ນັກຮຽນລາວຊນະ ພາກຄະນິຕສາຕ
2010.03.15
ທີມນັກຮຽນລາວ ຈາກໂຮງຮຽນນານາຊາຕ ກຽຕຕິສັກ ຊນະເລີດ ໃນກາຣແຂ່ງຂັນ ຄວາມສາມາດ ທາງດ້ານຄະນິຕສາຕ ທີ່ຈັດຂຶ້ນໂດຽ ອົງກາຣ South East Asian Minister of Education ຫລື SEAMEO ຮ່ວມກັບ ສູນກາຣສຶກສາ ຄະນິຕສາຕ ແລະວິທຍາສາຕ ປະຈຳພາກພື້ນ ໂດຽມີທິມຈາກ ປະເທສສະມາຊິກ ອາຊ໊ຽນ ເຂົ້າຮ່ວມທັງໝົດ 9 ປະເທສ. ກ່ຽວກັບ ເຣື່ອງນີ້ ຜູ້ອຳນວຍກາຣ ໂຮງຮຽນນານາຊາຕ ກຽຕຕິສັກ ໄດ້ກ່າວວ່າ:
“ຄືວ່າເຮົາ ໄດ້ສົ່ງນັກຮຽນເຮົາ 2 ຄົນເຂົ້າໄປ ແຂ່ງຂັນ Mathematic ກັບ Science ມີສອງວິຊາ ປາກົດວ່າ ນັຮຽນເຮົາໄດ້ ທີ່ ໜຶ່ງເຣື່ອງ Mathematic ເນາະ ໃນກາຣແຂ່ງຂັນ SEAMEO ເມື່ອກີ້ນີ້ ເດັກນ້ອຍນີ້ແມ່ນ ຢູ່ມັທຍົມຕອນປາຍ”.
ຍານາງໄດ້ ກ່າວເພີ່ມວ່າ ທີມນັກຮຽນຈາກ ປະເທສ ສະມາຊິກອາຊ໊ຽນ ທີ່ເຂົ້າຮ່ວມ ໃນຄັ້ງນີ້ ປະກອບດ້ວຍ ທີມຈາກ: ບຣູໄນ ກັມພູຊາ ອິນໂດນີເຊັຽ ຟີລິປປິນສ໌ ສິງຄະໂປ ວຽຕນາມ ໄທຽ ແລະລາວ ຊຶ່ງຈັດຂຶ້ນເປັນປີ 7 ແຕ່ເປັນເທື່ອທຳອິດ ທີ່ນັກຮຽນລາວ ໄດ້ເຂົ້າຮ່ວມ ໂດຽແມ່ນ ນາງຝົນນະພາ ໄຕຣມະນີ ແລະທ້າວອານຸ ສຸວັນນະວົງສ໌ ຊຶ່ງທັງສອງຄົນ ເປັນນັກຮຽນ ມັທຍົມປາຍ ຈາກໂຮງຮຽນ ນານາຊາຕ ກຽຕຕິສັກ ດັ່ງຜູ້ອຳນວຍກາຣ ໄດ້ກ່າວວ່າ:
“ແລ້ວຫົວຂໍ້ທີ່ເຂົາ ເຈົ້າຊນະເລີດແມ່ນ Power to the people ເປັນກາຣແຂ່ງຂັນ ທີ່ເຂົາເຈົ້າຕ້ອງ ໄດ້ໄປຄົ້ນຄວ້າ ໄປວິຈັຍເບິ່ງ ມັນກໍມີ Criteria ຂອງມັນດອກ ກັມມະກາຣເພິ່ນ ກໍມີແຕ່ທົ່ວໂລກ ຫັ້ນແຫລະ ມາແຕ່ອອສເຕຣເລັຽ ກໍມີ ມາແຕ່ນີວຊີແລນດ໌ ກໍມີ”.
ຢ່າງໃດກໍຕາມ ສຳຫລັບກາຣ ແຂ່ງຂັນວິຊາ ວິທຍາສາຕນັ້ນ ທາງຝ່າຍລາວ ກໍໄດ້ສົ່ງນັກ ຮຽນເຂົ້າໄປຮ່ວມນຳ ສອງຄົນ ແລະກໍໄດ້ຮັບຣາງ ວັລຊົມເຊີຽ ໂດຽແມ່ນນັກຮຽນ ຈາກສິງຄະໂປ ເປັນຝ່າຍ ຊນະເລີດ.









