ລາຍຈ່າຍຂອງຣັຖບານສປປລ ເພີ້ມຂື້ນ

ຣັຖບານ ສປປລາວ ມີລາຍຈ່າຍເພີ່ມຂື້ນ ຍ້ອນການຈັດງານ ສຳຄັນຕ່າງໆ ໃນຂນະທີ່ ສະພາບການເງິນ ໃນໂລກຊຸດໂຊມຢູ່ນີ້.
ຈຳປາທອງ
2009.11.13

ໃນປີ 2009 ນີ້ ຣັຖບານ ສປປລາວ ມີລາຍຈ່າຍເພີ່ມຂື້ນ ຍ້ອນການກະຕຽມ ຈັດງານສຳຄັນຕ່າງໆ ຮວມທັງງານ ມະຫາກັມກິລາ ຊີເກມຄັ້ງທີ25  ໃນຂນະທີ່ ໂຄງການລົງທຶນ ກໍຂາດຄວາມແນ່ນອນ ຫລາຍໂຄງການກໍ່ສ້າງ ຂະໜາດໃຫຍ່ຖືກແກ່ຍາວ.ກ່ຽວກັບບັນຫາດັ່ງກ່າວ ທ່ານ ສົມນຶກ ດາວດືງ ນັກເສຖສາດຂອງ ທະນາຄານໂລກ ປະຈຳນະຄອນ ຫລວງວຽງຈັນ ໄດ້ກ່າວວ່າ:

"ຊ່ວງນີ້ ຖືວ່າເຮົາມີຫລາຍໆ ຢ່າງທີ່ຕ້ອງເຮັດ ແລະສຳຄັນ ຣັຖບານກໍໄດ້ ຣະດົມເງິນມາ ຖ້າລວມແລ້ວກໍເປັນ ມູນຄ່າມະຫາສານ ທາງພາກຣັດຕ້ອງໄດ້ ລົງທຶນ ອັນນີ້ທັ້ງໆທີ່ FDI ແລະການລົງທຶນ ຂອງຕ່າງປະເທດ ກໍມີລັກສນະຈະຫລຸດລົງ ໃນປີນີ້ ແລະອາດຈະລາມ ໄປເຖິງປີໜ້າ ເນື່ອງຈາກສະພາບແວດລ້ອມ ທາງການເງິນຂອງໂລກ ມັນບໍ່ດີ."

ທ່ານເວົ້າຕື່ມວ່າ ການທີ່ມີລາຍຈ່າຍ ຫລາຍເພີ່ມຂື້ນນັ້ນ ກໍແມ່ນຍ້ອນມີຫລາຍສາເຫດ ຮວມທັງການສ້າງຖນົນ, ສ້າງເດີ່ນຕີກອຟ ແລະ ການກໍ່ສ້າງອື່ນໆ ທີ່ພົວພັນ ກັບການກະຕຽມຮອງຮັບ ກິລາຊີເກມ ແລະ ງານສະຫລອງວັນຄົບຮອບ 450ປີ ຂອງການສ້າງຕັ້ງ ນະຄອນຫລວງວຽງຈັນ ຊຶ່ງຣັຖບານຕ້ອງໄດ້ ໃຊ້ງົບປະມານຫລາຍ ແລະ ການກູ້ຢືມເງິນ ຈາກຕ່າງປະເທດ ກໍຫລາຍເພີ່ມຂຶ້ນ ດັ່ງນັກເສຖສາດ ຂອງທະນາຄານໂລກ ໄດ້ເວົ້າວ່າ:

"ຣະຍະຕໍ່ໄປ ການເພີ່ມຂຶ້ນຂອງ ງົບປະມານລາຍຈ່າຍ ຂອງຣັຖບານ ຈະເພີ່ມຂຶ້ນມະຫາສານ ການກູ້ຢືມເງິນ ຂອງພາກທະນາຄານ ຖືວ່າມີການເຕີບໂຕ ຢ່າງວ່ອງໄວ ປີ 2008 85% ມາຮອດເດືອນ6 ຂອງປີນີ້. ຖ້າທຽບໃສ່ປີກາຍ ເພີ່ມຂື້ນປະມານ 98%."

ເມື່ອເວົ້າເຖິງລາຍໄດ້ ຈາກການຄ້າ ທ່ານ ສົມນຶກ ກໍວ່າ ການຄ້າກັບຕ່າງປະເທດ ການສົ່ງອອກ ແລະ ການນຳສິນຄ້າເຂົ້າ ໃນປີນີ້ຄາດວ່າ ຈະຫລຸດລົງຍ້ອນ ຣາຄາສິນຄ້າຍັງຕ່ຳຫລາຍ ແລະ ມີການນຳເຂົ້າພຽງ ເລັກໜ້ອຍເທົ່ານັ້ນ.

ສຳລັບໂຄງການໃຫຍ່ໆ ແລະ ຄວາມຕ້ອງການນຳໃຊ້ ສິນຄ້າຂອງໂລກ ກໍມີໜ້ອຍ ແລະວ່າ ເມື່ອສຳເຣັດ ກິຈກັມຕ່າງໆແລ້ວ ຄວາມຫຍຸ້ງຍາກທາງ ເສຖກິດ ໃນລາວ ກໍຈະຜ່ອນຄາຍລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.