ນັກເຄື່ອນໄຫວຈະຕ້ານ ການສ້າງເຂື່ອນ

ນັກເຄື່ອນໄຫວ ດ້ານສິ່ງແວດລ້ອມ ໝັ້ນໝາຍວ່າຈະ ຕໍ່ສູ້ເພື່ອບໍ່ໃຫ້ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ຕອນລຸ່ມ.
ສົມເນ
2010.10.14

ກົດຟັງສຽງ

ກຸ່ມເຄື່ອນໄຫວ ດ້ານສິ່ງແວດລ້ອມ ໃນພູມີພາກ ຕັ້ງໝັ້ນວ່າຈະ ຕໍ່ສູ້ເພື່ອບໍ່ໃຫ້ ມີການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ຕອນລຸ່ມ ແຫ່ງທໍາອິດ ຫລັງຈາກທີ່ ຣັຖບານລາວ ໄດ້ຍື່ນ ຄໍາຮ້ອງໄປຍັງ ກັມມາທິການ ແມ່ນໍ້າຂອງ MRC ເພື່ອຂໍສ້າງເຂື່ອນ ຜລິດກະແສໄຟຟ້າ ຂນາດ 1,260 mw ໃນແມ່ນໍ້າຂອງ ແຂວງໄຊຍະບຸຣີ. ຕາມແຫ່ລງຂ່າວ IPS. ຍານາງ ເປຣັມຣືດີ ດາວຣຸ້ງ ຈາກອົງການ ໄປສູ່ການຟື້ນຟູ ລະບົບນິເວດ ກັບອົງການພັນທະມິດ ພູມີພາກ TERRA ທີ່ມີສູນກາງ ຢູ່ບາງກອກ ໃຫ້ສໍາພາດວ່າ ພວກທ່ານ ມີຄວາມສົງໃສວ່າ ມີຄວາມພຍາຍາມ ທີ່ຈະເຮັດໃຫ້ ຂະບວນການສ້າງເຂື່ອນ ທີ່ຈະສ້າງບັນຫານີ້ ເດີນໜ້າໄປ. ເທື່ອນີ້ ກຸ່ມອານຸຣັກ ສິ່ງແວດລ້ອມ ຈະອີງຕໍ່ກົນໄກ ທີ່ມີມາໄດ້ 15 ປີແລ້ວ ໃນການຕໍ່ສູ້ທາງ ການທູດ. ກົນໃກດັ່ງກ່າວ ມີຊື່ຫຍໍ້ເດີມວ່າ PNPCA ຊື່ງວາງຫລັກການ ໄວ້ວ່າ ປະເທດສະມາຊິກ ແມ່ນໍ້າຂອງຕອນລຸ່ມ ໃດກໍດີ ທີ່ຈະສ້າງ ເຂື່ອນ ຫລືນໍາໃຊ້ ຜົນປໂຍດຈາກ ແມ່ນໍ້າຂອງ ຕ້ອງໄດ້ປືກສາຫາລື ເພື່ອເຫັນພ້ອມກັນ ເສັຽກ່ອນ. ຈົດໝາຍ ທີ່ອົງການຊ່ວຍ ອານຸຣັກ ແມ່ນໍ້າຂອງໄວ້ ຫລືວ່າ Save the Mekong ໄດ້ຍື່ນໄປຍັງ MRC ໃນວັນທີ 13 ຕຸລາ ມີໃຈຄວາມຕອນ ນື່ງວ່າ:

“ເອກກະສານ ທີ່ຣັຖະບານລາວ ສົ່ງໃຫ້ກໍາມາທິການ ແມ່ນໍ້າຂອງ ນັ້ນບໍ່ໄດ້ເປີດເຜີຽ ຕໍ່ສາທາຣະນະຊົນ ແລະວ່າອັນນີ້ ເປັນການລົ້ມແຫວ ຂອງຄວາມໂປ່ງໃສ".

ທ່ານວ່າ ໃນຄວາມເປັນຈິງ ນັ້ນກົນໄກ PNPCA ລະບຸເຖິງຄວາມໂປ່ງໃສ ຢ່າງຄັກແນ່. ພາຍໄຕ້ຫລັກການ ຂອງ PNPCA ນັ້ນ ການປືກສາຫາລື ກັບປະເທດ ສະມາຊິກ
ແມ່ນໍ້າຂອງ ຕອນລຸ່ມ ກ່ຽວກັບການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ຕ້ອງແລ້ວພາຍໃນ 6 ເດືອນ ວ່າເຫັນພ້ອມ ໃຫ້ສ້າງ ຫລືບໍ່ໃຫ້ສ້າງ.

ອົງການອານຸຣັກ ສິ່ງແວດລ້ອມ ຕ້ອງການຢາກໃຫ້ ປະຊາຊົນ ມີສ່ວນຮ່ວມນໍາ ໂດຍອ້າງວ່າ ປະຊາຊົນ ຢູ່ໃນ ສປປ ລາວ ວຽດນາມ ບໍ່ສາມາດ ອອກສຽງໄດ້ ມີແຕ່ ປະເທດໄທ ຊື່ງເປັນປະເທດ ປະຊາທິປະໄຕ ເປີດກວ້າງ ເປັນບ່ອນຈັ້ງ ສ່ວນປະຊາຊົນ ກໍາພູຊາ ນັ້ນກໍບໍ່ມີທ່າທີ່ ຊັດເຈນປານໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.