ລາວ ເຕືອນ ການ ໃຊ້ໄຟຟ້າ

ໄຟຟ້າລາວ ເຕືອນ ປະຊາຊົນ ໃຫ້ປະຫຍັດ ໃນການໃຊ້ໄຟ ໃນທົ່ວປະເທດ ເພາະຫລາຍພື້ນທີ່ ອາດເກີດມີ ໄຟຟ້າຂາດເປັນ ບາງຄັ້ງບາງຄາວ ຍ້ອນເຄື່ອງ ສົ່ງໄຟຟ້າ ຈາກໄທ ມີການຊ້ອມແປງ ໃນເວລານີ້.
ສິດນີ
2009.05.27

ກະແສຂ່າວ ຈາກທ້ອງຖີ່ນ ລາຍງານມາວ່າ ເມື່ອທ້າຍສັປດາ ທີ່ຜ່ານມາ ຄນະອຳນວຍການ ຣັຖວິສາຫາກິດ ໄຟຟ້າລາວ ໄດ້ຮັບແຈ້ງການ ຈາກໄຟຟ້າ ຝ່າຍຜລີດ ແຫ່ງປະເທດໄທ ວ່ານັບຕັ້ງແຕ່ ວັນທີ 22 ພືສພາ ເປັນຕົ້ນໄປ ຝ່າຍໄທບໍ່ສາມາດ ຕອບສນອງ ສົ່ງກະແສໄຟຟ້າ ໃຫ້ລາວໄດ້ຕາມ ຄວາມຕ້ອງການ 90 ເມກາວັດ ໃນຊ່ວງລະຍະ ເວລາ 18-21 ໂມງ ໃນແຕ່ລະມື້ ແຕ່ຈະສາມາດ ສົ່ງໃຫ້ໄດ້ ພຽງແຕ່ 60 ເມກກາວັດ ເທົ່ານັ້ນ ເພາະເຄື່ອງຈັກ ປັ່ນໄຟຟ້າ 2 ຫນ່ວຍຂອງໂຮງງານ ຜລິດໄຟຟ້າ ລຳຕະຄອງ ຕິດຂັດເປ່ເພ ຈະມີການ ສ້ອມແປງ ຈະໄຊ້ເວລາ ໃນການສ້ອມແປງ ຣະຫວ່າງ 2-3 ເດືອນ.

ດ້ວຍເຫດດັ່ງກ່າວ ທ່ານ ບຸນອອ້ມ ສີວັນເພັງ ຮອງຜູ້ ອຳນວຍການ ຣັຖວິສາຫາກິດ ໄຟຟ້າລາວ ຈື່ງໄດ້ອອກມາ ສະແດງຄວາມ ເປັນຫວ່ງ ແລະປະກາດໃຫ້ ປະຊາຊົນ ຊ່ອຍກັນປະຫັຍດ ການໄຊ້ໄຟຟ້າ ໃນຊ່ວງ ລະຍະນີ້.

ການໄຟຟ້າ ຝ່າຍຜລີດ ແຫ່ງປະເທດໄທ ເປັນຜູ້ຊື້ໄຟຟ້າ ລາຍໃຫຍ່ ຈາກເຂື່ອນໃນລາວ ແລະໄດ້ກໍ່ສ້າງ ສະຖານີສົ່ງ ໃນຫລາຍເຂດ ເພື່ອສົ່ງກະແສ ໄຟຟ້າໄປໄທ ແລະມາລາວ ຕາມທີ່ ຕົກລົງກັນ ຣະຫວ່າງ ສອງປະເທດໃນ ການສ້າງເຂື່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.