ແຂວງຫົວພັນ ປະສົບກັບພັຍແຫ້ງແລ້ງ

ແຂວງຫົວພັນ ປະສົບກັບບັນຫາ ພັຍແຫ້ງແລ້ງ ທີ່ສົ່ງຜົລກະທົບ ຕໍ່ພື້ນທີ່ປູກຝັງ ຂອງປະຊາກອນ.
ຫວາດ ສີມູນ
2010.03.26

ໃນປັຈຈຸບັນນີ້ ແຂວງຫົວພັນ ກໍກຳລັງປະສົບ ກັບບັນຫາພັຍແຫ້ງແລ້ງ ເຊັ່ນດຽວກັບ ເຂຕແຂວງອື່ນໆ ຢ່າງຮ້າຍແຮງເປັນ ປະຫວັຕກາຣ ໃນຮອບ 50 ປີ ແລະສົ່ງຜົລ ກະທົບກະເທືອນ ຕໍ່ພື້ນທີ່ກາຣຜລິຕ ຂອງປະຊາຊົນ ຢ່າງຫລວງຫລາຍ ດັ່ງເຈົ້າໜ້າທີ່ແຂນງ ຊົລປະທານ ແຜນກກະສິກັມ ແລະປ່າໄມ້ ທ່ານໜຶ່ງໄດ້ເວົ້າວ່າ:

“ຖືວ່າຢູ່ແຂວງ ພວກເຮົາ ມັນກໍໜັກໜ່ວງ ກໍຖາມພໍ່ແມ່ ປະຊາຊົນມາ ກໍໃນຮອບ 50 ປີມານີ້ ປີນີ້ ກໍຖືວ່າໜັກໜ່ວງ ກວ່າໝູ່ ຖືວ່າເນື້ອທີນາແຊງ ຢູ່ໃນແຂວງ ປະມານ ເກືອບ ສອງພັນເຮັກຕ໊າຣ໌ ດຽວນີ້ມີແຕ່ໄດ້ 800 ເຮັກຕ໊າຣ໌ດອກ ເຫລືອນັ້ນກໍຖື ວ່າມີຄວາມຫຍຸ້ງຍາກ”.

ພ້ອມດຽວກັນນີ້ ທ່ານກໍວ່າ ທາງກາຣກ່ຽວຂ້ອງ ລົງເກັບກຳຂໍ້ມູລ ຕາມເຂຕ ທ້ອງຖິ່ນຕ່າງໆ ແລະ ພົບເຫັນມີຫລາຍ ພື້ນທີ່ໄດ້ຮັບຄວາມ ແຫ້ງແລ້ງ ຮວມທັງແມ່ນ້ຳ ສາຍສຳຄັນເຊັ່ນ ນ້ຳຊຳ ແລະນ້ຳມາ ມີສະພາບບົກແຫ້ງ ແບບທີ່ບໍ່ເຄີຽ ເຫັນມາກ່ອນ.

ນອກຈາກນັ້ນ ທ່ານກໍວ່າ ສະ ພາບຄວາມແຫ້ງແລ້ງ ດັ່ງກ່າວ ໄດ້ສ້າງຜົລກະທົບ ຕໍ່ຊາວໄຮ່ຊາວນາ ຢ່າງຫລວງຫລາຍ ເພາະເຮັດນາແຊງ ໄດ້ແຕ່ປະມານ 30% ເທົ່ານັ້ນ ໃນປີນີ້ ໂດຽສະເພາະ ໃນເຂຕເມືອງແອດ ເມືອງຊຽງຄໍ ເມືອງສົບເບົາ ເມືອງຊຳໃຕ້ ເມືອງຫົວເມືອງ ແລະເມືອງວຽງທອງ ທີ່ປະສົບກັບບັນຫາ ຂາດແຄນນ້ຳໃຊ້ ແລະນ້ຳດື່ມນຳດ້ວຍ:

“ມີຫລາຍບ່ອນ ນ້ຳກິນນ້ຳໃຊ້ ນີ້ກໍຂາດເຂີນ ນ້ຳທີ່ວ່ານ້ຳທາງ ຫ້ອງວ່າກາຣ ເພິ່ນນ້ຳລິນ ນ້ຳຫຍັງຫັ້ນ ເຄີຽມີນ້ຳຕລອດປີ ມາຮອດປີນີ້ຖືວ່າ ຮອດຍາມນີ້ ບໍ່ມີນ້ຳກິນແລ້ວ ຕ້ອງໄປຕັກໄກໆ ປະມານ 200-300 ແມ໊ຕພູ້ນແຫລະ”.

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ໃຫ້ ກາຣອະທິບາຍ ເພີ່ມວ່າ ສະເພາະກາຣແກ້ໄຂ ໃນປັຈຈຸບັນນີ້ ນັ້ນ ທາງຣັຖບາລ ໃຫ້ງົບປະມານ ຈຳນວນໜື່ງສຳຫລັບ ກາຣສ້ອມແປງ ຊົລປະທານ ແລະຈັກສູບນ້ຳ ແຕ່ກໍຍັງບໍ່ທັນ ພຽງພໍກັບຄວາມ ຕ້ອງກາຣ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.