ສປປລາວ ຍັງຂາດງົບປະມານ ດ້ານແກ້ໄຂບັນຫາ ຢາເສພຕິດ
2009.11.03
ຕາມກາຣສຣຸບ ຂອງເຈົ້າໜ້າທີ່ ໃນຣາຍງານປີ 2009 ນີ້ໄດ້ເນັ້ນວ່າ: ກາຣໃຊ້ຢາເສພຕິດ ມີທ່າອ່ຽງ ເພີ່ມຂຶ້ນຢ່າງໜ້າ ເປັນຫ່ວງ, ໂດຽສະເພາະ ໃນເຂຕນະຄອນ ຫລວງວຽງຈັນ ແລະ ແຂວງຊາຍແດນ ລຽບຕາມລຳແມ່ນ້ຳຂອງ ຊຶ່ງທາງເຈົ້າໜ້າທີ່ ກໍວ່າຈະຕ້ອງ ປະຕິບັຕວຽກງານ ແລະ ນຳໃຊ້ງົບປະມານ ໃຫ້ມີ ປະສິທທິພາບ ເພື່ອປົກປ້ອງ ແລະ ປາບປາມບັນຫາ ຢາເສພຕິດ ໃຫ້ໝົດສິ້ນໄປ:
“ບາງເທື່ອ ຄວາມຮັບຜິດຊອບ ຂອງພວກເຮົານີ້ ກໍຖືວ່າ ເຣື່ອງ ໂດຽສະເພາະເຣື່ອງ ງົບປະມານ ມັນບໍ່ທົ່ວເຖິງ ມັນບໍ່ໄດ້ໄປ ໂຄສະນາທົ່ວເຖິງ ໄປໝົດທຸກບ່ອນ ງົບປະມານ ກໍຈຳກັດ ຕາມທີ່ ຂ້າພະເຈົ້າຄິດ”.
ເຈົ້າໜ້າທີ່ລາວ ທ່ານນີ້ ໃຫ້ກາຣຊີ້ແຈງ ເພີ່ມວ່າ ກາຣຄ້າຂາຍ ຢາເສພຕິດ ຢູ່ລາວ ໃນປັຈຈຸບັນ ສ່ວນໃຫຍ່ຈະເປັນ ຂະບວນກາຣ ຂນາດກາງ ແລະຂນາດນ້ອຍ ໂດຽມີປະຊາຊົນ ຕາມເຂຕບ້ານຊາຍແດນ ໃຫ້ຄວາມຮ່ວມມື ຂົນສົ່ງຢາເສພຕິດ ເປັນແບບກຸ່ມກອງທັພມົດ ຕລອດເວລາ.
ຄາວມີກາຣປະຊຸມ ສະພາສມັຍສາມັນ ຄັ້ງທີ່ 7 ໃນເດືອນມີຖຸນາ ຜ່ານມາ ສະມາຊິກສະພາ ກໍໄດ້ສເນີໃຫ້ ທາງຣັຖບາລ ແກ້ໄຂບັນຫາ ຢາເສພຕິດ ດັ່ງກ່າວ ພ້ອມກັບໃຫ້ກາຣ ສນັບສນູນ ດ້ານງົບປະມານ ເພື່ອພັທນາ ບຸຄຄລາກອນ ປັບປຸງກົດໝາຍ ຕລອດຮອດດ້ານ ກາຣຮ່ວມມືກັບ ທາງເຈົ້າໜ້າທີ່ ຕຳຣວຈແລະທະຫາຣ ໃຫ້ມີ ປະສິທທິພາບ ໃຫ້ຫລາຍກວ່າເກົ່າ.









