ລະເບີດບໍ່ທັນແຕກ ໄດ້ສ້າງແລະຈະສ້າງ ບັນຫາຍາວນານ

ໃນແຕ່ລະປີ ມີຜູ້ເສັຍເສັຍຊີວິດ ແລະ ໄດ້ຮັບບາດເຈັບ ຍ້ອນລະເບີດ ທີ່ບໍ່ທັນແຕກ ໂດຍສະເລັ່ຍ 300 ກໍຣະນີ.
ຈະເຣີນສຸກ
2010.01.27

ການສໍາຣວດ ກ່ຽວກັບຜົນກະທົບ ຈາກລະເບີດ ທີ່ບໍ່ທັນແຕກ ໃນສປປລາວ ໃນລະຍະ 3-4 ປີຜ່ານມາ ພົບວ່າ ມີຜູ້ເສັຍຊີວິດ ແລະ ໄດ້ຮັບບາດເຈັບ ປະມານ 300 ກໍຣະນີ ຕໍ່ປີ, ແລະ ການເກັບກູ້ຣະເບີດ ໃນລະຍະ 10 ກ່ວາປີ ຜ່ານມານີ້ ໄດ້ພຽງແຕ່ 1 ສ່ວນຮ້ອຍ ເທົ່ານັ້ນ ຂອງພື້ນທີ່ ທີ່ໄດ້ຮັບຜົນກະທົບ ທັງໝົດ, ອີງຕາມຄໍາເວົ້າ ຂອງ ທ່ານ ມາລີຍະ ໄຊຍະວົງ, ຄະນະກັມມະການ ຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂ ບັນຫາລະເບີດຕົກຄ້າງ.

”ເວົ້າລວມໆແລ້ວບັດນີ້ ໃນລະຍະ 3-4 ປີມານີ້, ອຸບັດຕິເຫດ ເກີດຂຶ້ນຢູ່ໃນສະເລັ່ຍແລ້ວ ຢູ່ໃນປະມານ 300 ກໍຣະນີ ຕໍ່ປີ. ເສັຍຊີວິດ ກໍແມ່ນຄັນເວົ້າແລ້ວ ກໍແມ່ນເປັນຄັ້ງນຶ່ງ ຮອດ 40-50 ຄົນ ສ່ວນຮ້ອຍ”.

ໃນລະຍະຜ່ານມາ ເຈົ້າໜ້າທີ່ ໄດ້ລົງສໍາຣວດ ໂດຍການສັມພາດ ປະຊາຊົນ ໃນແຕ່ລະພື້ນທີ່ ຈົນມາຮອດ ປີ 2007 ຈຶ່ງສາມາດ ສລຸບຈໍານວນໄດ້ ໃນທຸກພື້ນທີ່ ທົ່ວປະເທດ. ຜົນການສໍາຣວດ ດັ່ງກ່າວ ພົບວ່າ ມີປະຊາຊົນ ທີ່ປະສົບອຸບັດຕິເຫດ ແລະ ເສັຍຊີວິດ ທັງໝົດ ຫລາຍກ່ວາ 50 ພັນຣາຍການ, ຊຶ່ງສ່ວນໃຫຍ່ ແມ່ນອຸບັດຕິເຫດ ດັ່ງກ່າວ ເກີດຂຶ້ນ ໃນຂະນະທີ່ ປະຊາຊົນ ກໍາລັງບຸກເບີກພື້ນທີ່ດິນປູກຝັງ ໂດຍທີ່ບໍ່ຮູ້ວ່າ ເຂດດັ່ງກ່າວ ມີລະເບີດ ທີ່ບໍ່ທັນແຕກ ຕົກຄ້າງຢູ່.

ພື້ນທີ່ ທີ່ໄດ້ຮັບຜົນກະທົບ ແມ່ນຢູ່ໃນ 13 ແຂວງ ທົ່ວປະເທດ, ໃນນັ້ນ ສວັນນະເຂດ ເປັນແຂວງທີ່ ໄດ້ຮັບຜົນກະທົບ ຫລາຍທີ່ສຸດ, ຊຶ່ງທ່ານ ມາລີຍະ ກ່າວກ່ຽວກັບ ການດໍາເນີນການເກັບກູ້ ລະເບີດ ໃນປັດຈຸບັນ ວ່າ:

”ຖ້າຈະເບິ່ງວ່າ ຢູ່ໃນລາວນີ້ ມີ 87 ພັນ ຕາລາງແມັດ ທີ່ຖືກກະທົບ ແຕ່ວ່າ ໃນ 12 ປີ ຜ່ານມານີ້ ຫລັງຈາກ ເຮົາມີການເກັບກູ້ ຢ່າງເປັນຣະບົບແລ້ວ ໄດ້ມີແຕ່ປະມານ 240 ຕາລາງກິໂລແມັດ ທຽງໃສ່ແລ້ວ ໄດ້ຮອດ 1 ສ່ວນຮ້ອຍ”.

ທ່ານ ກ່າວໃນຕອນທ້າຍວ່າ ຖ້າຍັງມີ ການເກັບກູ້ລະເບີດ ໃນລັກສະນະເດີມຢູ່ ກໍອາດຈະຕ້ອງ ໃຊ້ລະຍະເວລາ ເຖິງ 300-400 ປີ ຈຶ່ງຈະສາມາດ ເກັບກູ້ ລະເບີດໄດ້ທັງໝົດ 100 ສ່ວນຮ້ອຍ, ຊຶ່ງເປັນໄປໄດ້ຍາກຫລາຍ. ແລະ ໃນປັດຈຸບັນ ເຈົ້າໜ້າທີ່ ກໍພະຍາຍາມ ຂຍາຍພື້ນທີ່ ການເກັບກູ້ ໃຫ້ໄດ້ຫລາຍຂຶ້ນ ແລະ ໃຫ້ຄວາມຮູ້ ແກ່ປະຊາຊົນ ໃນການປ້ອງກັນ ການສ່ຽງພັຍ ຈາກລະເບີດ ທີ່ບໍ່ທັນແຕກ, ແຕ່ບັນຫາ ທີ່ເກີດຂຶ້ນ ກໍຄືເຣື້ອງ ຂອງງົປມານ ໃນການດໍາເນີນງານ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.