ອົງການ CARE ຈັດຕັ້ງໂຄງການພິເສດ

ອົງການ CARE ຈັດຕັ້ງໂຄງການ ພັທນາ ກະສິກັມ ສໍາລັບ ຄົນພິການ ໃນ 3 ໂຕເມືອງ ແຂວງເຊກອງ ເພື່ອເຮັດໃຫ້ກຸ່ມ ຄົນພິການ ພັທນາເສຖກິດ ກຸ້ມຕົນເອງໄດ້ ເນື່ອງຈາກວ່າ ຈໍານວນ ຄົນພິການ ເພີ້ມຂື້ນ.
ສົມເນ
2010.08.30

ດັ່ງເຈົ້າໜ້າທີ່ ຜແນກແຮງງານ ສວັດດີການ ແລະສັງຄົມ ແຂວເຊກອງ ໄດ້ກ່າວ:

"ເພິ່ນຫາກໍເຊັນ MOU ໃໝ່ໆນີ້ ຍັງບໍ່ທັນໄດ້ ຈັດຕັ້ງ ປະຕິບັດ. ມັນມີ 3 ໂຕເມືອງ ເມືອງກະລືມ ເມືອງລະມາມ ແລະ ເມືອງດັກຈືງ ເພື່ອພັທນາ ຄົນພິການ ພັທນາ ເສຖກິດ ຂອງຄົນພິການ".

ເຈົ້າໜ້າທີ່ ແຂວງເຊກອງວ່າ ຜ່ານມາ ທາງຣັຖບານ ກໍເຄີຽໃຫ້ ເງິນຊ່ວຍເຫລືອ ດ້ານສວັດດີການ ເປັນຈໍານວນນື່ງ ແກ່ຄົນພິການ ແຕ່ການຊ່ວຍເຫລືອ ນັ້ນກໍຍັງບໍ່ ສາມາດ ຊ່ວຍໃຫ້ຄົນ ພິການ ລ້ຽງຕົນເອງໄດ້. ທ່ານວ່າ MOU ທີ່ອົງການ CARE ກັບຣັຖບານລາວ ໄດ້ລົງນາມ ກັນໃນວັນທີ 26 ສິງຫາ ໄປແລ້ວນັ້ນ ຄາດວ່າຈະຖືກ ຈັດຕັ້ງ ປະຕິບັດ ພາຍໃນວັນທີ 2 ກັນຍາ ນີ້ຢູ່ໃນ 3 ໂຕເມືອງ. ການຊ່ວຍເຫລືອ ແມ່ນຈັດຕັ້ງ ເປັນກຸ່ມລະ ປະມານ 20-30 ຄົນ ຂື້ນຢູ່ກັບ ແຕ່ລະພື້ນທີ່ ຈັດສັນໃຫ້ ມີການຝືກ ໃຫ້ຄົນພິການ ຮູ້ຈັກວິທີ ລ້ຽງສັດ ປູກຜັກຕ່າງໆ ເພື່ອໃຫ້ ຄົນພິການ ສາມາດລ້ຽງ ຕົນເອງໄດ້. ທ່ານວ່າ ຈໍານວນ ຄົນພິການ ທີ່ເພີ້ມຂື້ນນີ້ ສ່ວນຫລາຍແມ່ນ ເປັນຜູ້ໄດ້ ຮັບເຄາະຮ້າຍ ຈາກລະເບີດ ເສດເຫລືອ ປາງສົງຄາມ ແຕກໃສ່ ໃນເວລາທີ່ ເຂົາເຈົ້າໄປ ຂຸດດິນ ເພື່ອເຮັດໄຮ່ໄຖນາ:

"ຈໍານວນພິການ ເພີ້ມຂື້ນຫລາຍ ປະມານ 40% ມັນກໍຫລາຍ ສາເຫດ ພິການຂາ ພິການແຂນ ພິການຕາ ກໍມີ ເກີດຂື້ນກ່ຽວກັບ ລະເບີດ. ເຂົາເຈົ້າເຮັດຮົ້ວ ເຮັດສວນ ແລະ ເຂົາເຈົ້າຂຸດສວນ ຂຸດໜອງປາ ອີ່ຫຍັງ ແລ້ວມັນກໍເຮັດ ໃຫ້ລະເບີດແຕກ".

ໂຄງການພິເສດ ເພື່ອຊ່ວຍເຫລືອ ຄົນພິການ ຢູ່ແຂວງ ເຊກອງນີ້ ເປັນຂອງອົງການ care ຈາກປະເທດ Australia. ນອກນັ້ນ ອົງການ ດັ່ງກ່າວ ຍັງດໍາເນີນ ໂຄງການ ນໍ້າສະອາດ ຢູ່ແຂວງ ໄຊຍະບຸຣີ ອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.