ລາວດັດແປງກົດໝາຍ ກາຣຄ້າແລະກາຣລົງທຶນ
2010.09.28
ກົດຟັງສຽງ
ທາງກາຣ ສປປລາວ ໄດ້ພຍາຍາມ ປັບປຸງດ້ານ ກົດໝາຍກາຣຄ້າ ໃຫ້ດີຂຶ້ນ ກວ່າເກົ່າ ແຕ່ເດືອນ ກໍຣະກະດາ ຂອງປີທີ່ຜ່ານມາ ເພື່ອເປັນກາຣ ດຶງດູດ ໃຫ້ນັກລົງທຶນ ມີຄວາມສົນໃຈ ເຂົ້າມາເຮັດ ທຸຣະກິຈ ເພື່ອຊ່ວຍເຮັດໃຫ້ ເມືອງລາວຫລຸດພົ້ນ ອອກຈາກຖານະກາຣ ເປັນປະເທສທີ່ ທຸກຂ໌ຈົນ ໃຫ້ໄດ້ພາຍໃນປີ 2020.
ຍານາງທັມມາ (ທັມມະ) ເພັດວິໄຊ ຮອງອະທິບໍດີ ກົມສົ່ງເສີມ ດ້ານກາຣລົງທຶນ ຂອງກະຊວງ ແຜນກາຣ ແລະ ກາຣລົງທຶນວ່າ ໃນກົດໝາຍທີ່ ກຳລັງນຳໃຊ້ ໃນປັຈຈຸບັນ ນີ້ນັ້ນ ໃຫ້ໂອກາສແກ່ ນັກລົງທຶນ ທັ້ງພາຍໃນ ແລະຕ່າງປະເທສ ເທົ່າໆກັນ ໂດຽທີ່ບໍ່ມີ ກາຣແບ່ງແຍກ ຫລືເອົາລັດເອົາປຽບ ກັນແຕ່ຢ່າງໃດ.
ໃນຂນະດຽວກັນ ຍານາງກໍວ່າ ສະເພາະກາຣ ອະນຸຍາຕ ໃນໂຄງກາຣ ສັມປະທານໃຫຍ່ ເຊັ່ນ: ໂຄງກາຣສ້າງເຂື່ອນ ໄຟຟ້າ ໂທຣະຄົມມະນາຄົມ ທຸຣະກິຈ ສາຍກາຣບິນ ດ້ານກາຣເງິນ ແລະກາຣປະກັນພັຍ ສາມາດມີກຳໜົດ ເວລານານເຖິງ 99 ປີ ພ້ອມກັບ ຣະຍະເວລາ ກາຣຂໍອະນຸຍາຕ ໃນໂຄງກາຣໃໝ່ໆ ກໍໃຫ້ແລ້ວໄວ ຈາກຣະຍະ ເວລາ ທາງກາຣ 45 ມື້ ມາເປັນ 13 ມື້ ກໍໃຫ້ແລ້ວ ສຳເຣັຈທຸກຢ່າງ.
ນອກຈາກນັ້ນ ທາງຣັຖບາລ ຍັງມີກາຣ ອະນຸຍາຕ ໃຫ້ນັກລົງທຶນ ໂດຽສະເພາະຊາວ ຕ່າງປະເທສ ທີ່ມີກາຣລົງທຶນ ໃນມູລຄ່າ ແຕ່ 500,000 ດອລລາຣ໌ ຂຶ້ນໄປໃຫ້ມີ ສິທຊື້ທີ່ດິນ ສຳຫລັບປຸກ ບ້ານເຮືອນຢູ່ໃນ ເມືອງລາວ ນຳດ້ວຍ.
ເຈົ້າໜ້າທີ່ລາວ ທ່ານນີ້ຍັງໄດ້ ແຈ້ງເພີ່ມວ່າ ທາງກາຣລາວຍັງໄດ້ ແບ່ງເຂຕພື້ນທີ່ ກາຣລົງ ທຶນເປັນເຂຕໆ ຫລືເປັນໂຊນ "Zone" ເຊັ່ນ ໂຊນ 1 ທີ່ເປັນເຂຕ ພູຜາ ຕາມ ຊົນນະບົທ ຈະມີກາຣ ອະນຸໂລມບໍ່ໃຫ້ ເສັຽຄ່າພາສີ ຣາຍໄດ້ໃນ ຣະຍະ 10 ປີທຳອິດ, ສ່ວນໂຊນທີ່ສອງ ຊຶ່ງຢູ່ ຕາມແຄມພູ ແລະ ມີທົ່ງຮາບແດ່ ກໍຈະບໍ່ໃຫ້ ເສັຽຄ່າພາສີ ໃນຣະຫວ່າງ 8 ປີທຳອິດ ແລະໂຊນ 3 ທີ່ມີຣະບົບ ໂຄງຮ່າງພື້ນຖານ ແດ່ນັ້ນ ກໍຈະມີກາຣ ອະນຸໂລມ ບໍ່ໃຫ້ເສັຽຄ່າ ພາສີ ໃນຣະຍະ 4 ປີ ຈາກກາຣເຣີ່ມຕົ້ນ.









