ຊາວບ້ານ ບາດເຈັບ ຍ້ອນລະເບີດ ຕົກຄ້າງ

ລະເບີດ ບໍ່ທັນແຕກ ທີ່ຍັງຕົກຄ້າງ ມາແຕ່ປາງ ສົງຄາມວຽດນາມ ຢູ່ແຂວງຊຽງຂວາງ ຂອງລາວໄດ້ແຕກ ເຮັດໃຫ້ຊາວບ້ານ ໄດ້ຮັບບາດເຈັບ 20 ກວ່າຄົນ ນັບແຕ່ຕົ້ນປີ 2009 ມານີ້
ຈຳປາທອງ
2009.05.14
F-Sbomb ປ້າຍໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກທົ່ງໄຫຫີນໜື່ງ
Photo: RFA

ລະເບີດ ບໍ່ທັນແຕກ ທີ່ຍັງຕົກຄ້າງ ມາແຕ່ປາງ ສົງຄາມວຽດນາມ ຢູ່ແຂວງ ຊຽງຂວາງ ຂອງລາວໄດ້ແຕກ ເຮັດໃຫ້ຊາວບ້ານ ຊຶ່ງຢູ່ໃນເຂດ ທີ່ມີຄວາມສ່ຽງ ໄດ້ຮັບບາດ ເຈັບ 20 ກວ່າຄົນ ນັບແຕ່ຕົ້ນປີ 2009 ມານີ້.

ກ່ຽວກັບບັນຫາ ດັ່ງກ່າວ ທ່ານ ບັນສີ ທັມມະວົງ ຫົວໜ້າເກັບກູ້ ລະເບີດ ທີ່ຍັງບໍ່ທັນແຕກ ແຂວງຊຽງຂວາງ ເປີດເຜີຍຂໍ້ມູນ ກ່ຽວກັບຜູ່ທີ່ ໄດ້ຮັບບາດເຈັບ ໃຫ້ຜູ້ສື່ຂ່າວ ວິທຍຸເອເຊັຍເສຣີ ວ່າປີນີ້ ກໍມີຜູ້ບາດເຈັບ ປະມານ 20-30 ຄົນແລ້ວ. ສ່ວນຫລາຍ ອຸປຕິເຫດ ເກີດຂື້ນຈາກ ການຫາຢູ່ຫາກິນ ຫລືການ ທຳການຜລິດ ຢູ່ໃນໄຮ່ໃນ ນາ ໃນສວນເຂົາເຈົ້າ.

ທ່ານວ່າສຳລັບ ຜູ້ບາດເຈັບ ທາງການກໍໃຫ້ ຄວາມຊ່ວຍເຫລືອ ດ້ວຍການຮັກສາ ປິ່ນປົວ ແລະ ໃຫ້ເຈົ້າໜ້າທີ່ ລົງພື້ນຖານ ເພື່ອອະທິບາຍ ຊັກຊວນ ໃຫ້ປະຊາຊົນ ເຂົ້າໃຈເຖິງໄພ ອັນຕະລາຍ ຂອງລະເບີດ ແລະຮູ້ວິທີ ການປະຕິບັດ ໃຫ້ຖືກຕ້ອງ ເພື່ອຫລີກເວັ້ນ ອຸປຕິເຫດຕ່າງໆ.

ພ້ອມກັນນັ້ນທ່ານ ກໍວ່າຂະນະນີ້ ຈະຕ້ອງມີການ ເກັບລະເບີດ ໃນພື້ນທີ່ໄຮ່ນາ ຢູ່ເຂດທີ່ມີ ຄວາມສ່ຽງ ເພື່ອຄວາມປອດໄພ ໃນການປູກຝັງ:

ດຽວນີ້ຍັງກວດ ຕາມປະຊາຊົນ ຮ້ອງຂໍ ທີ່ປະຊາຊົນ ຍັງຂາດດິນ ການຜລິດ ບໍ່ມີບ່ອນໄຮ່ ບ່ອນນາ ຍັງລົງກວດ ໃຫ້ປະຊາຊົນ ໃຫ້ບໍ່ມີ ລະເບີດແລ້ວ ໃຫ້ເຂົາເຈົ້າ ທຳການຜລິດ.

ມາເຖິງ ປັດຈຸບັນນີ້ ຈຳນວນລະເບີດ ບໍ່ທັນແຕກ ໃນເຂດຊຽງຂວາງ ຍັງມີຫລາຍຢູ່. ການທີ່ວ່າ ຈະເກັບກູ້ ໃຫ້ໝົດ ໄປໄດ້ນັ້ນ ກໍເປັນເລື້ອງຍາກ ແລະອາດຈະຕ້ອງ ໄຊ້ເວລາ ອີກດົນເຖິງ 20 ປີ.

ແລະທາງການລາວ ກໍຍັງຈະຕ້ອງ ໄດ້ເອົາໃຈໃສ່ ແກ້ໄຂ ແລະຕ້ອງການ ງົບປະມານ ສະໜັບສະໜູນ ຫລາຍຂື້ນ ເພື່ອສຳຫລວດ ແລະເກັບກູ້ ລະເບີດ ບໍ່ທັນແຕກ ທີ່ຍັງຕົກຄ້າງ ຢູ່ນັ້ນ.

ສາເຫດຕົ້ນຕໍ ທີ່ພາໃຫ້ມີ ລະເບີດ ຢູ່ນັ້ນ ແມ່ນຍ້ອນມີການ ຮຸກຮານລາວ ຂອງພວກ ຄອມມິວນິສ ວຽດນາມເໜືອ ໃນສະໃໝສົງຄາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.