ພຍາດເຕົ້າໂຮມເລືອດ ໃນສັດ ທີ່ແຂວງຈໍາປາສັກ
2010.08.16
ເມື່ອທ້າຍສັປດາ ທີ່ຜ່ານມາ ຫົວຫນ້າ ສັຕວະແພດ ແລະ ການປະມົງ ທີ່ແຂວງ ຈຳປາສັກ ກ່າວວ່າ ນັບແຕ່ ຕົ້ນປີນີ້ມາ ໄດ້ມີການ ຣະບາດຂອງພຍາດ ເຕົ້າໂຮມເລືອດ ເກີດຂື້ນກັບ ງົວຄວາຍ ໃນເຂດ 40 ຫມູ່ບ້ານໃນ 7 ຕົວເມືອງທີ່ ແຂວງຈຳປາສັກ ເຖີງແມ່ນວ່າຈະ ບໍ່ຮ້າຍແຮງ ແຕ່ກໍແກ່ຍາວ ມາເປັນເວລາ ດົນນານ ເຮັດໃຫ້ງົວຄວາຍ ໃນເຂດດັ່ງກ່າວ ຕິດເຊື້ອກວ່າ 650 ໂຕ.
ນອກຈາກນັ້ນ ກໍ່ຍັງມີການ ຣະບາດ ຂອງພຍາດ ໄຂ້ເລືອດດຳ ຕື່ມອີກ ໃນ 2 ຕົວເມືອງເຊັ່ນ ເມືອງບາຈຽງ ແລະ ເມືອງປາກເຊ ໃນປັດຈຸບັນ ມີສັດຕີດ ພຍາດນີ້ ແລ້ວ 50 ກວ່າໂຕ ແລະເສັຽຊີວີດ ແລ້ວ 8 ໂຕ.
ຫົວຫນ້າ ສັຕວະແພດ ທ່ານນັ້ນ ຍັງໄດ້ເປີດເຜີຍ ຂໍ້ມູນກ່ຽວກັບ ພຍາດໄຂ້ເລືອດດຳ ອີກວ່າ ພຍາດດັ່ງກ່າວ ສາມາດຕິດຕໍ່ ໄປຫາຄົນໄດ້ ດ້ວຍການ ບໍຣິໂພກ ຊີ້ນຈາກສັດ ທີ່ເປັນໂຣຄຕາຍ. ທ່ານວ່າ ພຍາດໄຂ້ເລືອດດຳ ມັກເກີດຂື້ນ ໃນຕົ້ນຣະດູຝົນ ໃນແຕ່ລະປີ. ສາເຫດທີ່ພາ ໃຫ້ເກີດໂຣຄ ດ່ັງກ່າວ ຍ້ອນວ່າ ປະຊາຊົນ ບໍ່ສັກຢາ ໃຫ້ສັດລ້ຽງ ຂອງຕົນ ຕາມກຳນົດການ ໃນແຕ່ລະປີ ຢ່າງນ້ອຍຕ້ອງ ສັກຢາປ້ອງກັນ ໂຣຄນີ້ໃຫ້ສັດ 2 ຄັ້ງຕໍ່ປີ ແລະ ໃຫ້ຖືກຕ້ອງ ຕາມກຳນົດ ເວລາເພື່ອປ້ອງກັນ ໂຣຄດັ່ງກ່າວ.
ເຈົ້າຫນ້າທີ່ ກ່ຽວຂ້ອງ ອີກທ່ານນື່ງ ເວົ້າວ່າ ໃນອະດີດ ການສັກຢາ ປ້ອງກັນພຍາດ ຕ່າງໆແກ່ສັດລ້ຽງ ຂອງປະຊາຊົນ ແມ່ນຄວາມ ຮັບຜິດຊອບຂອງ ທາງການ ແຕ່ຕໍ່ມາ ປະຊາຊົນ ຕ້ອງຮັບຜິດຊອບ ເອົາເອງ ໂດຍການຊື້ຢາ ມາແລ້ວ ຈ້າງເຈົ້າຫນ້າທີ່ ສັຕວະແພດ ມາສັກໃຫ້.
ໃນປັດຈຸບັນ ຢາກໍ່ແພງ ເຈົ້າຫນ້າທີ່ ສັຕວະແພດ ສ່ວນໃຫຍ່ ກໍ່ປະຕິເສດ ທີ່ຈະເດີນທາງ ໄປສັກຢາ ໃຫ້ແກ່ສັດລ້ຽງ ຂອງຊາວບ້ານ ຜູ້ທີ່ຢູ່ ຫ່າງໄກ ສອກຫລີກ.









