ລາວ ກຽມຮັບມືກັບ ພະຍຸ ເມຂລາ

ທາງການລາວ ປະກາດ ເຕືອນປະຊາຊົນ ຢູ່ທາງພາກ ກາງ ແລະ ເໜືອ ໃຫ້ກຽມຮັບມື ກັບ ລົມພະຍຸ ເມຂລາ ທີ່ກໍາລັງພັດເຂົ້າມາ.
ໂພໄຊສວັດ ຣາຍງານ
2008.09.30

ນອກຈາກ ລົມພະຍຸໃຕ້ຝຸ່ນ ຮາຈູພິດ ທີ່ໄດ້ກໍ່ໃຫ້ເກີດ ຄວາມເສັຍຫາຍໃນເຂດພາກເໜືອ ຂອງລາວເມື່ອມໍ່ໆມານີ້ໃນປັດຈຸບັນນີ້ ລົມພະຍຸເມລາ ທີ່ກໍາລັງພັດເຂົ້າມາ ທາງພາກກາງ ຂອງລາວ ຕື່ມອີກ ຈຶ່ງເຮັດໃຫ້ທາງການໄດ້ຮີບຟ້າວ ປະກາດເຕືອນໃຫ້ຊາວບ້ານ ລະມັດລະວັງ ຕໍ່ຜົນກະທົບ ຕ່າງໆທີ່ອາດຈະມີຂື້ນ.

ທ່ານວັນດີ ດວງມາລາ ຫົວໜ້າ ກອງພະຍາກອນ ອາກາດ ປະຈໍາກົມອຸຕຸນິຍົມ ວິທະຍາເວົ້າຕອນນຶ່ງ ໃນມື້ວັນອັງຄານ ທີ 30 ກັນຍານີ້ວ່າ:

ເມລາເຂົ້າຕອນເຊົ້າ ມື້ນີ້ ທີ່ຜ່ານມາທາງແຂວງຄໍາມ່ວນ ພາກກາງ ຈົນຮອດພາກເໜືອ ນັບແຕ່ ແຂວງສວັນນະເຂດ ຮອດແຂວງຊຽງຂວາງ ຈະມີໂອກາດ ມີຝົນຕົກໜັກໄທເຮົາ ກໍໄດ້ແຈ້ງ​​ເຕືອນໄປແລ້ວໂອກາດ ຈະມີນໍ້າອັ່ງ ນໍ້າປ່າໄຫລແຮງ

ທ່ານ ວັນດີ ຊີ້ແຈ້ງຕື່ມວ່າ ລົມພະຍຸເມລາ ຊຶ່ງເລີ້ມຂື້ນຈາກ ທະເລຈີນໃຕ້ໄດ້ຜ່ານພາກກາງຂອງ ວຽດນາມແລ້ວ ກໍຈະພັດຍ້າຍເຂົ້າໄປແຂວງຄໍາມ່ວນ, ບໍລິຄໍາໄຊແລະ ນະຄອນຫລວງວຽງຈັນເຮັດໃຫ້ເຂດພື້ນທີ່ນີ້ ຄືນັບແຕ່ພາກກາງ ຈົນໄປຮອດບາງແຂວງ ທາງພາກເໜືອເປັນຕົ້ນໄຊຍະບຸຣີແລະແຂວງຊຽງຂວາງ ອາດຈະເກີດຝົນ ຕົກໜັກ ຢ່າງກະທັນຫັນ ດັ່ງນັ້ນ ປະຊາຊົນຢູ່ໃນເຂດ ທີ່ສ່ຽງຕໍ່ອັນຕະລາຍ ຈຶ່ງຕ້ອງໄດ້ກຽມ ຮັບມື ກັບບັນຫາ ນໍ້າຖ້ວມ ດິນເຈື່ອນ ພ້ອມທັງ ນໍ້າປ່າໄຫລ​ແຮງ ອີກນໍາ.

ເຖິງຢ່າງໃດກໍດີ ລົມພະຍຸເມລາ ອາດຈະສົ່ງ ຜົນກະທົບໃຫ້ລາວ ພຽງແຕ່ມື້ດຽວ ກ່ອນຈະພັດຜ່ານເຂົ້າໄປສູ່ຝັ່ງ ພາກອີສານປະເທດໄທ ຕໍ່ໄປ. ຄວາມຮຸນແຮງ ກໍບໍ່ເຖິງຂັ້ນ ລົມພະຍຸໃຕ້ຝຸ່ນ ຈຶ່ງຈະ​ບໍ່​ສ້າງຄວາມເສັຍຫາຍ ທີ່ຍາວນານແຕ່ກໍຕ້ອງ ໄດ້ລະມັດລະວັງຄັກແນ່ເພາະເມື່ອ ລົມພະຍຸເມລາ ພັດເຂົ້າທໍາລາຍວຽດນາມ ມີຄວາມແຮງແລະໄວປະມານ 88 ກິໂລແມັດ ຕໍ່ຊົ່ວໂມງ ສ້າງຄວາມເສັຍຫາຍ ຢ່າງໜັກ ມີຜູ້ເສັຍຊີວິດ ຮອດ 41 ຄົນ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.