ບໍຣິສັດຕັດຫຍິບ ມີບັນຫາຍ້ອນ ເງິນກີບແຂງຄ່າ

ຄຸນຄ່າເງິນກີບ ຂອງລາວ ແຂງຕົວ ຢ່າງຕໍ່ເນື່ອງ ເມື່ອທຽບໃສ່ ເງິນໂດລາ ອະເມຣິກັນ ໃນລະຍະ 2-3 ປີມານີ້.
ມະນີຈັນ
2010.08.17

ການແຂງຄ່າ ຂອງເງິນກີບ ໄດ້ສ້າງບັນຫາ ໃຫ້ອຸດສາຫະກັມ ຕັດຫຍິບ ຂອງລາວ ໃນເມື່ອຣາຍຮັບ ຈາກການສົ່ງອອກ ຫລຸດລົງ ຢ່າງຕໍ່ເນື່ອງ ຊຶ່ງຜູ້ ປະກອບການ ກໍໄດ້ຂໍໃຫ້ ທາງຣັຖບານ ຊ່ວຍແກ້ໄຂ ເພື່ອຮັກສາ ທຸຣະກິດ ຕັດຫຍິບໃນລາວ ເອົາໄວ້. ຕາມຄໍາເວົ້າ ຂອງເຈົ້າຂອງ ບໍຣິສັດ ຕັດຫຍິບແຫ່ງນຶ່ງ ໃນນະຄອນ ຫລວງວຽງຈັນ:

"ຜົລກະທົບ ສະເພາະ ຜູ້ທີ່ສົ່ງ ອອກຂາຍ ເປັນເງິນໂດລາ ເພາະວ່າ ອັຕຣາແລກປ່ຽນ ເອົາສົ່ງໄປ ໃຫ້ລູກຄ້າ ແລ້ວເຂົາຈ່າຍ ເປັນເງິນໂດລາ ແລ້ວເອົາມາ ໃຊ້ຈ່າຍພາຍໃນ ນີ້ນະ ເຮົາຕ້ອງປ່ຽນ ເປັນກີບເນາະ ມັນກໍຫລຸດລົງ".

ວິກິຈການ ການເງິນໂລກ ທີ່ເກີດຂຶ້ນ ແຕ່ປີ 2008 ທີ່ຍັງມີ ຜົລກະທົບ ຕໍ່ເສຖກິດຂອງ ສະຫະຣັຖ ເຮັດໃຫ້ຄ່າ ເງິນໂດລາ ອະເມຣິກັນ ລຸດລົງ ຈາກທີ່ເຄີຍແລກໄດ້ 10 ພັນກີບຕໍ່ 1 ໂດລາ ມາໄດ້ບໍ່ຮອດ 9 ພັນກີບຕໍ່ 1 ໂດລາ. ສະພາບການ ດັ່ງກ່າວ ເຮັດໃຫ້ ໂຮງງານຕັດຫຍິບ ຈໍານວນນຶ່ງ ທີ່ເປັນຂອງ ຄົນລາວເອງ ຊຶ່ງຄາດວ່າ ມີຢູ່ ປະມານ 30 ເປີເຊັນ ຂອງໂຮງງານ ທັງໝົດ ໃນລາວ ປັຈຈຸບັນ ຕ້ອງຂາດທຶນ ເພາະຣາຍໄດ້ ຈາກການຂາຍ ສີນຄ້າ ຫລຸດໜ້ອຍລົງ ແຕ່ຣາຍຈ່າຍ ຄ່າແຮງງານ ແລະ ຕົ້ນທຶນ ຍັງຄົງທີ່  ຈື່ງຕ້ອງມີການ ຕັດຄົນງານ ແລະ ການຜລິດໃຫ້ ໜ້ອຍລົງ ເພື່ອຮັກສາ ສະພາບການເງິນ ຂອງບໍຣິສັດ. ພ້ອມດຽວກັນ ກໍຮຽກຮ້ອງ ໃຫ້ຣັຖບານ ເຂົ້າຊ່ວຍເຫລືອ:

"ສເນີທາງພາກ ຣັຖບານ ເນາະ ຢາກໃຫ້ປັບ ອັຕຣາ ແລກປ່ຽນນີ້ນະ ດຽວນີ້ມັນ 1 ໂດລາ ມັນ 8 ພັນ ນຶ່ງນະ ຢາກໃຫ້ເອົາຂຶ້ນຈັກ 9 ພັນ ຕໍ່ນຶ່ງໂດລາ ມັນຈຶ່ງຈະຢູ່ໄດ້".

ໃນປີ 2008 ອຸດສາຫະກັມ ຕັດຫຍິບລາວ ມີມູນຄ່າ ການສົ່ງອອກ ປະມານ 189 ລ້ານໂດລາ ສະຫະຣັຖ ຖືວ່າ ເພີ່ມຂຶ້ນ 24 ເປີເຊັນ ເມື່ອທຽບໃສ່ ປີ 2007. ແຕ່ປີ 2009 ນັບແຕ່ເກີດ ບັນຫາ ອັຕຣາ ແລກປ່ຽນເງິນ ມູນຄ່າການ ສົ່ງອອກກໍ ຫລຸດລົງທັນທີ ປະມານ 5 ເປີເຊັນ ເມື່ອທຽບກັບປີ 2008 ແລະ ຍັງມີແນວໂນ້ມ ຈະຫລຸດລົງຕື່ມ ໃນປີຕໍ່ໆໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.