ອະນຸຮັກທັມມະຊາດ ເພື່ອການເປັນຢູ່ທີ່ດີ
2010.07.09
ໃນປັດຈຸບັນນີ້ ເຖິງແມ່ນວ່າຈະມີ ການສົ່ງເສີມໃຫ້ ມີການອະນຸຮັກ ທັມມະຊາດ ຢ່າງກວ້າງຂວາງ ແລະຍືນຍົງ ໂດຍການປົກປ້ອງ ແລະເພີ້ມຊັພຍາກອນ ທັມມະຊາດ ບໍ່ໃຫ້ໝົດສິ້ນ ໄປແລ້ວກໍຕາມ ແຕ່ການພັທນາ ຄຸນນະພາບ ຊີວິດການເປັນຢູ່ ຂອງປະຊາຊົນ ກໍຄວນ ໄດ້ປະຕິບັດ ໄປພ້ອມໆກັນ ເພື່ອປ້ອງກັນບໍ່ໃຫ້ ປະຊາຊົນ ບຸກລຸກແລະທຳລາຍ ຊັພຍາກອນ ດັ່ງກ່າວນັ້ນ. ດັ່ງນັກວິຊາການ ຈາກກອງທຶນ ຮັກສາສັດໂລກ WWF ປະຈຳລາວ ເວົ້າວ່າ:
"ໃນສ່ວນທີ WWF ເຮັດວຽກກ່ຽວກັບ ການອະນຸຮັກ ເວົ້າເຣືອງການ ຈັດການຂອງການ ອະນຸຮັກ ຊິຕ້ອງຄິດເບິ່ງ ກ່ອນວ່າ ກ່ອນຊິອະນຸຮັກ ຕ້ອງໃຫ້ ປະຊາຊົນ ມີຢູ່ມີກິນ ບໍ່ໜ້ອຍກໍຫລາຍ ເພື່ອໃຫ້ຂະເຈົ້າ ຫລຸດຜ່ອນແລະ ຫາວິທີທາງ ຂະເຈົ້າໃຫ້ມີ ຊີວິດການເປັນ ຢູ່ທີ່ດີຂື້ນ".
ທ່ານເວົ້າຕໍ່ໄປວ່າ ການພັທນາເສຖກິດ ໃນຫລາຍປີຜ່ານມາ ເຮັດໃຫ້ສິ່ງແວດລ້ອມ ໄດ້ຮັບຜົນກະທົບ ຢ່າງກວ້າງຂວາງ ປະເທດລາວຕ້ອງ ສູນເສັຍ ຊັພຍາກອນ ທັມມະຊາດໄປ ຢ່າງຫລວງຫລາຍ ເພື່ອແລກປ່ຽນກັບ ລາຍຮັບ ທີ່ມີເພີ້ມຂື້ນ. ການສູນເສັຍດັ່ງກ່າວ ໄດ້ສົ່ງຜົນ ສະທ້ອນໃສ່ຊີວິດ ການເປັນຢູ່ຂອງ ປະຊາຊົນ ຢ່າງຫລີກລ້ຽງບໍ່ໄດ້ ເປັນຕົ້ນແມ່ນບັນຫາ ພັຍທັມມະຊາດ ສະພາບສານເຄມີ ເປິເປື້ອນ ຕໍ່ສິ່ງແວດລ້ອມ ແລະອື່ນໆອີກ ຈຶ່ງເຮັດໃຫ້ຫລາຍ ພາກສ່ວນເຫັນຄວາມ ສຳຄັນຂອງການ ອະນຸຮັກ ທັມມະຊາດຫລາຍຂຶ້ນ.
ເຖິງຢ່າງໃດກໍຕາມ ການສົ່ງເສີມ ອະນຸຮັກ ທັມມະຊາດ ທີ່ຜ່ານມາ ເລັ່ງໃສ່ພຽງແຕ່ຮັກສາ ແລະ ຂຍາຍຊັພຍາກອນ ທັມມະຊາດ ທີ່ຫລຸດໜ້ອຍລົງ ແລະສູນເສັຍໄປ ໃຫ້ມີຫລາຍເພີ້ມຂື້ນ ທັງການ ອະນຸຮັກປ່າໄມ້ ແລະສັດປ່າ ຫາຍາກ ແລະສົ່ງເສີມໃຫ້ມີ ການປູກຕົ້ນໄມ້ ຫລາຍຂື້ນ ແຕ່ປະລະບໍ່ໃຫ້ ຄວາມສຳຄັນ ໃນການເສີມສ້າງ ຄວາມເຂັ້ມແຂງ ຂອງປະຊາຊົນ ໃຫ້ພວກຂະເຈົ້າ ມີຊີວິດການເປັນຢູ່ ທີ່ອຸດົມສົມບູນ ໂດຍການມີຄວາມຮູ້ ໃນການ ອະນຸຮັກ ທັມມະຊາດ ເພື່ອຈະບໍ່ໄປ ບຸກລຸກທຳລາຍ ຊັພຍາກອນ ທັມມະຊາດ ຊຶ່ງເປັນບ່ອນ ຫາຢູ່ຫາກິນ ຂອງຕົນເອງ.









