ສະພາບແວດລ້ອມ ໃນແຂວງສາຣະວັນ ໄດ້ຮັບຜົນ ກະທົບ ຈາກສານເຄມີ

ສານເຄມີທີ່ໃຊ້ ໃນການປູກຕົ້ນຢາງພາຣາ ໄດ້ສົ່ງຜົນກະທົບໃສ່ ສະພາບແວດລ້ອມ ໃນແຂວງສາຣະວັນ.
ສົມເນ
2009.09.02

ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງສາຣະວັນ ເປີດເຜີຽວ່າ, ໂຄງການ ປູກຢາງພາຣາ ຈາກການລົງທຶນ ຂອງຕ່າງປະເທດ ໃນແຂວງສາຣະວັນນັ້ນ,
ມີການໃຊ້ສານເຄມີ ຈໍານວນຫລວງຫລາຍ, ເຊັ່ນວ່າຢາຂ້າຫຍ້າ ຢາຂ້າຍຸງ ຢາຂ້າເຊື້ອຣາ ຮວມທັງການໃຊ້ ປູ໋ຍເຄມີ.

ສານເຄມີເຫລົ່ານີ້ ທໍາລາຍສະພາບ ສິ່ງແວດລ້ອມ, ແລະເກີດມີ ສານເຄມີ ຕົກຄ້າງ ຢູ່ໃນໂຕສັດ ອີກດ້ວຍ:

"ປັນຫາ ນີ້ມີຫລາຍ ປັນຫາ ສໍາລັບ ເຣື້ອງສານເຄມີນີ້, ເປັນຕົ້ນແມ່ນພວກ ຢາຂ້າຫຍ້າ ຂ້າຍຸງ ຢາຂ້າເຊື້ອຣາ ມີຫລາຍ. ສະພາບແວດລ້ອມເຮົາ ທຸກມື້ນີ້, ຫຍຸ້ງຍາກ ນໍາພວກໃຊ້ຢານີ້ ກໍພໍແຮງລະ."

ທ່ານວ່າການໃຊ້ ສານເຄມີ ໃນໂຄງການປູກ ຕົ້ນຢາງພາຣາ ນີ້ເຮັດໃຫ້ເກີດ ສານເຄມີ ເປັນພິດ ຕົກຄ້າງໃນດິນ ໃນໃບໄມ້ ໃບຫຍ້າ ແລະໃນນໍ້າ. ໃນເວລານີ້ ເຈົ້າໜ້າທີ່ ວິຊາການ ຂະແໜງປູກຝັງ ມີຄວາມເປັນຫ່ວງ ແລະ ໄດ້ແກ້ໄຂບັນຫາ ໂດຍການລົງແນະນໍາ ບໍຣິສັດຕ່າງໆ ໃຫ້ຄວບຄຸມ ປະຣິມານ ການໃຊ້ ແລະ ໃຫ້ໃຊ້ດ້ວຍຄວາມ ລະມັດລະວັງ.

ບັນຫາທີ່ໜ້າ ເປັນຫ່ວງ ອີກບັນຫານຶ່ງ ກໍຄື, ໃນເມື່ອມີການໃຊ້ ສານເຄມີ ຫລາຍໆແລ້ວ, ສານເຄມີເປັນພິດ ທີ່ຕົກຄ້າງ ມີຜົນຮ້າຍຕໍ່ ສັດລ້ຽງ ກໍເປັນໄດ້ ດັ່ງທ່ານໄດ້  ກ່າວຕື່ມວ່າ:

"ບາງເທື່ອ ເຮົາກໍເວົ້າແບບ ບໍ່ເປັນທາງການ ວ່າ: ງົວ, ຄວາຍ, ໄປກິນຫຍ້າ ເຮັດໃຫ້ ສານເຄມີເປັນ ພິດຕົກຄ້າງ. ພວກຂະແໜງລ້ຽງສັດ ເພິ່ນກໍໄດ້ພົວພັນ ກັບພາກ ສ່ວນ ສາທາຣະນະສຸກ ໄດ້ລົງໄປກວດກາ ເຂົາເຈົ້າກໍຫາ ວິທີແກ້ໄຂຢູ່."

ເມື່ອສາມສັປດາ ຜ່ານມານີ້ ລາຍງານຂ່າວ ທາງການຂອງລາວ ວ່າມີສັດລ້ຽງ7ໂຕ ໃນແຂວງ ສາຣະວັນ ໄດ້ຕາຍໄປຍ້ອນ ຕິດພຍາດ ເລືອດເຕົ້າໂຮມ ຫລືວ່າ anthrax ແຕ່ວ່າຍັງພິສູດ ບໍ່ໄດ້ເທື່ອວ່າ ສານເຄມີ ມີສ່ວນເຮັດໃຫ້ ສັດເກີດພຍາດ ນີ້ຫລືບໍ່.

ການປູກຢາງພາຣາ ໃນແຂວງສາຣະວັນ ໄດ້ເລີ້ມມາເປັນ ເວລາ6ປີແລ້ວ ມີພື້ນທີ່ປູກ ທັງໝົດ 3,000ປາຍເຮັກຕາ ຢູ່ໃນເຂດເມືອງ ເລົ່າງາມ ເມືອງສາຣະວັນ ເມືອງວາປີ ເມືອງຄົງເຊໂດນ ແລະ ເມືອງລະຄອນເພັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.