ຊາວບ້ານ ຕິດໂຣກຜິວໜັງ ແລະ ຖອກທ້ອງ ພາຍຫລັງ ນໍ້າຖ້ວມ
2008.09.05
ແຂວງບໍຣີຄຳໄຊ ເປັນແຂວງນື່ງ ທີ່ໄດ້ຮັບຜົລກະທົບ ຢ່າງຫນັກ ຈາກພັຍນ້ຳຖ້ວມ ແລະ ໃນເວລານີ້ ແຂວງດັ່ງກ່າວ ກໍ່ປະເຊີນກັບ ບັນຫາໂຣຄຖອກທ້ອງ ແລະ ໂຣຄ ຜິວຫນັງ ເພາະ ປະຊາຊົນ ຂາດນ້ຳສະອາດ ສຳລັບ ກິນ ແລະ ໃຊ້ ໃນແຕ່ລະວັນ ດັ່ງເຈົ້າຫນ້າທີ່ກ່ຽວຂ້ອງ ທ່ານນື່ງ ເວົ້າວ່າ:
ປັດຈຸບັນນີ້ ເປັນໂຣຄເຮື້ອນ ໂຣຄຄັນ ຕາມຜິວຫນັງ ແລະ ກໍ່ມີພວກຖອກທ້ອງ ຈຳນວນນື່ງ ກໍ່ເປັນຕົ້ນເຫດນື່ງ ທີ່ວ່າ ຫລັງຈາກ ນ້ຳຖ້ວມ ປະຊາຊົນ ຂາດນ້ຳສອາດ ໃນບາງພວກ ແລະ ບາງບ້ານ.
ທ່ານວ່າ ປະຊາຊົນ ສ່ວນໃຫຍ່ ຂາດຄວາມຮູ້ ແລະ ຄວາມເຂົ້າໃຈ ທາງດ້ານສຸຂອະນາມັຍ ຄິດວ່າ ນ້ຳທີ່ຕັກມາ ຈາກ ລຳຄອງນັ້ນ ເປັນນ້ຳ ທີ່ປອດພັຍ ຈາກໂຣຄຕ່າງໆ ຈື່ງພາກັນ ຕັກມາກີນ ແລະ ມາໃຊ້ ໂດຍທີ່ບໍ່ມີ ການຕົ້ມ ໃຫ້ສະອາດກ່ອນ. ທາງການແຂວງ ກໍ່ພະຍາຍາມ ລົງພື້ນທີ່ ເພື່ອປຸກຣະດົມຊາວບ້ານ ກ່ຽວກັບ ບັນຫາ ດັ່ງກ່າວ ແຕ່ກໍ່ຍັງ ບໍ່ທົ່ວເຖີງ ທ່ານກ່າວ ເພີ້ມອີກວ່າ:
“ທາງທີມງານ ສາທາຣະນະສຸກເຮົາ ກໍ່ລົງເຮັດວຽກ ເຣື້ອງສຸຂອະນາມັຍ ເຣື້ອງໃຫ້ຄວມຮູ້ ເຣື້ອງສຸຂສືກສາ ກ່ຽວກັບ ການປ້ອງກັນໂຣຄ ຫລັງຈາກ ນ້ຳລົດລົງ ກໍ່ເອົາຢາ ໄປປະໄວ້ນໍາ ສາທາຣະນະສຸກ ຂັ້ນບ້ານ ໃນແຕ່ລະບ້ານ.