ໄວໜຸ່ມສາວ ແລະ ຢາເສບຕິດ

ຣັຖບານລາວ ເອົາໃຈໃສ່ ແກ້ໃຂບັນຫາ ຢາເສບຕິດຢາບ້າ ຖ້າມກາງຜູ້ຕິດ ມີຮອດ 30 ພັນ ກວ່າຄົນ ໂດຍສ່ວນໃຫຍ່ ເປັນຄົນໄວໜຸ່ມສາວ.
ມະນີຈັນ
2009.04.20

ຣັຖບານ ລາວເອົາໃຈໃສ່ ເລື່ອງການປາບປາມ ບັນຫາ ຢາເສບຕິດ ຢາບ້າ ທີ່ຖືກລັກລອບ ນໍາເຂົ້າຈາກ ຕ່າງປະເທດ ຊຶ່ງສ່ວນໃຫຍ່ ແມ່ນນໍາເຂົ້າ ໂດຍພວກນັກທ່ອງ ທ່ຽວໃນຈໍານວນ ທີ່ບໍ່ຫລາຍ ຕາມຄໍາເວົ້າຂອງ ປະທານຄະນະ ກັມມະການ ແຫ່ງຊາດ ເພື່ອກວດກາ ແລະຄວບຄຸມ ຢາເສບຕິດ ຂອງລາວ ທ່ານ ສຸບັນ ສະຣິດທິຣາດ ເມື່ອໄວໆມານີ້ …

ບໍ່ປະຕິເສດ ວ່າບໍ່ມີ ຢາເສບຕິດ ໃນລາວມີຍ້ອນ ວ່າມັນເຂົ້າ ເທື່ອລະນ້ອຍ ຜູ້ນຶ່ງບາງທີ 20-30 ເມັດ ກໍໄດ້ແລ້ວເດ ມາຢູ່ວຽງຈັນ.

ເຖິງຈະເປັນ ຈໍານວນໜ້ອຍ ແລະບໍ່ແມ່ນ ນັກຄ້າຣາຍໃຫຍ່ ນໍາເຂົ້າກໍຕາມ  ແຕ່ທ່ານ ສຸບັນ ກໍບອກວ່າທາງ ຣັຖບານ ໄດ້ເອົາໃຈໃສ່ ສະກັດກັ້ນດ້ວຍ ຫລາຍຮູບແບບມີ ການໂຄສນາ ໃຫ້ການສຶກສາ ອົບຮົມ ໃຫ້ຮູ້ຜົນຮ້າຍ ຈາກຢາບ້າ ຢູ່ຕາມໂຮງຮຽນ ໂຮງຈັກໂຮງງານ ໃນຊຸມຊົນ ທົ່ວປະເທດ ໂດຍມີທັງ ການສາຍຮູບພາບ ແລະໄຊ້ເຄື່ອງ ໂຄສນາຕ່າງໆ ທີ່ສະຫະ ປະຊາຊາດ ປະກອບໃຫ້ນັ້ນ ນໍາດ້ວຍ.

ສ່ວນຜູ້ຕິດ ແລ້ວນັ້ນ ທ່ານກໍວ່າ ມີການນໍາໄປ ປີ່ນປົວບໍາບັດ ໃນສູນຕ່າງໆ…

ອັນນຶ່ງ ພວກທີ່ຕິດແລ້ວ ກໍມີສູນຂອງ ພວກຂ້າພະເຈົ້າ ທີ່ສ້າງຂຶ້ນຢູ່ ວຽງຈັນ ຫລາຍຫລັງ  ຍີ່ປຸ່ນກໍຊ່ວຍ ສະຫະ ປະຊາຊາດ ສະຫະຣັດ ອະເມຣິກາ ກໍຊ່ວຍ ຢູ່ວຽງຈັນ  ລະແມ່ນ ຢູ່ດຽວນີ້ ມີຣະຫວ່າງ 700 ກວ່າຄົນ.

ສູນປີ່ນປົວ ບໍາບັດ ນອກຈາກຈະມີ ຢູ່ນະຄອນຫລວງ ວຽງຈັນແລ້ວ ກໍຍັງມີຢູ່ ເຂດແຂວງຕ່າງໆ ອີກເປັນຕົ້ນ ສູນທີ່ໄທ ຊ່ວຍເຫລືອຢູ່ ປາກເຊ, ຢູ່ສວັນນະເຂດ ອາເມຣິກາ ຊ່ວຍ, ຢູ່ອຸດົມໄຊ ຈີນຊ່ວຍ, ຢູ່ຫລວງພະບາງ ຍີ່ປຸ່ນຊ່ວຍ ຊຶ່ງຮວມ ທັງໝົດແລ້ວ ມີຢູ່ 8 ບ່ອນດ້ວຍກັນ ທົ່ວປະເທດລາວ ທັງສູນໃຫຍ່ ສູນນ້ອຍ.

ນີ້ບໍ່ໄດ້ນັບ ທັງສູນທີ່ ປີ່ນປົວຜູ້ຕິດ ຢາເສບຕິດ ແລ້ວຍັງໄປ ກະທໍາຄວາມຜິດ ອາດສະຍາກັມ ອີກຕື່ມ ຊຶ່ງພວກນີ້ແມ່ນ ເອົາໄປໄວ້ ສູນນຶ່ງອີກ ຕ່າງຫາກ. ທ່ານສຸບັນ ສະຣິດທິຣາດ ກ່າວ. 

ຢູ່ລາວຜູ້ຕິດ ຢາເສບຕິດ ຢາບ້າ ຊຶ່ງສ່ວນໃຫຍ່ ເປັນຊາວນຸ່ມ ນັ້ນມີຢູ່ 30 ພັນກວ່າຄົນ ໃນທົ່ວປະເທດ. ສ່ວນຄົນທີ່ ປົວເຊົາແລ້ວ ໄປກະທໍາ ອາສຍາກັມ ຊຶ່ງຕ້ອງໄດ້ ເອົາເຂົ້າສູນນຶ່ງ ອີກຕ່າງຫາກ ນັ້ນປາກົດວ່າ ທ່ານບໍ່ໄດ້ ເຜີຍເຖິງຕົວເລກ ແຕ່ຢ່າງໃດເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.