ແຂວງຊຽງຂວາງ ຍັງຖາງປ່າຈູດປ່າ ເຮັດໄຮ່ ຢູ່ຄືເກົ່າ

ຊາວບ້ານທີ່ຢູ່ ໃນເຂດຫ່າງໄກ ຕາມພູຕາມດອຍ ທົ່ວແຂວງຊຽງຂວາງ ຍັງມີຄວາມຊິນເຄີຍ ກັບການຖາງປ່າ ເຜົາຫຍ້າເຮັດໄຮ່ ຢູ່ຄືເກົ່າ.
ຈຳປາທອງ
2009.11.03

ຊາວບ້ານທີ່ຢູ່ ຕາມພູດອຍ ທົ່ວແຂວງຊຽງຂວາງ ຍັງມີຄວາມຊິນເຄີຍ ກັບການຖາງປ່າ ເຜົາຫຍ້າເຮັດໄຮ່ ທີ່ສົ່ງຜົນກະທົບ ຕໍ່ສະພາບແວດລ້ອມ ມາຢ່າງຕໍ່ເນື່ອງ. ໃນການແກ້ໄຂບັນຫານີ້ ທາງການລາວ ກໍເຮັດບໍ່ໄດ້ ພໍເທົ່າໃດ ຍ້ອນມີຄວາມ ຫຍູ້ງຍາກ ທາງດ້ານຄວາມເຂົ້າໃຈ, ຍ້ອນຄວາມເຊື່ອຖື ແລະຄ່ານິຍົມ ຂອງພວກເຂົາເຈົ້າ - ຕາມຄຳເວົ້າຂອງ ທາງການ ແຂວງຊຽງຂວາງ. ກ່ຽວກັບເລື້ອງນີ້ ເຈົ້າໜ້າທີ່ ຫ້ອງການສິ່ງແວດລ້ອມ ແຂວງຊຽງຂວາງ ກ່າວວ່າ:

"ຕອນນີ້ ຜົນກະທົບ ດ້ານສິ່ງແວດລ້ອມ ສ່ວນຫລາຍແມ່ນ ພວກເຂົາເຈົ້າ ບໍ່ມີນາເຮັດ ເຂົາເຈົ້າຖາງປ່າ ປ່າເລົ່າ ພວກຊາວພູດອຍ ເມືອງໜອງແຮດ            ບໍ່ມີນາຈັກໜ້ອຍເລີຍ ບາງປ່າທີ່ເຂົາເຈົ້າ ເຮັດໝຸນວຽນຫັ້ນ ກໍຖືວ່າ ເຂົາເຈົ້າເຮັດໄປເລີຍ ຕໍ່ເມື່ຶອເຂົາເຈົ້າ ເຮັດການຜລິດຄົງທີ່ແລ້ວ ເຂົາເຈົ້າຈຶ່ງຄ່ອຍເຊົາ."

ທ່ານກ່າວຕໍ່ໄປວ່າ ໃນແຂວງຊຽງຂວາງ ຊາວພູດອຍ ແລະ ຜູ້ທີ່ຢູ່ຫ່າງໄກ ສ່ວນໃຫຍ່ບໍ່ໄດ້ ຮັບການສຶກສາ, ທຳມາຫາກິນ ດ້ວຍການຖາງປ່າ ເຮັດໄຮ່. ທີ່ຜ່ານມາ ທາງການແຂວງ ກໍໄດ້ອະທິບາຍ ໃຫ້ຄວາມຮູ້ໃນ ການປະກອບອາຊີບ ແກ່ພວກເຂົາເຈົ້າ ແຕ່ກໍບໍ່ໄດ້ຜົນ ຍ້ອນວ່າ ພວກເຂົາເຈົ້າ ບໍ່ເຊື່ອ ບໍ່ເຂົ້າໃຈ ແລະ ຍັງຍຶດໝັ້ນ ຢູ່ໃນການ ປະກອບອາຊີບເດີມ ທີ່ເຄີຍຊິນມາ ແຕ່ໃນອາດີດ.

ເຖິງຢ່າງໃດກໍຕາມ ທ່ານກໍວ່າ ປັນຫານີ້ ເປັນບັນຫາສຳຄັນ ທີ່ເກີດຂື້ນ ຢູ່ແຂວງຊຽງຂວາງ ແລະ ຢູ່ທຸກແຂວງ ຂອງລາວ ທີ່ມີຊາວຊົນເຜົ່າ ຢູ່ພູດອຍ ແລະ ຢູ່ເຂດຫ່າງໄກ ທີ່ຈຳເປັນຕ້ອງ ໄດ້ໃຊ້ເວລາ ໃນການແກ້ໄຂ. ໃນນັ້ນຮວມທັງ ການປູກປ່າທົດແທນ ໃນພື້ນທີ່ ທີ່ຖືກຖາງໄປ.

ເພື່ອແກ້ໄຂບັນຫານີ້ ນັບແຕ່ປີ 2007ເປັນຕົ້ນມາ ກະຊວງກະສິກັມ ແລະ ປ່າໄມ້ຂອງລາວ ໄດ້ວາງແຜນການ ຄຸ້ມຄອງປ່າໄມ້, ວິທີປະຕິບັດງານ ໃນເບື້ອງຕົ້ນ ແລະ ລົງເຄື່ອນໄຫວໃນ ພື້ນທີ່ເປົ້າໝາຍ. ແຕ່ຈົນມາຮອດ ປັດຈຸບັນຄືປີ 2009 ແຜນການດັ່ງກ່າວ ກໍຍັງບໍ່ທັນ ປະສົບກັບຄວາມ ສຳເຣັດ ຍ້ອນມີອຸປສັກ ຫລາຍຢ່າງ ຮວມທັງບັນຫາ ງົບປະມານ ແລະ ເຈົ້າໜ້າທີ່ບໍ່ມີ ຄຸນນະພາບ.

ຕາມຂ່າວວ່າ ການຕັດໄມ້ທຳລາຍປ່າ ຢ່າງຫລວງຫລາຍ ໃນຂອບເຂດທົ່ວ ປະເທດ ແມ່ນເກີດຈາກ ພວກຄ້າໄມ້ເຖື່ອນ ຊຶ່ງມີທັງຜູ້ ມີອິດທິພົນ ແລະ ເຈົ້າໜ້າທີ່ ທາງການລາວ ຮ່ວມມືນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.