ໂຄງການບໍ່ແຮ່ ອາຈປ່ອຍສານເຄມີ ໄຫລສູ່ແມ່ນໍ້າ

ເຈົ້າໜ້າທີ່ທາງການ ເມືອງປາກຊ່ອງ ມີຄວາມເປັນຫ່ວງ ວ່າໂຄງການ ຂຸດຄົ້ນບໍ່ແຮ່ ອາດເຮັດໃຫ້ ສານເຄມີເປິະເປື້ອນ ໄຫລລົງສູ່ ແມ່ນໍ້າ.
ໂພໄຊສວັດ
2010.03.17

ເຈົ້າໜ້າທີ່ ຈາກຫ້ອງການ ເມືອງ ປາກຊ່ອງ ແຂວງຈໍາປາສັກ ສະແດງຄວາມ ເປັນຫ່ວງ ວ່າການຂຸດຄົ້ນບໍ່ແຮ່ ໃນເຂດຕົ້ນນ້ຳ ຈະເຮັດໃຫ້ເກີດ ຄວາມເປິະເປື້ອນ ໃນລຳນ້ຳ ທັມມະຊາດ ຈຶ່ງໄດ້ ຮຽກຮ້ອງໃຫ້ ໜ່ວຍງານກ່ຽວຂ້ອງ ທີ່ໄດ້ຮັບ ສັມປະທານ ຂອງເອກກະຊົນ ໄດ້ພິຈາຣະນາ ຮອບດ້ານ ແລະຄໍານືງເຖິງ ຜົນກະທົບຕໍ່ສິ່ງ ແວດລ້ອມ ແລະ ວິຖີຊີວິດຂອງ ປະຊາຊົນ ໃນພື້ນທີ່ໃກ້ຄຽງ ເພື່ອປ້ອງກັນ ບັນຫາ ທີ່ຈະສົ່ງຜົນກະທົບ ໃນລະຍະຍາວ. ດັ່ງເຈົ້າໜ້າທີ່ ຈາກຫ້ອງການ ເມືອງປາກຊ່ອງ ເວົ້າວ່າ:

"ເພິ່ນຈະຂຸດຄົ່ນ ຢູ່ພຸ້ນໜາ ເບື້ອງໃສ່ພູຫລວງ ຊຶ່ງເປັນຫົວນ້ຳ ຂອງເຊນ້ຳນ້ອຍ ຊັ້ນຕໍ່ໄປຖ້າວ່າ ໂຄງການດັ່ງກ່າວ ໄດ້ຮັບການຂຸດຄົ່ນ ມັນຈະສ້າງສິ່ງ ເປິະເປື້ອນ ໄຫລໄປສູ່ແມ່ນ້ຳ ຢາກຮຽກຮ້ອງ ຄັນວ່າອະນຸມັດ ໂຄງການ ກໍຕ້ອງມີມາຕການ ໃຫ້ບັນ ດາບໍລິສັດ ໄດ້ເອົາໃຈໃສ່ ປົກປັກຮັກສາ ສະພາບແວດລ້ອມ ໄປນຳ".

ເຈົ້າໜ້າທີ່ເວົ້າ ຕໍ່ວ່າ ກຸ່ມຜູ້ລົງທຶນ ລາວ ໄທ ແລະຈີນ ໄດ້ເລີ້ມເຂົ້າມາ ສຳຣວດສຶກສາ ໂຄງການ ບໍ່ບ໋ອກໄຊ ກວມພື້ນທີ່ 150 ກິໂລແມັດ ມົນທົນ ໃນເຂດເມືອງ ປາກຊ່ອງ ນັບແຕ່ເດືອນ ພຶສຈິກາ 2007 ມາຈົນຮອດ ປັດຈຸບັນນີ້. ຫລາຍບໍລິສັດ ໄດ້ເຮັດລາຍງານ ກ່ຽວກັບ ຜົນກະທົບກະເທືອນ ດ້ານສິ່ງ ແວດລ້ອມແລ້ວ ແລະ ກຳລັງລໍຖ້າ ການອະນຸມັດ ຈາກຣັຖບານຢູ່.

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທ້ອງຖິ່ນ ແລະ ປະຊາຊົນ ທົ່ວໄປ ມີຄວາມເປັນຫ່ວງ ຢ້ານວ່າ ຫາກບໍ່ມີການ ກວດກາ ຢ່າງຮອບຄອບ ອາດຈະກໍ່ໃຫ້ເກີດ ບັນຫາ   ສານເຄມີ ເປິະເປື້ອນ ໄຫລລົງ ສູ່ແມ່ນ້ຳ ທຳລາຍ ສະພາບແວດລ້ອມ ດັ່ງອຸດສາຫະກັມ ກາເຝ ທີ່ໄດ້ສ້າງບັນຫາ ມາກ່ອນແລ້ວ ເຖິງວ່າຈະໄດ້ຜ່ານ ການຮັບຮອງ ຈາກທາງການ ເຣື້ອງຜົນກະທົບ ຕໍ່ສິ່ງແວດລ້ອມ ມາແລ້ວກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.