ວຽງຈັນ ຝົນຕົກໜັກ ຖນົນຫົນທາງ ເພພັງ
2009.07.08
ອີງຕາມກະແສຂ່າວ ທ້ອງຖິ່ນລາຍງານ ຈາກນະຄອນຫລວງ ວຽງຈັນ ເປີດເຜີຍວ່າ ຍ້ອນຝົນຕົກລິນ ແລະໜັກຫລາຍມື້ ລຽນຕິດກັນ ແລະຍັງຂຍາຍ ໄປທົ່ວປະເທດ ເຮັດໃຫ້ຖນົນ ຫົນທາງຫລາຍສາຍ ທີ່ເພພັງຢູ່ແລ້ວ ໂດຍສະເພາະ ໃນໂຕເມືອງໃຫຍ່ ເຊັ່ນນະຄອນຫລວງ ວຽງຈັນ ເພພັງເສັຍຫາຍ ເປັນບວກເປັນຂຸມ ໃຫຍ່ເລິກ ຫລາຍຕື່ມຂື້ນອີກ.
ສະພາບຝົນຕົກ ແລະຖນົນຫົນທາງ ເສັຍຫາຍ ສົ່ງຜົນກະທົບ ຕໍ່ຊາວ ນະຄອນຫລວງ ຜູ້ໃຊ້ຣົດໃຊ້ຖນົນ ພ້ອມທັງພໍ່ແມ່ ປະຊາຊົນ ຜູ້ເຮັດທຸຣະກິດ ການຄ້າຕ່າງໆ. ຕົວຢ່າງເສັ້ນທາງ ຫລັງຫໍວັທນະທັມ ແຫ່ງຊາດ ເພພັງເປັນຂຸມເລິກ ສ່ຽງຕໍ່ການເກີດ ອຸບັດຕິເຫດ.
ນອກຈາກນີ້ຍັງ ມີເສັ້ນທາງ ຕໍ່ໜ້າທາດດຳ ແລະຖນົນອື່ນໆ ອີກຫລາຍສາຍຊຶ່ງ ທັງໝົດນີ້ໄດ້ ເກີດມີມາເປັນ ເວລາ ຫລາຍອາທິດ ຫລືບາງບ່ອນ ກໍຫລາຍເດືອນແລ້ວ ແຕ່ກໍບໍ່ປາກົດ ມີພາກ ສ່ວນກ່ຽວຂ້ອງໃດ ອອກມາຮັບ ຜິດຊອບ.
ເມື່ອມີການ ສອບຖາມໄປຫາ ໜ່ວຍງານ ອ.ພ.ບ. ຫລື ອົງການພັທນາ ແລະບໍຣິຫານ ໂຕເມືອງນະຄອນຫລວງ ຊຶ່ງເປັນໜ່ວຍງານ ຮັບຜິດຊອບ ໂດຍກົງກໍໄດ້ ຮັບຄຳຕອບວ່າ:
”ງົບປະມານ ບໍ່ພໍ ກຳລັງວາງແຜນການ ເພື່ອຈະສ້ອມແປງ ແຕ່ບໍ່ຮູ້ວ່າ ແຜນການດັ່ງກ່າວ ຈະແກ່ຍາວໄປ ຮອດມື້ໃດ ແລະ ອີກດົນປານໃດ.”
ໃນຂນະທີ່ຊາວ ນະຄອນຫລວງ ວຽງຈັນ ກຳລັງພ້ອມກັນ ກະຕຽມຮັບມືກັບ ງານມະຫາກັມ ກິລາຊີເກມ ຄັ້ງທີ25 ທີ່ຈະຈັດຂື້ນ ຢູ່ນະຄອນຫລວງ ວຽງຈັນ ໃນທ້າຍປີນີ້.
ແລະຈາກສະພາບ ການດັ່ງກ່າວ ປະຊາຊົນ ຊາວນະຄອນຫລວງ ວຽງຈັນ ຈຶ່ງພ້ອມກັນ ຮຽກຮ້ອງໃຫ້ພາກ ສ່ວນກ່ຽວຂ້ອງ ຫລື ຜູ້ມີອຳນາດ ໂດຍກົງ ໄດ້ນຳເນີນການ ສ້ອມແປງດ່ວນ ເພື່ອກູ້ໜ້າກູ້ຕາ ຊາວນະຄອນຫລວງ ວຽງຈັນ ແລະ ປະຊາຊົນ ທົ່ວປະເທດ.









