ປ້ອງກັນເງິນເຟີ້ ປີນີ້ ໃຫ້ໄດ້ 6%

ຣາຄາ ນ້ຳມັນ ແພງຂື້ນ ທົ່ວໂລກ ປີນີ້ ສປປລາວ ຈະປະເຊີນ ສພາບເງີນເຟີ້ ແລະ ເຂົ້າຍາກ ໝາກແພງ ຫລາຍກວ່າ ຄັ້ງຜ່ານມາ. ຣັຖບານ ວາງແຜນ ຄວບຄຸມ ສິນຄ້າ ພາຍໃນ ແລະ ນຳເຂົ້າ. ຄາດວ່າ ຈະຢຸດ ຄວາມເຟີ້ ໃຫ້ໄດ້ 6%.
ຊີດນີ ຣາຍງານ
2008.04.18

ສປປລາວ ຈະປະເຊີນ ກັບບັນຫາ ສພາບເງີນເຟີ້ ແລະເຂົ້າຍາກໝາກແພງ ເພີ້ມຂື້ນອີກ ໃນປີນີ້.

ຕາມບົດຣາຍງານ ຈາກແຫລ່ງຂ່າວ ສິນຫົວ ທີ່ອີງຕາມ ບົດລາຍງານ ຂອງໜັງສືພີມ ວຽງຈັນທາຍມ໌ ຂອງລາວ ສບັບວັນທີ 17 ເມສາ. ລາຍງານ ຣະບຸວ່າ ທາງການລາວ ພຍາຍາມ ທີ່ຈະສກັດກັ້ນ ສພາບເງີນເຟີ້ ໃຫ້ໄດ້ປະມານ 6% ໃນປີນີ້, ເພີ້ມຈາກ ປີທີ່ຜ່ານມາ 2% ຊື່ງໃນປີ 2007 ສພາບເງີນເຟີ້ ໃນລາວ ມີຢູ່ໃນຣະດັບ 4.5 %.  ໃນເວລານັ້ນ, ຄ່າຄອງຊີບ ໃນລາວ ກໍ່ແພງຢູ່ແລ້ວ.

ມາຕການ ທີ່ທາງການລາວ ຈະໃຊ້ ໃນການຄວບຄຸມ ສະພາບ ເງີນເຟີ້ ໃນລາວ ໃນປີນີ້ ກໍ່ແມ່ນວ່າ ຣັຖບານລາວ ພຍາຍາມ ຊັກຊວນ ໃຫ້ມີ ການລົງທືນ ພາຍໃນ ປະເທດ ຫລາຍຂື້ນ ແລະຊັກຊວນ ໃຫ້ຜູ້ປະກອບ ການທຸຣະກິດ ຫລືຊາວກະສີກອນ ສ້າງຜລົະຜລີດ ພາຍໃນປະເທດ ເພີ້ມຂື້ນ.  ນອກຈາກນັ້ນ ກໍ່ຈະວາງມາຕການ ຄວາມຮ່ວມມື ກັບໜ່ວຍງານ ຈາກກະຊວງ ກົມກອງຕ່າງໆ ທີ່ກ່ຽວຂ້ອງເພື່ອຄວບຄຸມ ຣາຄາສີນຄ້າ ທາງໃນ ແລະ ສີນຄ້າ ທີ່ນຳເຂົ້າມາ ຈາກຕ່າງປະເທດ ຢ່າງເຂັ້ມງວດ.

ເຖີງແມ່ນວ່າ ສພາບເງີນເຟີ້ ທີ່ຈະຖີບຕົວ ສູງຂື້ນ ໃນລາວ ໃນປີນີ້, ແຕ່ຣັຖບານລາວ ກໍ່ຄາດການວ່າ ການເຕີບໂຕ ທາງດ້ານເສຖາກິດ ໃນລາວ ໃນປີນີ້ ກໍ່ຈະເພີ່ມຂື້ນ ເໝືອນກັນ ເຖີງ 7.5 % ແລະ ສພາບເງີນເຟີ້ ໃນລາວ ກໍ່ຍັງຕ່ຳກວ່າ ຂອງປະເທດເພື່ອນບ້ານ.

ອີງຕາມສຖິຕິ ຈາກກະຊວງ ວາງແຜນ ເສຖະກິດລາວ ຣະບຸວ່າ ຣາຄາ ອາຫານ ການກີນ ໃນລາວ ໄດ້ເພີ້ມຂື້ນ 2% ຈາກເດືອນກຸມພາ ຫາ ເດືອນເມສາ ປີນີ້, ແລະ ຣາຄາ ນ້ຳມັນ ກໍ່ສຸ່ງຂື້ນ 2 ເທົ່າຕົວ. ການທີ່ຣາຄາ ອາຫານ ການກີນ ແພງໃນລາວ ກໍ່ເປັນເພາະວ່າ ການປັບຕົວ ຂອງຣາຄາ ນ້ຳມັນແພງ ໃນຕລາດໂລກ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.