ລາຍລັບ ຂອງຣັຖບານ ຕົກຕໍ່າ ຍ້ອນການປະຕິບັດ ໜ້າທີ່ຂອງພນັກງານ
2009.09.08
ເຈົ້າຫນ້າທີ່ລາວ ທ່ານນື່ງ ເວົ້າວ່າ ການເກັບລາຍລັບ ຂອງຣັຖບານ ໃນປີນີ້, ຂາດເປົ້າຫມາຍທີ່ ໄດ້ວາງໄວ້ ເປັນເພາະສາເຫດ ຫລາຍປະການ, ນື່ງໃນນັ້ນ ທີ່ເປັນບັນຫາຫລັກ ກໍ່ແມ່ນວ່າ ພນັກງານຣັຖ ຈາກຫນ່ວຍງານ ທີ່ກ່ຽວຂ້ອງ ຂາດຄວາມຮັບຜີດຊອບ ໃນການປະຕິບັດ ຫນ້າທີ່ຂອງຕົນ. ດັ່ງທ່ານ ສົມບັດ ເຢັຽລີເຮີ ເຈົ້າຄອງກຳແພງ ນະຄອນວຽງຈັນ ກ່າວກ່ຽວກັບເຮື້ອງນີ້ ໃນຣະຍະທີ່ ຜ່ານມາວ່າ:
"ສະພາບມື້ນີ້ ມັນຫຍໍ້ທໍ້ຫລາຍ ຢູ່ໃນກົງຈັກ ຂອງພວກເຮົາ ອັນໃດມີລາຍລັບ ກໍ່ພອ້ມກັນ ປຸ້ມສຸມກັນເຮັດ ອັນໃດບໍ່ມີລາຍລັບ ກໍ່ບໍ່ຢາກເຮັດ ອັນນີ້ສະພາບນີ້ ແມ່ນເປັນບັນຫາ ທ້າທາຍ ແລະກໍ່ເປັນບັນຫາ ທີ່ສັງຄົມເປັນຫວ່ງ ຢູ່ໃນກົງຈັກ ຂອງພວກເຮົາ."
ທ່ານກ່າວຕໍ່ໄປວ່າ ການຂາດຄວາມ ຮັບຜິດຊອບຂອງ ພນັກງານ ເຮັດໃຫ້ການເກັບ ລາຍລັບຂອງຣັຖບານ ມີການຮົ່ວໃຫລ ເນື່ອງຈາກເກັບລາຍລັບ ມາແລ້ວບໍ່ໄດ້ ນຳເຂົ້າງົບປະມານ ຊື່ງປາກົດການ ດັ່ງກ່າວ, ເປັນບັນຫາຫຍໍ້ທໍ້ ໃນການ ສໍ້ຣາສບັງຫລວງ, ທາງການຈື່ງໄດ້ ເພີ້ມວຽກງານ ໃນການກວດກາ ເພື່ອໃຫ້ພນັກງານ ມີຄວາມຮັບຜິດຊອບ ຫລາຍຂື້ນ. ໂດຍສະເພາະພນັກງານ ຜູ້ທີ່ມີຫນ້າທີ່ ເກັບລາຍໄດ້, ເພື່ອໃຫ້ເງີນລາຍລັບ ທີ່ເກັບມາໄດ້ນັ້ນ, ບໍ່ມີການຮົ່ວໃຫລ ເພື່ອໃຫ້ເປັນໄປ ຕາມທີ່ທາງການ ຄາດໝາຍໄວ້.
ສຳລັບລາຍລັບ ຂອງງົບປະມານ ສົກປີ 2008-2009ນີ້, ທາງການຄາດວ່າ ຈະສາມາດເກັບໄດ້ ພຽງແຕ່93ສ່ວນຮ້ອຍ ຂອງແຜນການທີ່ ວາງໄວ້. ສ່ວນທີ່ຂາດ ຫລືຕົກເຮັ່ຽໄປນັ້ນ, ທາງການກໍໄດ້ ສເນີໃຫ້ຣັຖບານ ທຳການສືບສວນ ຕໍ່ໄປ ເພື່ອແກ້ໄຂ ແລະຮຽນຮູ້.









