ເຣື້ອງທີ່ເກັບບັນທຶກໄວ້
2009-08-31
ກໍຣະນີ ການສົ່ງນັກໂທດ ຄະດີຢາເສພຕິດ ຊາຍຊາວອັງກິດ ກັບໄປຮັບໂທດ ຢູ່ປະເທດຂອງຕົນ, ຍັງລໍຖ້າການ ພິຈາຣະນາ ຈາກຣັຖບານລາວຢູ່.
2009-08-31
UNODC ມີຄວາມຂ້ອງໃຈວ່າ ສປປລາວ ຮວມຂໍ້ຕົກລົງ ທາງດ້ານ ການປາບປາມ ອາສຍາກັມຂ້າມຊາດ ໃນກົດໝາຍລາວ ຫລືບໍ່, ເຖິງແມ່ນວ່າລາວ ຈະລົງນາມ ໃນສົນທິສັນຍາ ຕໍ່ຕ້ານອາສຍາກັມ ຂ້າມຊາດ ຕັ້ງແຕ່ປີ2003, ແຕ່ນາໆຊາດ ກໍຍັງບໍ່ແນ່ໃຈວ່າ ລາວໄດ້ນຳເອົາ ສົນທິສັນຍາ ໄປດັດແປງເຂົ້າໃສ່ ໃນກົດໝາຍ ຂອງຕົນຫລືບໍ່.
2009-08-28
ຜູ້ເປັນເອື້ອຍຂອງ ຊາຍຊາວອັງກິດ ທີ່ກໍາລັງຖືກຈຳຄຸກ ຢູ່ລາວ ໃນຄະດີຄ້າ ຢາເສບຕິດ, ຮ້ອງຂໍໃຫ້ນ້ອງຊາຍ ຂອງນາງມາຮັບໃຊ້ ໂທດຈໍາຄຸກ ຢູ່ປະເທດອັງກິດ.
2009-08-28
ລາຍງານຂ່າວ ຈາກແລ່ງຂາວ BBC ຂອງອັງກິດ ເປີດເຜີຍມື້ວັນທີ26 ສິງຫາ ນີ້ວ່າ, ທະນາຍຄວາມ ຂອງຜູ້ຍິງຖືພາ ຄົນອັງກິດ ທີ່ຖືກຕັດສີນລົງໂທດ ຈຳຄຸກຕລອດຊີວິດ ໃນຄະດີລັກລອບ ຢາເສບຕິດ ໃນລາວ ໄດ້ຂໍຮ້ອງ ໃຫ້ປ່ອຍນາງ ໂດຍກ່າວຫາວ່າ ການດຳເນີນຄະດີ ໃນລາວ ເປັນການຈັດສາກລະຄອນ ເພື່ອຫລອກລວງ.
2009-08-24
ທາງການລາວວ່າ ມີການລັກລອບ ຢາເສບຕິດ ປະເພດທີ່ຮ້າຍແຣງ ເຂົ້າໄປໃນ ລາວ ເພື່ອສົ່ງຕໍ່ໄປ ຍັງປະເທດທີສາມ.
2009-08-17
ຫົວໜ້າອົງການຄວບຄຸມ ຢາເສບຕິດ ແລະອາສຍາກັມ ປະຈໍາພາກພື້ນ ກັງວົນວ່າ ການປາບປາມປູກຝີ່ນ ມີບັນຫາ ຊຶ່ງສ່ວນນຶ່ງ ກໍຍ້ອນຣາຄາຝີ່ນແພງຂຶ້ນ ຂນະທີ່ຣາຄາພືດຜັກ ທີ່ຖືກກົດໝາຍ ຖືກລົງ.
2009-08-12
ເຈົ້າຫນ້າທີ່ດ່ານພາສີ ສນາມບີນວັດໄຕ ກວດພົບຢາເສບຕິດ ປະເພດຝີ່ນແຫ້ງ ອັດແທ່ງ ນ້ຳຫນັກກວ່າ4ກິໂລ ທີ່ເຊື່ອງໄວ້ ໃນກັບເຄື່ອງແຕ່ງຫນ້າ ຈະສົ່ງຜ່ານທາງໄປສະນີ ເຂົ້າສະຫະຣັຖ ອະເມຣິກາ.
2009-08-06
ການຈັບກຸມພວກ ຄ້າຢາເສບຕິດ ຂອງເຈົ້າໜ້າທີ່ລາວ ລຳບາກຫລາຍຂຶ້ນ ຍ້ອນວ່າການລັກລອບ ນໍາເອົາຢາເສບຕິດ ອອກນອກປະເທດ ຈະຂົນໄປເທື່ອລະໜ້ອຍ.
2009-07-30
ສປປລາວ ແລະ ອັງກິດ ຮ່ວມກັນດຳເນີນງານ ໃນສົນທິສັນຍາ ສົ່ງນັກໂທດ ຜູ້ຍີງຊາວອັງກິດ ຜູ້ທີ່ຖືກຈຳຄຸກ ໃນລາວ ໃຫ້ໄປຈຳຄຸກ ທີ່ປະເທດອັງກີດ ໂດຍໄວກ່ອນນາງ ຈະຄອດລູກ.
2009-07-13
ທາງກາຣ ສປປລາວ ຕັ້ງໜ່ວຍ ປະສານງານ ປາບປາມ ຢາເສພຕິດ ຮ່ວມກັບ ປະເທສເພື່ອນບ້ານ 17 ແຫ່ງ.
2009-07-08
ກຸ່ມວັຍລຸ້ນ ແລະ ກຸ່ມກັມມະກອນ ເປັນກຸ່ມທີ່ເສບ ຢາເສບຕິດ ຫລາຍກວ່າຫມູ່ ໃນລາວ ແລະກໍ່ເປັນ ເປົ້າຫມາຍຂອງ ກຸ່ມຄ້າຢາເສບຕິດ ໃນປັດຈຸບັນ.
2009-06-26
ຜູ້ຕາງໜ້າ ຫ້ອງການສະຫະ ປະຊາຊາດ ດ້ານຢາເສບຕິດ ແລະອາສຍາກັມ ປະຈໍາລາວ ແນະນໍາຣັຖບານລາວ ໃຫ້ຄວາມຮູ້ ກ່ຽວກັບພິດໄພ ຂອງຢາເສບຕິດ ໃຫ້ແກ່ເຍົາວະຊົນ ຊາວຫນຸ່ມລາວ.
2009-06-24
ແຂວງສວັນນະເຂຕ ແລະຈຳປາສັກ ຂອງລາວເພີ່ມ ຄວາມຮ່ວມມື ກັບທາງກາຣ ແຂວງມຸກດາຫາຣ ແລະອຸບົລ ຣາຊທານີ ຂອງໄທຽໃນກາຣ ເຝົ້າຣະວັງບັນຫາ ຢາເສພຕິດ ຕາມແນວຊາຍແດນ.
2009-06-18
ຫ້ອງການຄວບຄຸມ ຢາເສບຕິດເມືອງ Fresno ຣັຖຄາລີຟໍເນັຽ ສະຫະຣັຖ ອາເມຣິກາ ສາມາດສະກັດກັ້ນ ແລະ ຈັບຫໍ່ຝິ່ນນຶ່ງຫໍ່ ມີນໍ້າໜັກ 6ປອນເຄິ່ງ ທີ່ສົ່ງທາງ ໄປສະນີ ຈາກ ປະເທດລາວ ມາຍັງ Fresno ຕາມລາຍງານຂ່າວ ທາງອິນເທີເນັດ.
2009-06-08
ຜູ້ຍີງອັງກິດ ທີ່ສານ ນະຄອນຫລວງ ວຽງຈັນ ຕັດສີນຈໍາຄຸກ ຕລອດຊີວິດ ເຜີຍວ່າ ພໍ່ຂອງເດັກ ໃນທ້ອງຂອງນາງ ເປັນຄົນອັງກິດ ທີ່ຖືກຂັງຄຸກ ໂພນຕ້ອງ ແຫ່ງດຽວກັບນາງ.