ຄວາມຄິດເຫັນ ຊາວລາວ ຕໍ່ການເລືອກຕັ້ງ ສະຫະຣັດ

ປະຊາຊົນລາວ ມີຄວາມຮູ້ສຶກ ພໍໃຈ ແລະ ຍິນດີ ກັບປະທານາທິບໍດີ ຜູ້ໃໝ່ ທີ່ໄດ້ຖືກເລືອກຕັ້ງ ຂອງ ສະຫະຣັຖ.
ໂພໄຊສວັດ ຣາຍງານ
2008.11.05
FT-US Obama 01 ທ່ານ ໂອບາມາ ຖືກເລືອກໃຫ້ເປັນ ປະທານາທິບໍດີ ຄົນທີ 44 ຂອງສະຫະຣັດ
Photo by RFA

ຫລັງຈາກ ​ຜົນ​ການ​ເລືອກ​ຕັ້ງ ຂອງ ສະຫະຣັຖ ສລຸ​ບວ່າ ທ່ານ Barrack Obama ​ໄດ້​ຮັບ​ ເລືອກ​ເປັນ ປະທານາທິບໍດີ ຄົນທີ 44 ຂອງ ສະຫະຣັຖ, ປະຊາຊົນລາວ ຜູ້​ນຶ່ງ ຢູ່ ນະຄອນຫລວງ​ວຽງ​ຈັນ ​ໄດ້​ໃຫ້​ຄວາມ​ຄິດ​ເຫັນ ​ສ່ວນ​ໂຕ​ວ່າ:

“ສ່ວນ​ໂຕ ​ກໍ​ຄິດ​ວ່າ ​ດີ ​ເພາະ​ຫລາຍ​ຄົນ ​ກໍ​ເຫັນ​ດີ​ນໍາ ອັນ​ນີ້ ​ມັນ​ເປັນ​ການ​ເລືອກ​ຕັ້ງ ​ຂອງ​ຂະ​ເຈົ້າ ​ເຮົາ​ກໍ​ເຫັນ​ດີ​ນໍາ ​ການ​ເລືອກ​ຕັ້ງ ຫລາຍໆ​ຄົນ ​ກໍ​ເຫັນ​ດີ ມັນ​ບໍ່​ໄດ້ ​ອີງ​ຕາມ ​ການ​ບົ່ງ​ຊື່ ​ອອກ​ຢ່າງ​ເຮົາ​ເຮັດ ​ໃນ​ນາມ​ສ່ວນ​ໂຕ ຂອງ​ຂ້າພະ​ເຈົ້າ ​ມັນ​ກໍ​ເປັນ​ແນວ​ນີ້.”

ນອກຈາກ​ນີ້​ແລ້ວ ຍັງ​ມີ ປະຊາຊົນລາວ ຜູ້​ນຶ່ງ ອີກ​ທີ່ ​ໄດ້​ສະ​ແດງ ຄວາມ​ຄິດ​ເຫັນ ​ສ່ວນ​ໂຕ ​ວ່າ ທ່ານ Obama ​ເປັນ​ຄົນ​ດີ ​ໂດຍ​ສະ​ເພາະ ​ໃນ​ເຣື້ອງ ຄວາມ​ຄິດ ​ແລະ ​ການ​ເວົ້າ​ຈາ ​ທີ່​ຊັກ​ຊວນ​ໃຈ ​ຄົນ​ໄດ້​ຊັດ​ແຈ້ງ ນອກຈາກ​ນີ້ ທ່ານ​ຜູ້​ນີ້ ກໍ​ຍັງ​ເຄີຍ​ໄດ້​ອ່ານ ປວັດ ຂອງ ທ່ານ Obama ຊຶ່ງ​ພົບ​ວ່າ ທ່ານ​ເປັນ​ຄົນ​ທີ່​ສ້າງ​ຖານະ ຕົນ​ເອງ ມາ​ແຕ່​ຍັງ​ນ້ອຍ ຊຶ່ງ​ຖື​ເປັນ ລັກສະນະ ​ທີ່​ໂດດ​ເດັ່ນ ​ຂອງ​ທ່ານ.

​ໃນ​ຂະນະ​ດຽວ​ກັນ ນັກວິຊາການ​ລາວ ທ່ານ​ນຶ່ງ ກໍ​ໄດ້ ສະ​ແດງ​ເຖິງ ​ຄວາມ​ຄິດ​ຄວາມ​ເຫັນ ສ່ວນ​ໂຕ ​ກ່ຽວ​ກັບລະບົບ ​ການ​ປົກຄອງ ​ແລະ ລະບົບ​ການ​ເລືອກ​ຕັ້ງ​ໃນ ສປປລາວ ວ່າ:

“ຄິດ​ວ່າ ​ຄວນ​ມີ​ການ​ເລືອກ​ຕັ້ງ ​ທີ່ ມີ​ປະຊາທິປະ​ໄຕ ມີ​ໂອກາດ​ ໃຊ້​ສິດ ​ຂອງ​ໂຕ​ເອງ ​​ໃນ​ການ​ເລືອກ ​ຄົນ​ທີ່​ຂະ​ເຈົ້າ​ມັກ ​ແລະ ກໍ​ຄົນ​ທີ່ ​ຂະ​ເຈົ້າ​ວ່າ ​ຈະ​ບໍຣິຫານ ບ້ານ​ເມືອງ ​ໄດ້​ເປັນ​ຢ່າງ​ດີ ​ໂດຍ​ທົ່ວ​ໄປ​ແລ້ວ ກໍ​ຄິດ​ວ່າ ​ເປັນ​ຣະບົບ ທີ່​ເໝາະ ​ກັບປະ​ເທດ​ລາວ ຂະ​ເຈົ້າ ​ວ່າ ຣະບົບ​ປັດ​ຈູ​ບັນ ສາມາດ ​ໃຊ້​ໃຫ້ ປະ​ເທດ​ ມີ​ສະ​ເຖຣະພາບ ມີ​ການ​ບໍຣິຫານ​ງານ ​ທີ່​ດີ.”

​ເຖິງ​ຢ່າງ​ໃດ​ກໍ​ຕາມ ກໍ​ຍັງ​ມີ ປະຊາຊົນ​ລາວ ​ຢູ່​ຈໍາ​ນວນ​ນຶ່ງ ທີ່​ເຫັນ​ພ້ອມ​ ກັບ ຣະບົບ ​ການ​ປົກຄອງ ​ໃນ​ປັດຈຸບັນ ​ໃນ ສປປລາວ ​ແລະ ອີກ​ຈໍານວນ​ນຶ່ງ ​ທີ່​ຢາກ​ໃຫ້​ມີ ​ການ​ປ່ຽນ​ແປງ ການ​ປົກຄອງ​ເປັນ​ແບບ ປະຊາທິປະ​ໄຕ ​ເພື່ອ​ພວກ​ຕົນ ​ຈະ​​ໄດ້ມີ ສິດທິ ​ໃນ​ການ​ອອກສຽງເລືອກ​ຕັ້ງ ​ເອົາ​ຜູ້​ບໍຣິຫານ ປະ​ເທດ ​ໃນ ຕໍ​າແໜ່​ງ ຕ່າງໆ ທີ່​ຕົນ​ຕ້ອງການ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.