ຊ່ວຍເຫຼືອເດັກນ້ອຍ ແລະແມ່ຍິງ ໃຫ້ມີການສຶກສາ

ຣັຖບານລາວ ຮ່ວມກັບອົງການ ເອກກະຊົນ ຊ່ວຍເຫລືອ ເດັກນ້ອຍ ດ້ອຍໂອກາດ ແລະແມ່ຍິງ ໃຫ້ມີການ ສຶກສາ ຕາມມາຕຖານ.
ມະນີຈັນ
2010.05.12

ຣັຖບານລາວ ຮ່ວມກັບອົງການ ການສຶກສາ ເພື່ອຂໍ້ລິເລີ່ມ EFA (education for All Fast Track Initiative) ໃຫ້ການຊ່ວຍເຫລືອ ແລະ ສນັບສນູນເດັກນ້ອຍ ທີ່ດ້ອຍໂອກາດ ດ້ານການສຶກສາ ອາຫານຕອນເວັນ ການແບ່ງອາຫານ ໃຫ້ເດັກນ້ອຍ ເອົາເມືອບ້ານ ແລະແມ່ຍິງ ໃຫ້ມີການສຶກສາ ຕາມມາຕຖານ ເພື່ອແມ່ຍິງຈະໄດ້ ມີຄວາມຮູ້ແລະ ເພື່ອສິດເສຣີພາບ ໃຫ້ເທົ່າທຽມກັນ. 

ໂຄງການດັ່ງກ່າວ ຈະມຸ້ງເນັ້ນໄປ ຍັງເຂດຫ່າງໄກ ສອກຫລີກ ຊຶ່ງການພັທນາ ເຂົ້າໄປບໍ່ເຖິງ ແລະບໍ່ມີນາຍຄຣູ ຢາກເຂົ້າໄປສອນ. ຕາມຄໍາເວົ້າຂອງ ທ່ານ ລີຕູບົວປາວ ຣັຖມົນຕຣີຊ່ວຍ ວ່າການກະຊວງ ສຶກສາທິການລາວ:

"ຈະເນັ້ນຈຸດ ທີ່ເດັກບໍ່ມີໂອກາດ ໄດ້ໄປໂຮງຮຽນໄດ້ ຕ້ອງໄປປຸກໂຮງຮຽນ ຕ້ອງໄປອົບຮົມຄຣູ ໃຫ້ເຂົາ ປຶ້ມໃຫ້ເຂົາ ຕ້ອງມີອາຫານ ກາງວັນໃຫ້ເຂົາ ເຮົາຕ້ອງໄປ ອຸດໜູນ ສນັບສນູນເດັກ ທີ່ທຸກຍາກ ຊ່ວຍຜູ້ຍິງ ຊ່ວຍເດັກຊົນເຜົ່າ ທີ່ເຂົາດ້ອຍ ໂອກາດອີ່ຫລີ".

ສ່ວນເລື່ອງ ການນໍາເດັກນ້ອຍ ເຂົ້າຮ່ວມໂຄງການ ນັ້ນ ທ່ານ ລີຕູ ບອກວ່າ ມີເຈົ້າໜ້າທີ່ ຄະນະກັມມະການ ການສຶກສາຂັ້ນບ້ານ ເປັນຜູ້ດູແລ ແລະເບິ່ງວ່າ ເດັກນ້ອຍເຫລົ່ານີ້ ມີຄວາມທຸກຈົນ ແທ້ຫລືບໍ່. ໂຄງການດັ່ງກ່າວ ຈະຊ່ວຍສນັບສນູນ ໃຫ້ເດັກນ້ອຍຈົບຊັ້ນ ການສຶກສາພາກ ບັງຄັບ ປະຖົມສຶກສາ ແລະຫລັງຈາກນັ້ນ ຈະສົ່ງເສີມໃຫ້ ໄດ້ຮຽນຕໍ່ໃນ ຣະດັບຊັ້ນພື້ນຖານ ຄືຊັ້ນມັທຍົມຕົ້ນ ແລະມັທຍົມປາຍ. 

ການທີ່ໂຄງການນີ້ ມຸ້ງເນັ້ນໃສ່ເຂດ ຫ່າງໄກສອກຫລີກ ກໍຍ້ອນວ່າເປັນ ບ່ອນທີ່ມີບັນຫາ ຫຍູ້ງຍາກດ້ານ ພື້ນຖານໂຄງຮ່າງ ແລະບຸຄລາກອນ ຜູ້ມີຄວາມສາມາດ ບໍ່ຄ່ອຍຢາກລົງ ໄປພັທນາ ທ່ານກ່າວວ່າ:

"ບັນຫາຂອງມັນ ຢູ່ບ່ອນວ່າ ມັນຢູ່ເຂດຫຍູ້ງຍາກ ເຂດຫ່າງໄກສອກຫລີກ ເຂດທີ່ ບໍ່ມີຖນົນ ຫົນທາງ ບໍ່ມີໄຟຟ້າ ບໍ່ມີນໍ້າປະປາ ການໄປມາບໍ່ ສະດວກ ມີຄົນເກັ່ງບໍ່ຢາກ ໄປສອນທີ່ນັ້ນ ເຮົາຕ້ອງມີ ນະໂຍບາຍພິເສດ ເປັນບ່ອນທີ່ວ່າເຮົາ ຈະຕ້ອງສຸມກໍາລັງ ໃສ່ອີ່ຫລີ ຖ້າບໍ່ດັ່ງນັ້ນ ມັນຈະບໍ່ບັນລຸ".

ຣັຖມົນຕຣີ ຊ່ວຍວ່າການ ກະຊວງສຶກສາ ທິການລາວ ລີຕູ ກ່າວໃນຕອນ ທ້າຍວ່າ ໂຄງການດັ່ງກ່າວ ຈະເລີ່ມປະຕິບັດ ໃນສົກຮຽນປີໜ້າ ຄືແຕ່ເດືອນຕຸລາ ເປັນຕົ້ນໄປ  ແລະວ່າເດັກນ້ອຍ ຈະຕ້ອງ ຈົບການສຶກສາ ພາກບັງຄັບ ຣະດັບ ຊັ້ນປະຖົມ ໃນປີ 2015.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.