ່າ ບັນຫາ ຢາເສບຕິດ ທີ່ເກີດຂື້ນ ກັບກຸ່ມທີ່ສ່ຽງນັ້ນ ເປັນບັນຫາທີ່ ສຳຄັນ ແລະຫນ້າເປັນຫວ່ງ ເພາະມັນສົ່ງ ຜົລກະທົບຕໍ່ ອານາຄົດ ຂອງຊາດ ແຕ່ການ ແກ້ໄຂນັ້ນ ບໍ່ແມ່ນ ຈະເປັນແຕ່ຫນ້າທີ່ ຂອງຫນ່ວຍງານ ໃດງານນື່ງຂອງ ຣັຖບານ ມັນເປັນຫນ້າທີ່ ຂອງປະຊາຊົນ ລາວຫມົດທຸກຄົນ ທີ່ຈະຊ່ອຍກັນ ແກ້ໃຂ. ທ່ານກ່າວເພີ້ມ ອີກວ່າ:
"ຕໍ່ບັນຫານີ້ ໃນການແກ້ໄຂ ດັ່ງກ່າວ ພວກເຮົາຕ້ອງເປັນ ເຈົ້າການຊ່ອຍກັນ ລຸກຂື້ນມາ ຕໍ່ຕ້ານປົກປ້ອງ ປະເທດຊາດ ແລະລູກຫລານ ບໍ່ໃຫ້ເຂົ້າໄປ ກ່ຽວຂ້ອງກັບ ຂະບວນການ ລັກລອບ ຜລີດຄ້າຂາຍ ແລະ ໃຊ້ຢາເສບຕີດ."
ໃນທີ່ສຸດ ທ່ານວ່າ ທຸກອົງການ ແລະທຸກຫນ່ວຍງານ ການຈັດຕັ້ງ ບໍ່ວ່າພາກຣັຖ ແລະພາກເອກຊົນ ຮ່ວມດ້ວຍ ສຖາບັນຄອບຄົວ ຕ້ອງຮ່ວມມືກັນ ກ່ຽວກັບເລື້ອງນີ້ ເພື່ອໃຫ້ບັນຫາ ຢາເສບຕິດ ຫມົດໄປ ຈາກສັງຄົມລາວ ໃນອານາຄົດ.









