ຫລັກອະນາມັຍ ໃນລາວ ຕ້ອງການແກ້ໄຂ

ທາງກາຣລາວ ຍອມຮັບວ່າ ຍັງມີບັນຫາ ໃນດ້ານ ອະນາມັຍ ທີ່ຈະຕ້ອງໄດ້ ໃຫ້ມີກາຣ ແກ້ໄຂ.
ຫວາດ ສີມູນ
2009.07.07
F-Sanitation ປະຊາຊົນລາວໃນເຂດຊົນນະບົດຍັງຕ້ອງການ ນ້ຳໃຊ້ທີ່ສະອາດແລະຖືກຫລັກອະນາມັຍບາງ ຄອບຄົວໃຊ້ປັ້ມມືເພື່ອດູດເອົານ້ຳຈາກພື້ນດິນ ຊື່ງບໍ່ແມ່ນນ້ຳຈາກບາດານຢ່າງແທ້ຈິງແລະບໍ່ມີ ຄວາມສະອາດພຽງພໍ
Photo: RFA

ສູນອະນາມັຍ ແລະ ຈັດຫານ້ຳສະອາດ ສປປລາວ ຍອມຮັບວ່າ ຍັງມີບັນຫາ ດ້ານອະນາມັຍ ໃນທົ່ວປະເທສ ໂດຽສະເພາະ ດ້ານກາຣໃຊ້ ສ້ວມຖ່າຍ ຂອງປະຊາຊົນ ບັນຫານ້ຳດື່ມ ທີ່ບໍ່ສະອາດ ແລະກາຣ ຂາດຄວາມຮູ້ ຄວາມເຂົ້າໃຈໃນ ກາຣຮັກສາ ສຸຂອະນາມັຍ ໂດຽທົ່ວໄປ ທີ່ຈະຕ້ອງໄດ້ ໃຫ້ມີກາຣ ແກ້ໄຂ ຊື່ງຜົລກາຣວິຈັຍ ຂອງທາງ ທະນາຄາຣໂລກ ກໍວ່າ ໃນແຕ່ລະປີ ທາງກາງລາວ ສູນເສັຽເງີນ ປະມານ 193ລ້ານດອລລາຣ໌ ສະຫະຣັຖ ຍ້ອນປະຊາຊົນລາວ ບໍ່ມີ ສຸຂອະນາມັຍ ທີ່ດີຢ່າງ ສົມບຸນແບບ ກ່ຽວກັບເຣື່ອງນີ້ ທາງເຈົ້າໜ້າທີ່ ສູນອະນາມັຍ ແລະຈັດຫາ ນ້ຳສະອາດ ໃນລາວກໍກ່າວ ໃຫ້ທັສນະວ່າ:

“ຄັນເວົ້າເຖີງ ບັນຫາ ເບື້ອງໜື່ງແລ້ວ ເຣື່ອງ ອັຕຣາເປີເຊັນຕ໌ ທີ່ປະຊາຊົນ ໄດ້ໃຊ້ສ້ວມຖ່າຍ ຍັງນ້ອຍ ປະຊາຊົນ ໃນເຂຕຊົນບົດນີ້ແມ່ນເກືອບ 80% ເນາະ ແລ້ວເຣື່ອງຂໍ້ມູລ ຂ່າວສາຣ ຫລືວ່າກາຣລົງ ເຜີຽແພ່ ໂຄສະນາ ສຸຂອະນາມັຍ ນັ້ນກໍອາຈບໍ່ທັນໄດ້ທົ່ວເຖີງ” 

ພ້ອມດຽວກັນນີ້ ທ່ານກໍວ່າ ປະຊາຊົນລາວ ຕາມເຂຕ ຊົນນະບົດ ຍັງມີບັນຫາ ດ້ານກາຣຂາດແຄນ ນ້ຳດື່ມ ທີ່ສະອາດ ພ້ອມກັບບັນດາ ຊົນເຜົ່າທີ່ອາສັຍ ຕາມເຂຕພູດອຍ ກໍຍັງຂາດທາງ ດ້ານຄົມມະນາຄົມ ອັນເປັນເຫຕໃຫ້ ປະຊາຊົນ ສ່ວນຫລາຍ ຕ້ອງໄດ້ອາສັຍ ໃຊ້ນ້ຳຈາກແຫລ່ງ ນ້ຳແບບ ທັມມະຊາຕ ຕ່າງໆ ແລະເຖີງແມ່ນວ່າ ບາງສ່ວນໄດ້ນຳ ໃຊ້ນ້ຳບາດາລ ແຕ່ກໍບໍ່ໄດ້ ມາຕຖານອັນເປັນ ສາເຫຕໃຫ້ເກີດ ໂຣຄ ຕ່າງໆໄດ້ນັ້ນ ແລະໃນຣະຍະ ທີ່ຜ່ານມາ ທາງກາຣກ່ຽວຂ້ອງ ກໍໄດ້ຈັດໃຫ້ ມີກາຣປະຊຸມ ເພື່ອເຜີຽແພ່ຜົລ ຂອງກາຣສຳຣວຈ ສືກສາ ທີ່ທາງກາຣ ທະນາຄາຣໂລກ ໄດ້ອ້າງເຖີງ ຂໍ້ມູລກາຣສູນເສັຽ ເງີນທຶນຂອງ ຣັຖບາລ ຍ້ອນຂາດດ້ານ ສຸຂອະນາມັຍ ຂອງປະຊາຊົນ ດັ່ງທີ່ທ່ານໄດ້ ກ່າວເພີ່ມວ່າ:

“ໃນປີໜື່ງນັ້ນ ຈະເສັຽເງີນ ປະມານ 193ລ້ານດອລລາຣ໌ ໃນນັ້ນກໍໄດ້ ແຍກອອກກວ່າ 60%ນັ້ນ ແມ່ນກ່ຽວຂ້ອງກັບ ສຸຂພາບ 18%ນັ້ນ ແມ່ນກ່ຽວຂ້ອງກັບ Water ແລະ 13%ນັ້ນ ກ່ຽວຂ້ອງກັບ Sanitation ເນາະ 9%ນັ້ນ ກ່ຽວຂ້ອງກັບ tourism ເນາະ ທ່ອງທ່ຽວ”

ຢ່າງໃດກໍຕາມ ຜົລຂອງກາຣສຳຣວຈ ແລະວິຈັຍດັ່ງກ່າວ ຄົງຈະເປັນກາຣ ຊ່ວຍເພື່ອທາງກາຣ ກ່ຽວຂ້ອງຂອງລາວຈະໄດ້ ຫາວິທີທາງ ແກ້ໄຂ ແລະກໍໄດ້ຮັບທຶນ ກາຣຊ່ວຍເຫລືອ ໃນແຕ່ລະປີ ໃນຈຳນວນຫລວງ ຫລາຍ ພໍສົມຄວນ ໂດຽສະເພາະຈາກ ທາງອົງກາຣ UNICEF ແລະອົງກາຣ ທີ່ບໍ່ຂື້ນກັບ ຣັຖບາລຕ່າງໆເຊັ່ນ: NGO ທີ່ໄດ້ໃຫ້ກາຣ ຊ່ວຍເຫລືອເພື່ອ ກາຣພັທນາດ້ານ ສາທາຣະນະສຸຂ ແລະ ໃຫ້ຄວາມຮູ້ແກ່ປະຊາຊົນ ໃນຫລາຍເຂຕແຂວງ ທົ່ວປະເທສ ຕລອດຣະຍະ ທີ່ຜ່ານມານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.