ນະໂຍບາຍ ເພື່ອຫລຸດພົ້ນ ຈາກຄວາມຍາກຈົນ ໃນລາວ ຈະບໍ່ບັນລຸ ຕາມເປົ້າໝາຍ

ນັກສັງເກດການລາວ ທ່ານນື່ງ ໃຫ້ຄວາມເຫັນວ່າ ນະໂຍບາຍ ເພື່ອຫລຸດພົ້ນ ຈາກຄວາມທຸກຈົນ ໃນລາວຂອງ ຣັຖບານລາວ ຈະບໍ່ສາມາດ ສຳເຣັດໄດ້ໃຫ້ຫມົດ ໃນປີ2015.
ສິດນີ
2009.09.08

ນັກສັງເກດການ ໄດ້ໃຫ້ທັສນະວ່າ, ການທີ່ຈະຫລຸດພົ້ນ ຈາກຄວາມທຸກຈົນ ຂອງຄົນລາວທັງຫມົດ ຕາມນະໂຍບາຍ ຂອງຣັຖບານລາວ ໃນປີ2015ນັ້ນ, ຄົງຈະບໍ່ສາມາດ ບັນລຸເປົ້າຫມາຍໄດ້, ເນື່ອງຈາກວ່າ ໃນປັດຈຸບັນ ຈຳນວນຫມູ່ບ້ານ ທີ່ທຸກຈົນໃນລາວ 70ສ່ວນຮ້ອຍນັ້ນ, ຍັງມີຄວາມ ທຸກຍາກຢູ່ຄືແຕ່ກ່ອນ.

ດັ່ງທ່ານກ່າວ ໃນຕອນນື່ງວ່າ: "ກໍ່ຊີ່ຍາກຢູ່ ໃນຈຸດມູ້ງໝາຍ ຈະລົບລ້າງ ຄວາມທຸກຍາກ ແລະໃຫ້ໄດ້ຕາມ ມາຕຖານຂອງ ຣັຖບານ ນັ້ນມັນຫນັກ ຄິດວ່າຍັງບໍ່ ທັນໄດ້ ໄດ້ກໍຊີ່ໄດ້ ໃນສ່ວນໃດສ່ວນນື່ງ ບ້ານທີ່ຢູ່ໃກ້ໆ ຕົວເມືອງ ບ້ານທີ່ຢູ່ເທີງພູ ຍັງບໍ່ທັນໄດ້."

ຈຸດສຳຄັນທີ່ຍັງ ຖືເປັນບັນຫາ ຄວາມທຸກຈົນຂັ້ນ ພື້ນຖານ ຂອງປະຊາຊົນຢູ່, ໃນປັດຈຸບັນນີ້ ນັກສັງເກດການ ທ່ານນັ້ນເວົ້າວ່າ, ແມ່ນການຂາດແຄນ ອາຫານການກີນ ໃນບາງເຂດ, ການຂາດໂຮງຫມໍ ໂຮງຮຽນ, ຂາດສຸຂສາລາ, ຂາດແຫລ່ງນ້ຳສະອາດ ແລະຂາດ ຖນົນຫົນທາງ ໃນການຄົມມະນາຄົມ ໄປມາຫາສູ່ກັນ, ໃນຫລາຍເຂດ ແລະຫລາຍພື້ນທີ່, ສີ່ງດັ່ງກ່າວຣັຖບານ ກໍ່ຍັງບໍ່ສາມາດ ແກ້ໄຂໄດ້ເພາະ ຂາດງົບປະມານ. ທ່ານກ່າວກ່ຽວກັບ ການທຳງານ ໃນການແກ້ໄຂບັນຫາ ຄວາມທຸກຈົນຂອງ ຣັຖບານວ່າ:

"ຂະເຈົ້າກຳລັງ ເລີ້ມເປີດໂຄງການ ລົງໄປເກັບຂໍ້ມູນ ເລືອກຫມູ່ບ້ານໃນ ການຊ່ອຍເຫລືອ, ໃນປັດຈຸບັນ ຍັງຢູ່ໃນການ ວິຈັຍຂໍ້ມູນ ແລະຄັດເລືອກບ້ານ, ການຊ່ວຍເຫຼືອ ໃນສະພາບ ຕົວຈິງນັ້ນ ຍັງບໍ່ທັນມີ."

ປັດຈຸບັນ ໃນລາວ ຫມູ່ບ້ານທີ່ທຸກຍາກ ຍັງມີຢູ່ທັງຫມົດ ປະມານ70ສ່ວນຮ້ອຍ ສຳລັບ ເມືອງທີ່ທຸກຍາກນັ້ນF ມີຢູ່ປະມານ 47ເຂດຕົວເມືອງ ທີ່ຣັຖບານຕ້ອງ ທຳການ ສະສາງແລະຍົກຣະດັບ ສະພາບຄວາມເປັນຢູ່ ຂອງພວກຂະເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.