ໂຄງການພັທນາ ມີຜົນດີຕໍ່ ປະຊາຊົນຢ່າງໃດ

ວິຊາກອນລາວ ຕ້ອງການ ຢາກໃຫ້ວິໄຈ ໂຄງການພັທນາ ຕ່າງໆວ່າ ມີຜົນດີ ຕໍ່ປະຊາຊົນ ແທ້ຫລືບໍ່.
ສົມເນ
2010.08.17

ນັກວິຊາການ ຂອງລາວ ໄດ້ຍົກບັນຫາ ການພັທນາປະເທດ ຂື້ນມາຖົກຖຽງ ເມື່ອບໍ່ນານ ມານີ້ວ່າ ໂຄງການພັທນາ ຕ່າງໆທີ່ກໍາລັງ ຈັດຕັ້ງ ປະຕິບັດ ຢູ່ໃນເວລານີ້ ຈະນໍາ ຜົນປໂຍດມາ ໃຫ້ປະຊາຊົນ ແລະຈະສາມາດ ຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນ ແທ້ຫລືບໍ່. ທ່ານວ່າ ເຖິງແມ່ນວ່າ ໂຄງການພັທນາ ຕ່າງໆ ໄດ້ເຮັດໃຫ້ ເສຖກິດ ເພີ້ມຂື້ນ ຢ່າງຕໍ່ເນື່ອງ ແລະເປັນທີ່ ໜ້າພໍໃຈຂອງ ຣັຖບານກໍດີ ແຕ່ວ່າ ປະຊາຊົນ ຈະໄດ້ຮັບ ຜົນປໂຍດຫລາຍ ປານໃດ ຈື່ງຢາກຂໍໃຫ້ ສືກສາວິໄຈ ແນວໂນ້ມຂອງການ ພັທນາ ໃຫ້ຄັກແນ່:

"ສະນັ້ນ ແນວໂນ້ມຂອງ ການພັທນາ ມັນໄປຄືທຸກມື້ນີ້ ມັນຈະມາແກ້ໄຂ ໄດ້ບໍເຣື້ອງ ຄວາມທຸກຈົນ. ມັນມີສ່ວນບໍ ທີ່ວ່າຈະໃຫ້ benefit ແກ່ປະຊາຊົນ. ແມ່ນຢູ່ອາດຈະ ໃຫ້ຜົນປໂຍດ ໃຫ້ຣັຖບານ ແຕ່ປະຊາຊົນ ໄດ້ຜົນປໂຍດ ແລ້ວບໍເຣື້ອງການ ພັທນາທີ່ຜ່ານມາ".

ທາງການລາວ ເຫັນວ່າການ ພັທນາປະເທດ ໃນລະຍະຫລາຍປີ ມານີ້ເປັນທີ່ພໍໃຈ ຂອງຣັຖບານ ເພາະວ່າ ມັນໄດ້ເຮັດໃຫ້ ເສຖກິດພາຍໃນ ປະເທດຂຍາຍຕົວ ປະຊາຊົນ ຈໍານວນຫລວງຫລາຍ ມີວຽກເຮັດງານທໍາ ມີລາຍໄດ້ສູງຂື້ນ. ທາງການລາວ ເຫັນວ່າ ການຂຍາຍຕົວ ຂອງເສຖກິດ ໃນລັກສນະ ທີ່ເປັນຢູ່ນີ້ ຈະເຮັດໃຫ້ ປະເທດຊາດ ຫລຸດພົ້ນຈາກຖານະ ເປັນປະເທດທຸກຍາກ ພາຍໃນປີ 2020 ຕາມເປົ້າໝາຍ ທີ່ຕັ້ງໄວ້.

ຜ່ານມາບໍ່ທັນມີ ຫນ່ວຍງານສະເພາະ ວິເຄາະຢ່າງ ລະອຽດກ່ຽວກັບ ໂຄງການພັທນາ ພາກສ່ວນ ພະລັງງານ ໄຟຟ້າ ອຸດສະຫະກັມ ຜົນຜລິດກະສິກັມ ການຂຸດຄົ້ນ ແຮ່ທາດ ຊື່ງເປັນພາກສ່ວນ ທີ່ນໍາລາຍໄດ້ ມາສູ່ປະເທດ ໂດຍກົງທັງໃນ ລະຍະສັ້ນ ແລະລະຍະຍາວ ວ່າ ໄດ້ຊ່ວຍຫລຸດຜ່ອນ ຄວາມທຸກຍາກ ໃຫ້ແກ່ປະຊາຊົນ ໃນທ້ອງຖິ່ນ ຫລາຍປານໃດ. ບັນຫາທັງໝົດນີ້ ເປັນສິ່ງທີ່ ນັກວິຊາການ ມີຄວາມເປັນຫ່ວງ ຫລາຍທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.