ຜູ້ຕ້ອງໂທດຄ້າຢາບ້າ ຂໍຜ່ອນໂທດ

ຍາຕພີ່ນ້ອງ ຂອງນັກໂທດ ຄ້າຢາເສພຕິດ 4 ຄົນ ຍື່ນອຸທອນ ຂໍ່ຜ່ອນໂທດ ຕໍ່ສານຊັ້ນກາງ ຂອງລາວ.
ມະນີຈັນ
2010.08.16

ກໍຣະນີ ຄະດີ ຄ້າຢາບ້າ ຊຶ່ງມີຊາວລາວ 4 ຄົນ ຖືກຈັບ ທີ່ເມືອງວັງວຽງ ແຂວງວຽງຈັນ ພ້ອມຂອງກາງ ຢາບ້າ 2 ພັນກິໂລກຣາມ ແລະຖືກຕັດສິນ ລົງໂທດ ປະຫານຊີວິດ ໂດຍສານຊັ້ນຕົ້ນ ເມື່ອວັນທີ 29 ເດືອນ 7 ປີ 2010  ມາຮອດ ປັຈຈຸບັນນີ້ ມີຍາດພີ່ນ້ອງ ຂອງພວກເຂົາ ໄດ້ຍື່ນຂໍອຸທອນ ໂດຍຫວັງໄດ້ ຮັບການ ຜ່ອນໂທດຈາກສານ ຊັ້ນກາງ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ນະຄອນຫລວງ ວຽງຈັນ:

"ຢູ່ຄຸກ ຍື່ນອຸທອນ ພີ່ນ້ອງເຂົາ ຍື່ນອຸທອນ ເຂົາກໍຮູ້ວ່າ ກົດໝາຍ ຍື່ນອຸທອນໄປ ກໍເທົ່າເກົ່າ ລົດບໍ່ໄດ້ ຄັນຂໍ້ມູນ ຫລັກຖານຄົບຖ້ວນ ແບບນີ້ສິລົດ ບໍ່ໄດ້".

ທ່ານວ່າ ການຍື່ນອຸທອນ ຕໍ່ສານຊັ້ນກາງ ເພື່ອຂໍຜ່ອນໂທດ ໃຫ້ນັກໂທດທັງ 4 ຄົນນັ້ນ ຄາດວ່າ ຈະບໍ່ໄດ້ຮັບ ພິຈາຣະນາ ເພາະມີຂອງກາງພ້ອມ ແຕ່ກໍຈະຂຶ້ນ ຢູ່ກັບການ ພິຈາຣະນາ ຂອງສານ ໃນການຕັດສິນ ຄະດີ ໂດຍອີງຕາມ ກົດໝາຍຄວບຄຸມ ຢາເສບຕິດ ມາຕຣາ 34. ບຸກຄົນໃດ ທີ່ມີຢາບ້າ ໃນຄອບຄອງ ຫລາຍກວ່າ 3 ກິໂລກຣາມ ຫລືມີຢາ ເຮໂຣອີນ ເກີນ 500 ກຣາມ ຕ້ອງໂທດ ປະຫານຊີວິດ. ສໍາລັບ ຜູ້ທີ່ມີຢາຝີ່ນ ໃນຄອບຄອງ ເກີນ 5 ກິໂລກຣາມ ຕ້ອງໂທດຈໍາຄຸກ ຕລອດຊີວິດ ແລະຖືກປັບໃໝ ອີກ 200 ລ້ານກີບ.

ນັກໂທດ ຄ້າຢາບ້າທັງ 4 ຄົນນີ້ຄື ທ້າວທອງພັນ ບັນດິດວົງ ທ້າວແສງອຸທິດ ຈັນທະນັນ ທ້າວໂຕບີ້ ແລະ ທ້າວໄຊວິຈິດ  ໂດຍຕາມກົດໝາຍ ວ່າດ້ວຍ ຢາເສບຕິດ ໃນລາວ ຈະບໍ່ມີການ ໃຫ້ປະກັນຕົວ ບໍ່ວ່າ ກໍຣະນີໃດໆ. ເມື່ອມີການ ຕັດສິນຈາກ ສານຊັ້ນກາງແລ້ວ ຈະສົ່ງເລື້ອງ ໄປຍັງສານ ຊັ້ນສູງ ໂດຍຄະດີດັ່ງກ່າວ ຈະຢູ່ໃນຄວາມ      ຮັບຜິດຊອບ ຂອງສານ ໃນແຕ່ລະ ຂັ້ນຕອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.