ຫຸ້ນໃນຕລາດຫລັກຊັບລາວ

ການຊື້ຂາຍsຫຸ້ນ ໃນຕລາດ ຫລັກຊັບລາວ ໃນຕອນທໍາອິດ ຄາດວ່າ ຈະຕົກຢູ່ ປະມານ 100 ລ້ານໂດລາ ສະຫະຣັຖ ຕໍ່ມື້.
ໂພໄຊສວັດ
2010.10.13

ກົດຟັງສຽງ

ສຳນັກງານ ຕລາດຫລັກຊັບ ໃນລາວ ຫາກໍ່ເປີດຢ່າງເປັນ ທາງການ ໃນມື້ວັນອາທິດ ວັນທີ 10 ເດືອນ 10 ປີ 2010 ເມື່ອມໍ່ໆມານີ້. ແຕ່ການຊື້ຂາຍ ຫລັກຊັບຂອງ ລາວຈະເລີ້ມຢ່າງເປັນ ທາງການ ໃນເດືອນ ມົກກະຣາ 2011. ຕລາດຫລັກຊັບລາວ ຄາດວ່າຈະມີ ນັກລົງທຶນທີ່ສົນໃຈ ທັງຈາກພາຍໃນ ແລະຕ່າງປະເທດ ໂດຍສະເພາະ ຫລັກຊັບປະເພດ ພະລັງງານໄຟຟ້າ. ທ່ານເດດພູວັງ ມູນຣັດ ຫົວໜ້າຫ້ອງການ ຕລາດຫລັກຊັບລາວ ເວົ້າກ່ຽວກັບເຣື້ອງນີ້ວ່າ:

"ໃຜຢາກຊື້ ກໍອັຕຣາແລກປ່ຽນ ກໍເປັນໄປຕາມກົນໄກ ຂອງຕລາດ ຫັ້ນແຫລ໋ະ ທີ່ປະກາດແຕ່ລະມື້ ກົນໄກອັຕຣາແລກປ່ຽນ ຫັ້ນນ໋າ ກໍປະມານໃກ້ໆຄຽງ ຂອງ 100 ລ້ານຫລຽນໄວ້ກ່ອນ ວ່າຊັ້ນຊ໋ະ ເປັນ public ໃຜກໍຊື້ໄດ້".

ສຳລັບເງິນ ທີ່ຈະເອົາມາໃຊ້ ໃນການຊື້ຂາຍ ໃນຕລາດຫລັກຊັບລາວ ຕ້ອງເປັນເງິນກີບ. ບໍຣິສັດ ທີ່ຈະເຂົ້າມາຮ່ວມ ແຕ່ທຳອິດ ໃນການຂາຍຫລັກຊັບ ໃນຕລາດຫຸ້ນ ລາວ ຈະມີ 3 ບໍລິສັດ ໄດ້ແກ່ສາຂາ ບໍຣິສັດ ທະນາຄານຮ່ວມທຶນ ເງິນຕຣາຕ່າງປະເທດ ສາຂາບໍຣິສັດ ຂອງໄທ ແລະສາຂາຂອງ ຣັຖວິສາຫະກິດ ໄຟຟ້າລາວ. ລາຍຊື່ຂອງສາຂາ ທັງສາມບໍຣິສັດ ຍັງບໍ່ທັນເປັນ ທີ່ແຈ່ມແຈ້ງເທື່ອ.

ຜູ້ອໍານວຍການ ທະນາຄານກາງ ສປປລາວ ທ່ານ ພູເພັດ ຄຳພູນວົງ ເວົ້າວ່າ ການຈັດຕັ້ງຕລາດ ຫລັກຊັບ ກໍເພື່ອການ ສົ່ງເສີມໃຫ້ ມີກອງທຶນຣາຄາ ຕໍ່າໃນລາວ ຫລາຍຂຶ້ນ. ປັດຈຸບັນນີ້ ການຫາທຶນເພື່ອ ເຮັດທຸຣະກິດຕ່າງໆ ໃນລາວ ເພິ່ງພາອາສັຍ ແຕ່ລະບົບທະນາຄານ ການຄ້າຢ່າງດຽວ ແລະ ທຶນທີ່ມີຢູ່ ກໍເປັນທຶນລະຍະສັ້ນ ເທົ່ານັ້ນ. ໃນເວລາດຽວກັນ ທາງຕລາດຫລັກຊັບລາວ ກໍຕ້ອງໄດ້ສຶກສາ ແລະ ຕັ້ງກົດລະບຽບ ເພື່ອປ້ອງກັນຄວາມສ່ຽງ ຈາກການຫາກຳໄລ ທີ່ບໍ່ຖືກຕ້ອງຕາມ ກົດໝາຍ ໂດຍຜ່ານຕລາດຫຸ້ນ.

ບົດຮຽນ ແລະປະສົບການ ຂອງປະເທດຕ່າງໆ ກ່ຽວກັບຕລາດຫລັກຊັບ ຕ້ອງໄດ້ເອົາມາໃຊ້ ໃນການປ້ອງກັນ, ຈະເຫັນໄດ້ຈາກ ກໍຣະນີວຽດນາມ ທີ່ລະດັບເງິນເຝີ້ ສູງຂຶ້ນ ໃນເວລາທີ່ດັຊນີ ຂອງຕລາດຫລັກຊັບ ຕົກຕໍ່າລົງຈົນ ໜ້າວິຕົກ ຍ້ອນຄວາມປັ່ນປ່ວນ ຈາກການຫາກຳໄລ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.